spot_img
Homeຂ່າວຕ່າງປະເທດຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

Published on

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ.

ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ ແຫ່ງ ປະເທດເນປານ ແລະ ເປັນຜູ້ຍິງຄົນທຳອິດທີ່ໄດ້ຂຶ້ນມາຮັບຕໍາແໜ່ງນີ້, ເຊິ່ງກ່ອນໜ້ານັ້ນ ທ່ານ ນາງ ສຸຊີລາ ກາກີ ມີຕໍາແໜ່ງເປັນປະທານສານສູງສຸດໃນເນປານ.

ໃນວັນທີ 14 ກັນຍາ 2025 ຮັກສາການນາຍຍົກລັດຖະມົນຕີ ແຫ່ງ ປະເທດເນປານໄດ້ຂຶ້ນກ່າວວ່າ: ຕົນ ແລະ ຄະນະລັດຖະມົນຕີຊຸດໃໝ່ ບໍ່ໄດ້ສົນໃຈໃນອໍານາດ,​ພວກເຮົາສົນໃຈໃນການເຮັດວຽກຮັບໃຊ້ປະເທດຫຼາຍກວ່າ ໂດຍຈະປະຕິບັດໜ້າທີ່ເປັນຮັກສາການນາຍົກລັດຖະມົນຕີ ເປັນເວລາ 6 ເດືອນເທົ່ານັ້ນ. ຫຼັງຈາກນັ້ນ, ຈະໄດ້ສົ່ງມອບອໍານາດການບໍລິຫານໃຫ້ແກ່ນາຍຍົກລັດຖະມົນຕີຄົນໃໝ່ທີ່ໄດ້ຈາກການເລືອກຕັ້ງ ແລະ ພ້ອມມອບເງິນຊ່ວຍເຫຼືອໃຫ້ກັບຄອບຄົວຜູ້ເສຍຊີວິດໃນເຫດການປະທ້ວງໃນວັນທີ 08-09 ກັນຍາ 2025.

ທາງກະຊວງສາທາລະນະສຸກ ໄດ້ອອກຖະແຫຼງຍອດຜູ້ເສຍຊີວິດຈາກເຫດການປະທ້ວງທີ່ຜ່ານມາຕອນນີ້ເພີ່ມຂຶ້ນເປັນ 72 ຄົນ, ເຊິ່ງຕອນນີ້ທາງໜ່ວຍກູ້ໄພກໍຍັງພະຍາຍາມຕິດຕາມຄົ້ນຫາເກັບກູ້ຜູ້ເສຍຊີວິດຢູ່ໃນຫ້າງ ແລະ ອາຄານອື່ນໆ.

ແຫຼ່ງຂໍ້ມູນ: TNN

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...