ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ ໃນເຂດປ່າໄມ້ຂອງລາວ ແລະ ຍັງເປັນແຮງຈູງໃຈໃຫ້ນັກທຸລະກິດພາກເອກະຊົນຂະໜາດນ້ອຍ ແລະ ກາງມາລົງທຶນ ໃນເຂດອຸທິຍານ ແລະ ປ່າສະຫງວນ ແລະ ເປັນການປະກອບສ່ວນໃຫ້ແກ່ການປົກປັກຮັກສາສິ່ງແວດລ້ອມ ແລະ ເສີມສ້າງຄວາມຮ່ວມມືທາງດ້ານເສດຖະກິດກັບຊຸມຊົນ.
ການປະກາດເຜີຍແຜ່ ຂໍ້ຕົກລົງການທ່ອງທ່ຽວໃນເຂດປ່າໄມ້ໃນມື້ນີ້ ໄດ້ເປັນແນວທາງໃຫ້ຮູ້ໄດ້ວ່າພາກເອກະຊົນ, ຊຸມຊົນ ແລະ ເຂດປ່າໄມ້ຊຶ່ງລວມທັງເຂດອຸທິຍານແຫ່ງຊາດ, ເຂດປ່າສະຫງວນ ແລະ ປ່າປ້ອງກັນສາມາດເຮັດວຽກຮ່ວມກັນໃນການ ພັດທະນາການທ່ອງທ່ຽວທຳມະຊາດ ທີ່ສາມາດສ້າງລາຍຮັບໃຫ້ກັບປະຊາຊົນທ້ອງຖິ່ນ, ສະໜອງງົບປະມານທີ່ຍືນຍົງ ເພື່ອການອະນຸລັກ ແລະ ສ້າງເປັນແຫລ່ງທ່ອງທ່ຽວທີ່ມີຄຸນະພາບສູງ ເພື່ອເປັນຜົນປະໂຫຍດຕໍ່ນັກທ່ອງທ່ຽວ ແລະ ພາກເອກະຊົນ ໄດ້ແນວໃດ.
ນອກຈາກ ການປະກາດເຜີຍແຜ່ຂໍ້ຕົກລົງດັ່ງກ່າວໃນມື້ນີ້ແລ້ວ, ຍັງລວມມີການເຜີຍແຜ່ເອກະສານຄູ່ມືເຊີນຊວນການລົງທຶນ ຂອງ 8 ເຂດອຸທິຍານ ແລະ ປ່າສະຫງວນ ຢ່າງເປັນທາງການນຳອີກດ້ວຍ, ຊຶ່ງເອກະສານດັ່ງກ່າວ ໄດ້ສະແດງໃຫ້ເຫັນໄດ້ເຖິງເຂດໃດທີ່ພາກເອກະຊົນສາມາດພັດທະນາ ແລະ ຄຸ້ມຄອງບໍລິຫານຈັດການເຂດແຫລ່ງທ່ອງທ່ຽວທຳມະຊາດ ຮ່ວມກັບຊຸມຊົນ ແລະ ກອງຄຸ້ມຄອງປ່າໄມ້ໄດ້. ຄູ່ມືເຊີນຊວນການລົງທຶນເຫລົ່ານີ້ໄດ້ເປັນແຫລ່ງຂໍ້ມູນທີ່ດີເລີດ ເພື່ອການລົງທຶນພັດທະນາ ເຂດແຫລ່ງທ່ອງທ່ຽວທີ່ດີເລີດ ໃນ ສປປ ລາວ ຮ່ວມກັບຊຸມຊົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ. ຄູ່ມືເຊີນຊວນການລົງທຶນ ທ່ານຍັງສາມາດຫາໄດ້ທາງອອນລາຍໃນ laoparks.la.
