spot_img
HomeBaby-ແມ່ແລະເດັກເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

Published on

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ

ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ ມີອາການເຈັບບໍລິເວນທ້ອງ ແລະ ອາຈຽນບໍ່ຢຸດ, ຈຶ່ງໄດ້ເຂົ້າໄປກວດທີ່ໂຮງໝໍ, ຈາກຜົນ X-ray ທ້ອງບໍ່ມີອາການຜິດປົກກະຕິ ແຕ່ວ່າຈາກຜົນສະແກນ MRI ປະກົດວ່າ ລາວມີອາການຖືພານອກມົດລູກ ແລະ ໂຕອ່ອນໄດ້ໄປຈະເລີນເຕີບໂຕຢູ່ໃນຕັບ.

ການຖືພານອກມົດລູກເກີດຂຶ້ນເມື່ອໄຂ່ທີ່ໄດ້ຮັບການປະຕິສົນທິແລ້ວ ເຄື່ອນຕົວໄປຝັງຕົວໃນບໍລິເວນນອກມົດລູກ ບາງກໍລະນີ້ອາດຈະຄ້າງຢູ່ໃນທໍ່ນໍາໄຂ່ ຫຼື ອາດໄປຝັງຢູ່ທີ່ຜິວອະໄວຍະວະອື່ນ ໃນບາງກໍລະນີ້ອາດເປັນອັນຕະລາຍເຖິງແກ່ຊີວິດ.

ຜູ້ຊ່ຽວຊານໄດ້ອອກມາຕອບວ່າ ໃນກໍລະນີນີ້ ທີ່ໂຕອ່ອນໄປຝັງໂຕຢູ່ທີ່ຕັບໄດ້ເພາະວ່າຕັບມີການໄຫຼວຽນເລືອດທີ່ສົມບູນ ແຕ່ສຸດທ້າຍອະໄວຍະວະນີ້ກໍບໍ່ສາມາດລໍ່ລ້ຽງໂຕອ່ອນໃຫ້ເຕີບໂຕໄດ້.

ການຖືພານອກມົດລູກທີ່ຢູ່ໃນຕັບເປັນກໍລະນີທີ່ຫາໄດ້ຍາກເກີດຂຶ້ນໄດ້ພຽງ 1 ຕໍ່ 8,000,000 ຄົນ ເຊິ່ງໃນທົ່ວໂລກມີການຖືພາໃນຕັບເກີດຂຶ້ນພຽງ 45 ຄົນເທົ່ານັ້ນ. ສຸດທ້າຍ ຍິງຄົນນີ້ກໍຈຳເປັນຈະຕ້ອງໄດ້ຮັບການຜ່າຕັດເພື່ອນໍາໂຕອ່ອນອອກມາ ເພາະຖ້າປ່ອຍໃຫ້ຈະເລີນເຕີບໂຕຕໍ່,ຕັບອາດຈະເກີດຄວາມເສຍຫາຍ ແລະ ອາດຈະເຮັດໃຫ້ເຖິງແກ່ຊີວິດໄດ້.

ແຫຼ່ງຂໍ້ມູນ: BBC

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...