ໃນປັດຈຸບັນທີ່ເຕັກໂນໂລຊີໄດ້ພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ມີນະວັດຕະກຳເຄື່ອງໃຊ້ໃໝ່ໆທີ່ຖືກຄິດຄົ້ນຂຶ້ນມາຢ່າງຫຼາກຫຼາຍ ແລະ ໜຶ່ງໃນນັ້ນມີສິ່ງທີ່ເຮັດໃຫ້ຫຼາຍໆຄົນປະຫຼາດໃຈ ແລະໃຫ້ຄວາມສົນໃຈຢ່າງຍິ່ງ ກໍຄື ເສື້ອຊ້ອນສະແກນດ້ວຍນິ້ວມື ເຊິ່ງຖືກຄິດຄົ້ນໂດຍນັກສຶກສາຍິງ ຈາກປະເທດຍີ່ປຸ່ນ.
ສຳລັບແນວຄິດການປົດລ໊ອກໂດຍການສະແກນນິ້ວ ແລະ ຈຸດປະສົງໃນການສະແກນນິ້ວ ຕ້ອງເປັນລາຍນິ້ວມືຂອງຄົນຮັກເທົ່ານັ້ນ. ເຊິ່ງນໍາເອົາເຕັກໂນໂລຊີ Biometric ແລະນໍາເອົາລາຍນິ້ວມືມາປັບໃຊ້ກັບເຄື່ອງແຕ່ງກາຍ ມີລາຄາເລີ່ມຕົ້ນ 30,000-50,000 ເຢນ ຫຼື ປະມານ 5,000,000-7,000,000 ກີບ ການອອກແບບເສື້ອຊ້ອນສະແກນນິ້ວນີ້ ສະແດງເຖິງຄວາມແປກໃໝ່ ແລະ ຄວາມກ້າວໜ້າຂອງເຕັກໂນໂລຊີໃໝ່ໆ ລວມເຖິງການປະສົມປະສານເຕັກໂຕໂລຊີໃຫ້ເຂົ້າກັບເຄື່ອງນຸ່ງຫົ່ມ ຈົນກາຍມາເປັນກະແສ ແລະ ໄດ້ຮັບຄວາມນິຍົມຫຼາຍໃນຍີ່ປຸ່ນ.
ຢ່າງໃດກໍຕາມເສື້ອຊ້ອນໃນສະແກນນິ້ວກໍປຽບສະເໝືອນດາບສອງຄົມ, ຖ້າໃຊ້ໃນທາງທີ່ດີກໍຈະດີ ແລະ ຖ້າໃຊ້ໃນທາງທີ່ຜິດກໍສາມາດສ້າງຄວາມເດືອດຮ້ອນໄດ້.
ແຫຼ່ງຂໍ້ມູນ: Mechanical Engineering World