spot_img
Homeຂ່າວການພັດທະນາລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

Published on

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ ລາວ.

ໃນວັນທີ 9 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື MOA ກ່ຽວກັບການຄົ້ນຄວ້າ ແລະ ສ້າງແບບຈໍາລອງປັນຍາປະດິດ ສໍາລັບ Lao Large Language Model ລະຫວ່າງ ບໍລິສັດ SX GROUP ກັບ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ, ລະຫວ່າງ ທ່ານ ນາງ ສຸລິນ ຊະນະໄຊ ປະທານບໍລິສັດ SX GROUP ແລະ ທ່ານ ນາງ ວັນແສງ ຈຸນລະມະນີ ຄະນະບໍດີ ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ໂດຍມີ ທ່ານ ເດຊານຸລາດ ແສງດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ສົມກຽດ ພະສີ ປະທານທີ່ປຶກສາ ບໍລິສັດ SX GROUP, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ສຸລິນ ຊະນະໄຊ ກ່າວວ່າ: ຈຸດປະສົງຫຼັກຂອງການຮ່ວມມື ແມ່ນຮ່ວມກັນສ້າງ ແລະ ການພັດທະນາ Lao Large Model ແລະ Lao Corpus, ເຊິ່ງ Lao Large Model ແມ່ນແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ທີ່ສ້າງຂຶ້ນເພື່ອພາສາລາວ ເພື່ອໃຫ້ AI ເຂົ້າໃຈ ແລະ ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ ແລະ Lao Corpus ແມ່ນຖານຂໍ້ມູນພາສາລາວທີ່ຄົບຖ້ວນ ຖືກຕ້ອງ ແລະ ມີມາດຕະຖານ ເປັນເໝືອນ “ເຊື້ອເພີງພະລັງງານ” ທີ່ຊ່ວຍໃຫ້ AI ເວີຊັນພາສາລາວ ມີຄຸນນະພາບ ສາມາດນໍາໃຊ້ໄດ້ຈິງ ແລະ ສົມບູນແບບທີ່ສຸດ, ນອກນີ້ ໃນດ້ານການຮ່ວມກັນ ພັດທະນາບຸກຄະລະກອນ ຂອງທັງສອງຝ່າຍ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ອັບເດດ ນະວັດຕະກຳໃໝ່ ທາງດ້ານເຕັກໂນໂລຊີ ໃຫ້ທ່ວງທັນຕໍ່ສະພາບການພັດທະນາເຕັກໂນໂລຊີ ແລະ ໃຫ້ມີປະສິດຕິພາບ.

ສິ່ງນີ້ມີຄວາມສໍາຄັນ ແມ່ນເປັນ ໂຄງສ້າງພື້ນຖານດ້ານດິຈິຕອນ ຂອງປະເທດ ເປັນບາດກ້າວທໍາອິດທີ່ຈະຊ່ວຍສົ່ງເສີມການຍົກລະດັບຂີດຄວາມສາມາດ ໃຫ້ສອດຄ່ອງກັບ ຍຸດທະສາດດິຈິຕອນ 2030 ຂອງ ສປປ ລາວ ແລະ ສ້າງໂອກາດໃໝ່ໆໃນດ້ານເສດຖະກິດດິຈິຕອນ, ອີຄອມເມີຊ, ຟິນເທັກ, ດ້ານການສຶກສາ ແລະ ການອະນຸລັກພາສາ ວັດທະນະທຳຂອງຊາດ, ບໍ່ໃຫ້ຖືກລົບລືມໄດ້, ທັງເປັນການແລກປ່ຽນຄວາມຮູ້ ແລະ ຊັບພະຍາກອນ ແຕ່ຍັງເປັນການວາງຮາກຖານເພື່ອສ້າງ ລະບົບນິເວດ AI ຂອງ ສປປ ລາວ ທີ່ຍືນຍົງ ແລະ ເປັນປະໂຫຍດຕໍ່ສັງຄົມ ແລະ ເສດຖະກິດໃນອະນາຄົດ ແລະ ສືບຕໍ່ ເຊື່ອມໂຍງການພັດທະນາວຽກງານດັ່ງກ່າວສູ່ພາກພື້ນ ເຮັດໃຫ້ການພັດທະນາຂອງປະເທດເຮົາທັນ ກັບ ສາກົນ.

