ຜົນການແຂ່ງຂັນເຮືອຊ່ວງປະເພດ 12 ສີພາຍ ແລະ 55 ສີພາຍ ໃນງານບຸນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025
ບຸນຊ່ວງເຮືອປະເພນີຈອມແຈ້ງ ປະຈໍາປີ 2025 ໄດ້ຈັດຂຶ້ນທີ່ທ່າວັດຈອມແຈ້ງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ໃນວັນທີ 27-28 ກັນຍາ 2025 ໂດຍຕອນຄໍ່າຂອງວັນທີ 27 ກັນຍາ 2025 ໄດ້ມີການແຂ່ງຂັນປະກວດເຮືອໄຟງາມ, ເຊິ່ງປະກອບມີ 4 ພາກສ່ວນເຂົ້າຮ່ວມແຂ່ງຂັນ ແລະ ໃນວັນທີ 28 ກັນຍາ 2025 ໃນພາກເຊົ້າໄດ້ມີການແຂ່ງຂັນສິລະປະເຊີ້ງງາມ-ເຊີ້ງມ່ວນ, ໂດຍມີ 8 ພາກສ່ວນເຂົ້າຮ່ວມແຂ່ງຂັນ, ຄຽງຄູ່ກັນນັ້ນກໍ່ໄດ້ຈັດການແຂ່ງຂັນເຮືອຊ່ວງປະເພດ 12 ສີພາຍ, ເຊິ່ງມີທັງໝົດ 12 ລໍາ ແລະ ພາກບ່າຍເປັນການແຂ່ງຂັນເຮືອຊ່ວງໃຫຍ່ປະເພດ 55 ສີພາຍ ປະກອບມີ 10 ລໍາ ທີ່ເຂົ້າຮ່ວມການແຂ່ງຂັນ.
ສະຫລຸບຜົນຂອງການແຂ່ງຂັນ ແລະ ລາຍລະອຽດຂອງລາງວັນແຕ່ລະປະເພດມີດັ່ງນີ້:
ຜົນການແຂ່ງຂັນປະເພດເຮືອໄຟ: ອັນດັບທີ 1: ບ້ານ ຈອມເພັດໃຕ້, ໄດ້ຮັບເງິນລາງວັນ 8.000.000 ກີບ, ອັນດັບທີ 2: ກຸ່ມທາດຂາວ, ໄດ້ຮັບເງິນລາງວັນ 6.000.000 ກີບ, ອັນດັບທີ 3: ກຸ່ມສວນມອນ, ໄດ້ຮັບເງິນລາງວັນ 4.000.000 ກີບ, ອັນດັບທີ 4: ບ້ານ ທົ່ງກາງ, ໄດ້ຮັບເງິນລາງວັນ 3.000.000 ກີບ.
ຜົນການແຂ່ງຂັນສີລະປະເຊິ້ງງາມ-ເຊິ້ງມ່ວນ: ອັນດັບທີ 1: ຫ້ອງການສຶກສາທິການ ແລະ ກິລາເມືອງ ສີສັດຕະນາກ, ໄດ້ຮັບເງິນລາງວັນ 10.000.000 ກີບ, ອັນດັບທີ 2: ກຸ່ມທາດຂາວ, ໄດ້ຮັບເງິນລາງວັນ 8.000.000 ກີບ, ອັນດັບທີ 3: ກຸ່ມຈອມແຈ້ງ, ໄດ້ຮັບເງິນລາງວັນ 6.000.000 ກີບ, ອັນດັບທີ 4: ກຸ່ມເພຍວັດ, ໄດ້ຮັບເງິນລາງວັນ 4.000.000 ກີບ.
ຜົນການແຂ່ງຂັນເຮືອຊ່ວງປະເພດ 12 ສີພາຍ: ອັນດັບທີ 1: ເຮືອ ຂຸນດັນ ບ້ານທ່າພະ, ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງິນສົດ 10.000.000 ກີບ, ອັນດັບທີ 2: ເຮືອ ເພັດສີຣິໄຊຈໍາປາເຮືອຊ່ວງ3, ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງິນສົດ 7.000.000 ກີບ, ອັນດັບທີ 3: ເຮືອ ຈໍາປາເຮືອຊ່ວງ2, ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງິນສົດ 5.000.000 ກີບ, ອັນດັບທີ 4: ເຮືອ ໄດມ່ອນນໍາໂຊກ551, ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງິນສົດ 3.000.000 ກີບ.
ຜົນການແຂ່ງຂັນເຮືອຊ່ວງປະເພດ 55 ສີພາຍ: ອັນດັບທີ 1: ເຮືອ ທະນາຄານພັດທະນາລາວ, ໄດ້ຮັບລາງວັນຂັນ 1 ໜ່ວຍການແຂ່ງຂັນເຮືອຊ່ວງ ແລະ ເງິນສົດ 80.000.000 ກີບ, ອັນດັບທີ 2: ເຮືອ ທະນາຄານຮ່ວມພັດທະນາ, ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງິນສົດ 50.000.000 ກີບ, ອັນດັບທີ 3: ເຮືອ ທະນາຄານຮ່ວມພັດທະນາ2 (ຂຸນນວນ), ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງິນສົດ 30.000.000 ກີບ, ອັນດັບທີ 4: ເຮືອ ຈໍາປາເຮືອຊ່ວງ, ໄດ້ຮັບລາງວັນຂັນ 1 ໜ່ວຍ ແລະ ເງິນສົດ 20.000.000 ກີບ.
ຂໍ້ມູນ: ຖວທ ເມືອງສີສັດຕະນາກ