ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ ແລະ ນັກລົງທຶນບໍລິສັດເອກະຊົນ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ສູນບໍລິການຄົບວົງຈອນ ທີ່ທັນສະໄໝ.
ຢູ່ເຂດບ້ານໂພນສົມບູນ, ບ້ານຫ້ວຍທົນ, ບ້ານໂພນເງິນ (ຫຼັກ 62) ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອຮັບໃຊ້ສັງຄົມທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ. ຕ່າງໜ້າລັດຖະບານລາວ ຮ່ວມລົງນາມໃນສັນຍາ ໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ທ່ານ ຈອງ ແທຈິນ (MR JEONG TAEJIN) ປະທານບໍລິສັດຜູ້ລົງທຶນສຳປະທານ.
ບໍລິສັດລົງທຶນສຳປະທານກ່າວວ່າ: ເປົ້າໝາຍຂອງໂຄງການ ແມ່ນສ້າງເປັນແຫຼ່ງທ່ອງທ່ຽວ ແລະ ສູນບໍລິການຄົບວົງຈອນ ທີ່ທັນສະໄໝ ເປັນມິດກັບສິ່ງແວດລ້ອມ ເຕັມໄປດ້ວຍສິ່ງອໍານວຍຄວາມສະດວກ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງລາວ. ໃນສະຖານທີ່ໂຄງການຈະປະກອບດ້ວຍສະໜາມກ໊ອຟ, ສະຖານທີ່ພັກຜ່ອນເວລາວ່າງ (ສວນນໍ້າ, ສວນຫຍ້າ, ທາງຍ່າງ), ບ່ອນພັກອາໄສ (ໂຮງແຮມ, ຮ້ານອາຫານ, ຮ້ານສະດວກຊື້), ເຂດພະລັງງານແສງອາທິດ (ເຂດເນື້ອທີ່ສໍາລັບວາງແຜງໂຊລາເຊວ, ສະຖານີເກັບພະລັງງານ), ຟາມງົວພັນນົມ (ໂຮງເຮືອນລ້ຽງງົວພັນນົມ, ເດີ່ນຫຍ້າ, ສວນຫຍ້າ), ເຂດຟື້ນຟູປ່າ ແລະ ອະນຸລັກທຳມະຊາດ (ເຂດປູກຕົ້ນໄມ້, ເຂດອະນຸລັກ-ສັດນໍ້າສັດປ່າ), ເສັ້ນທາງ, ຄອງນໍ້າ, ສວນ, ບ່ອນຈອດລົດ, ອ່າງນໍ້າເສຍ ແລະ ບ່ອນກໍາຈັດສິ່ງເສດເຫຼືອ.
ແຜນການພັດທະນາໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທໍາອິດ ແມ່ນໃນປີ 2025-2035 ໃນໄລຍະທໍາອິດຈະເນັ້ນໃສ່ການສ້າງໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກ ທີ່ສາມາດສ້າງລາຍຮັບໄດ້ໄວເຊັ່ນ: ສະໜາມກ໊ອຟ, ໂຮງແຮມ ແລະ ຮ້ານອາຫານ, ເຂດພັກຜ່ອນ ແລະ ທ່ອງທ່ຽວ ແລະ ໄລຍະທີສອງ ແຕ່ປີ 2036-2045 ແມ່ນຈະສືບຕໍ່ຂະຫຍາຍສາທາລະນຸປະໂພກ, ເຂດທ່ອງທ່ຽວເພີ່ມເຕີມ ແລະ ສິ່ງກໍ່ສ້າງອື່ນໆ ເພື່ອໃຫ້ເປັນແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ພັກຜ່ອນຄົບວົງຈອນ.
ແຫຼ່ງຂໍ້ມູນ: Lao national Radio