ຄ່ຽງຄູ່ກັນນີ້, ການນຮ່ວມມືກັນ ໃນການສ້າງແບບຈໍາລອງປັນຍາປະດິດ Lao Large Language Model ແລະ ໂມດູນພາສາລາວ ທີ່ຖືກຕ້ອງ ກັບຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ ເປັນໂຄງການທີ່ສໍາຄັນແຫ່ງການເຕີບໃຫຍ່ຂະຫຍາຍຕົວ ໃນການພັດທະນາວຽກງານດັ່ງກ່າວຮ່ວມກັນ ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ ລາວ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ທັງພາກລັດ ແລະ ເອກະຊົນ ໃຫ້ມີຄວາມຮູ້-ຄວາມສາມາດ ໃນການສ້າງ ແລະ ນໍາໃຊ້ນະວັດຕະກໍາປັນຍາປະດິດ ແລະ ເສີມຂະຫຍາຍພັດທະນາຜະລິດຕະພັນ ໃຫ້ມີຄຸນນະພາບ ແລະ ເປັນປະໂຫຍດຕໍ່ສັງຄົມ, ພ້ອມທັງຍົກລະດັບຄວາມສາມາດໃນການພັດທະນາ AI ໃຫ້ສອດຄ່ອງກັບຍຸດທະສາດດີຈີຕອນ 2030 ຂອງ ສປປ ລາວ.

ໃນການຮ່ວມມືຄັ້ງນີ້ ບໍລິສັດ SX GROUP ແລະ ຄະນະວິທະຍາສາດທໍາມະຊາດ ໄດ້ສະໜັບສະໜູນການໃຊ້ຊັບພະຍາກອນ ແລະ ບຸກຄະລາກອນຮ່ວມກັນ, ນໍາໃຊ້ຊັບພະຍາກອນດ້ານຮາດແວຣ໌ ແລະ ຊອບແວຣ໌, ພ້ອມທັງການເຂົ້າເຖິງຖານຂໍ້ມູນທີ່ມີຄວາມຈໍາເປັນ ຕໍ່ການພັດທະນາ ແລະ ຝຶກສອນທົດສອບແບບຈໍາລອງປັນຍາປະດິດ ແລະ ດໍາເນີນໂຄງການຄົ້ນຄວ້າວິໄຈ, ແຜນການຄົ້ນຄິດສ້າງນະວັດຕະກໍາໃໝ່ໆ ພ້ອມກັບການສົ່ງເສີມແລກປ່ຽນຄວາມຮູ້ ແລະ ຜູ້ຊ່ຽວຊານລະຫວ່າງສອງຝ່າຍ ລວມເຖິງການສົ່ງເສີມຝຶກອົບຮົມ, ສໍາມະນາ, ການບັນຍາຍໃຫ້ຄວາມຮູ້ ແລະ ທັກສະ ແກ່ນັກສຶກສາທາງດ້ານປັນຍາປະດິດ ເພື່ອຜັນຂະຫຍາຍຕໍ່ໄປໃນດ້ານໜ້າວຽກຕ່າງໆ ເພື່ອເປັນການສົ່ງເສີມວຽກງານປັນຍາປະດິດຂອງຊາດ ແລະ ອໍານວຍຄວາມສະດວກ ໃນການນໍາໃຊ້ລະບົບພັດທະນາ AI ທີ່ຖືກຕ້ອງ ແລະ ແມນຢໍາທີ່ສຸດ.

ແຫຼ່ງຂໍ້ມູນ: ໜັງສືພິມ ປກສ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...