ເພື່ອສະໜັບສະໜູນໃຫ້ແກ່ ຂໍ້ຕົກລົງວ່າດ້ວຍການທ່ອງທ່ຽວໃນເຂດປ່າໄມ້ ແລະ ຄູ່ມືເຊີນຊວນການລົງທຶນທ່ອງທ່ຽວ ແລະ ເພື່ອເປັນການດຶງດູດນັກລົງທຶນ, ໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຂອງກົມປ່າໄມ້ຍັງໄດ້ ປະກາດເປີດໂຕກອງທຶນຊຸກຍູ້ສົ່ງເສີມທຸລະກິດການທ່ອງທ່ຽວທຳມະຊາດຈຸລະພາກ, ຂະໜາດນ້ອຍ ແລະ ກາງ(MSMEs) ທີ່ໄດ້ຮັບທຶນສະໜັບສະໜູນ ຈາກທະນາຄານໂລກນຳອີກດ້ວຍ. ກອງທຶນດັ່ງກ່າວ, ຈະຊ່ວຍໃນການພັດທະນາຜະລິດຕະພັນ, ການຝຶກອົບຮົມທີ່ຈຳເປັນໃຫ້ກັບຜູ້ບໍລິຫານ ແລະ ພະນັກງານ ຂອງບັນດາບໍລິສັດທ່ອງທ່ຽວທຳມະຊາດ ແລະ ສະໜອງງົບປະມານ ສຳລັບໂຄງລ່າງພື້ນຖານສາທາລະນະຂະໜາດນ້ອຍ, ການຕະຫລາດ ແລະ ດ້ານອື່ນໆ ຂອງການພັດທະນາການທ່ອງທ່ຽວ.
ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ “ ສປປ ລາວ ພວມກໍາລັງພັດທະນາການທ່ອງທ່ຽວທຳມະຊາດແບບຍືນຍົງ ໂດຍການຂັບເຄື່ອນຂອງພາກເອກະຊົນ ຊຶ່ງເປັນໜຶ່ງໃນເສົາຫລັກ ຂອງແຜນພັດທະນາເສຖະກິດແຫ່ງຊາດ ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ”. ການພັດທະນາການທ່ອງທ່ຽວ ໂດຍພາກເອກະຊົນທີ່ມີລະບຽບການຄຸ້ມຄອງທີ່ເຂັ້ມງວດຈະກໍ່ໃຫ້ເກີດຜົນປະໂຫຍດຢ່າງຫລວງຫລາຍໃຫ້ກັບປະຊາຊົນໃນພື້ນທີ່ປ່າໄມ້ ທັງໃນດ້ານວຽກເຮັດງານທຳ ແລະ ແຫຼ່ງລາຍໄດ້, ເປັນແຮງຈູງໃຈທາງດ້ານເສດຖະກິດໃຫ້ພວກເຂົາເອົາໃຈໃສ່ໃນການອະນຸລັກຊີວະນາໆພັນ ແລະ ຄວາມອຸດົມສົມບູນຂອງທໍາມະຊາດ ”.
ພ້ອມກັນນີ້, ຍັງມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັທະນະທຳ ແລະ ການທ່ອງທ່ຽວ, ທ່ານ Nick Ray, ນັກຂຽນປຶ້ມຄູ່ມື Lonely Planet ສຳລັບປະເທດກຳປູເຈຍ, ລາວ ແລະ ຫວຽດນາມ, ຊຶ່ງໄດ້ໃຫ້ ຂໍ້ມູນ ສະພາບລວມດ້ານຄຸນຄ່າຂອງການທ່ອງທ່ຽວທຳມະຊາດໃນພາກພື້ນແມ່ນ້ຳຂອງ ແລະ ທ່ານ ອິນທີ ເດືອນສະຫວັນ ປະທານສະມາຄົມທ່ອງທ່ຽວລາວ, ຊຶ່ງໄດ້ໃຫ້ລາຍລະອຽດກ່ຽວກັບໂອກາດການລົງທຶນບາງສ່ວນທີ່ມີຢູ່ໃນ 8 ເຂດປ່າສະຫງວນ.
