spot_img
Homeຂ່າວຕ່າງປະເທດຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

Published on

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ.

ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ ແລະ ຄວາມກ້າວໜ້າຂອງອຸສາຫະກຳລົດ, ແຕ່ໃນລະຫວ່າງຊ້ອມການສະແດງ ໄດ້ເກີດອຸບັດຕິເຫດທີ່ບໍ່ຄາດຄິດ ເນື່ອງຈາກລົດບິນ 2 ຄັນ ໄດ້ບິນໃກ້ກັນເກີນໄປຈົນເຮັດໃຫ້ຕຳກັນ ລົດບິນຄັນທຳອິດສາມາດຄວບຄຸມ ລົງຈອດໄດ້ຢ່າງປອດໄພ ສ່ວນຄັນທີ 2ແມ່ນໄດ້ຮັບຄວາມເສຍຫາຍທາງດ້ານໂຄງສ້າງ ເຮັດໃຫ້ເກີດໄຟໄໝ້ໃນຕອນທີ່ຮອດພື້ນດິນ, ໂຊກດີທີ່ທາງເຈົ້າໜ້າທີ່ສາມາດເຂົ້າມາຄວບຄຸມສະຖານະການໄດ້ ແລະ ຄົນຂັບລົດກໍໄດ້ຮັບບາດເຈັບເລັກໜ້ອຍ.

ຢ່າງໃດກໍຕາມ ຖືວ່າເປັນບົດຮຽນລາຄາແພງໃຫ້ແກ່ບໍລິສັດດັ່ງກ່າວ ເຖິງວ່າເຕັກໂນໂລຊີຈະທັນສະໄໝ ແຕ່ກໍຕ້ອງຢູ່ໃນໄລຍະທີ່ຕ້ອງປັບປຸງມາດຕະຖານຄວາມປອດໄພຕະຫຼອດ ບໍ່ວ່າຈະເປັນການຊ້ອມຂຶ້ນບິນ ການຄວບຄຸມການສັນຈອນທາງອາກາດ ທີ່ຕ້ອງເຂັ້ມງວດຫຼາຍຂຶ້ນກ່ຽວກັບຄວາມປອດໄພ ເພາະເມື່ອໃດທີ່ລົດບິນ ໄດ້ອອກສູ່ການໃຊ້ງານ ຄວາມເຊື່ອໝັ້ນຂອງລູກຄ້າຈະຂຶ້ນຢູ່ກັບມາດຕະຖານຄວາມປອດໄພເປັນຫຼັກ.

ແຫຼ່ງຂໍ້ມູນ : BBC

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...