spot_img
Homeຂ່າວຕ່າງປະເທດທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

Published on

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2 ປີ (2024-2025) Felix ໄດ້ບໍລິຈາກລວມມູນຄ່າທັງໝົດປະມານ 3 ຕື້ກີບ.

Felix ແມ່ນສິນລະປິນ ທີ່ມີຊື່ສຽງ ຂອງ ສ.ເກົາຫຼີ ທີ່ຢູ່ໃນວົງບອຍແບນ Stray Kids ຜູ້ທີ່ມີນໍ້າໃຈຊ່ວຍເຫຼືອ ເດັກນ້ອຍໃນ ສປປ ລາວ ທີ່ຂາດແຄນນໍ້າ ແລະ ອາຫານ.

ໃນປີ 2024 ທີ່ຜ່ານມາ Felix ໄດ້ບໍລິຈາກ 100 ລ້ານວອນ ຫຼື ປະມານ 1,6 ຕື້ກີບ ໃຫ້ແກ່ Korean Committee ຂອງອົງການ Unicef ເພື່ອຊ່ວຍເຫຼືອເດັກນ້ອຍລາວ ຜູ້ທີ່ດໍາລົງຊີວິດໃນສະພາບແວດລ້ອມທີ່ມີສຸຂາພິບານ ແລະ ໂພຊະນາການຕໍ່າ.

ໃນການບໍລິຈາກຄັ້ງນັ້ນ, Felix ໄດ້ກ່າວວ່າ ການຮ່ວມບໍລິຈາກ ຈະນໍາຄວາມຮັກທີ່ມີຕໍ່ເດັກກັບຄືນມາຫາຂ້ອຍ. ຂ້ອຍຫວັງວ່າເດັກນ້ອຍຢູ່ລາວຈະສາມາດເຂົ້າເຖິງການດື່ມນໍ້າທີ່ສະອາດ, ໂພຊະນາການທີ່ດີຂຶ້ນ ແລະ ສາມາດເຕີບໃຫຍ່ໃນສະພາບແວດລ້ອມທີ່ດີ.

ມາຮອດວັນທີ 15/09/2025 ທີ່ຜ່ານມານີ້ Felix ໄດ້ບໍລິຈາກອີກ 100 ລ້ານວອນ ຫຼື ປະມານ 1,6 ຕື້ກີບ ເນື່ອງໃນວັນຄ້າຍວັນເກີດ.

ການບໍລິຈາກໃນປີ 2025 ນີ້ແມ່ນເພື່ອ ຊ່ວຍເດັກນ້ອຍລາວ ຜ່ານໂຄງການໃນປະເທດລາວ ເຊິ່ງຈຳນວນເງິນດັ່ງກ່າວ ແມ່ນບໍລິຈາກໃຫ້ໂຄງການນໍ້າສະອາດ ແລະ ສົ່ງເສີມໂພສະນາການໃນລາວ Unicef ຈໍານວນ 50 ລ້ານວອນ ແລະ ບໍລິຈາກໃຫ້ໂຄງການສົ່ງເສີມສຸຂະພາບເດັກໃນລາວ World Vision ອີກ 50 ລ້ານວອນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...