ທ່ານ ຄິວມາ ເອັນທິຣາ, ຜູ້ຈັດການທະນາຄານໂລກປະຈຳ ສປປ ລາວ, ໄດ້ອະທິບາຍເຖິງ ຜົນຈາກສະໜັບສະໜູນທາງດ້ານການເງິນຂອງທະນາຄານໂລກພາຍໃຕ້ໂຄງການພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ທີ່ໄດ້ມີລະບຽບການໃໝ່ນີ້ອອກມາ ວ່າ “ພາຍໃຕ້ ກອງທຶນຊຸກຍູ້ ສົ່ງເສີມທຸລະກິດການທ່ອງທ່ຽວ, ບໍລິສັດຕ່າງໆ ຈະສາມາດເຂົ້າເຖິງແຫລ່ງທຶນ ແລະ ການສະໜັບສະໜູນດ້ານເຕັກນິກວິຊາການ ເພື່ອພັດທະນາການທ່ອງທ່ຽວ ຊຶ່ງຈະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນ ໃນເຂດພື້ນທີ່ ທີ່ມີຄວາມສວຍງາມທາງທໍາມະຊາດອັນໂດດເດັ່ນເຫຼົ່ານີ້, ຫາກວ່າບໍລິສັດເຫຼົ່ານັ້ນ ສາມາດປະຕິບັດໄດ້ ຕາມມາດຕະຖານທີ່ລັດຖະບານກໍານົດ ແລະ ພິສູດໃຫ້ເຫັນໄດ້ ເຖິງການປະຕິບັດໄດ້ທັງໝົດຕາມແຜນການ, ແນວທາງ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງເຂດປ່າສະຫງວນ”
ກອງທຶນນີ້ແມ່ນມີເງິນທຶນສະໝັບສະໜູນຢູ່ສາມປະເພດຄື: ເງິນທຶນສະໝັບສະໜູນວຽກງານການວາງແຜນ ແລະ ການສຶກສາຄວາມເປັນໃປໄດ້, ກອງທຶນແຂ່ງຂັນທີ່ມີເປົ້າໝາຍເນັ້ນໃສ່ການລົງທຶນໃນເຂດພື້ນທີ່ສະເພາະ ທີ່ມີຄວາມສໍາຄັນເປັນບູລິມະສິດສູງ ແລະ ທຶນສົມທົບສໍາລັບການພັດທະນາຜະລິດຕະພັນ ແລະ ການຕະຫລາດ. ບັນດາບໍລິສັດທີ່ມີຄວາມສົນໃຈສາມາດ ຍື່ນຄໍາຮ້ອງຂໍ ຕາມເອກະສານຄູ່ມືເຊີນຊວນການລົງທຶນທີ່ກົມປ່າໄມ້ໄດ້ຈັດພິມສຳລັບແຕ່ລະເຂດທັງ 8 ເຂດຄື: ເຂດອຸທິຍານແຫ່ງຊາດຫີນໜາມໜໍ່, ນໍ້າແອັດ-ພູເລີຍ, ນາກາຍ-ນໍ້າເທີນ, ພູຫີນປູນ ແລະ ເຂດປ່າສະຫງວນແຫ່ງຊາດຂຸນເຊໜອງມ້າ, ລະວິງ-ລະເວີນ ແລະ ຍອດນໍ້າໂມ້-ພູສາມສຸມ.
ທະນາຄານໂລກ ຄາດຄະເນວ່າການທ່ອງທ່ຽວທຳມະຊາດສາມາດເຕີບໂຕ ຈົນອາດສາມາດສ້າງລາຍໄດ້ປະມານ 10% ຂອງ GDP ແລະ ສ້າງວຽກເຮັດງານທຳ ໃນລາວໄດ້ເຖິງ 10%. ໂຄງການນີ້ ມີຈຸດປະສົງເພື່ອສ້າງວຽກເຮັດ-ງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ.