spot_img
Homeນານາສາລະປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

Published on

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ.

ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ ວັດຖຸທານຕ່າງໆມາລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ​ໂດຍ​ການ​ຫໍ່​ໃສ່​ໃບຕອງ​ກ້ວຍ ຫຼື ​ໃບຕອງ​ອື່ນໆ ຢໍ້າອີກ​ເທື່ອ​ໜຶ່ງວ່າ​ຫໍ່​ໃສ່​ໃບຕອງ (ບໍ່​ແມ່ນ​ກ່ອງ​ໂຟມ ​ແລະ ຖົງ​ຢາງ) ແລ້ວກໍເອົາໄປວາງປະດັບ​ໄວ້ຕາມດິນ ​ໃນ​ມື້​ເດືອນ 9 ດັບ ​ເອີ້ນ​ວ່າ​ຫໍ່​ເຂົ້າປະດັບດິນ.

​ເຊິ່ງມີ​ຄວາມສໍາຄັນ​ຫຼາຍ​ ​ໃນ​ການ​ເຮັດ​ຄວາມ​ດີ​ຄື​ບຸນ ​​ເພື່ອຕອບ​ແທນ​ຄຸນ​ແຜນ​ດິນ, ບັນພະ​ບູລຸດ ​ແລະ ສັບພະສັດ​ພວກ​ຜີ​ເຜດທັງຫຼາຍ ຕາມ​ຄວາມ​ເຊື່ອ​ຖື​ມາຍາ​ວນານ.

ວິທີ​ເຮັດບຸນ​ຫໍ່​ເຂົ້າປະດັບດິນ ​ແລະ ກິດຈະ​ກໍາ​ຕ່າງໆ: ບຸນຫໍ່ເຂົ້າປະດັບດິນ ​ແມ່ນ​ຈັດ​ຂຶ້ນໃນມື້ແຮມ 14 ຄໍ່າ ເດືອນ 9 ລາວ ຂອງ​ທຸກໆ​ປີ ​ເຊິ່ງປີ​ນີ້ ແມ່ນ​ກົງ​ກັບ​ວັນ​ພະຫັດ ວັນ​ທີ 23 ສິງຫາ 2025 ​ເປັນ​ມື້​ເຮັດບຸນຫໍ່ເຂົ້າປະດັບດິນ.

ຈຸດປະສົງຂອງວັນບຸນຫໍ່ເຂົ້າປະດັບດິນ ກໍເພື່ອ: 1.) ເພື່ອບູຊາເທບພະເຈົ້າຂອງແຜ່ນດິນ ທີ່ມີບຸນຄຸນຕໍ່ທຸກໆຊີວິດ, 2.) ເພື່ອອຸດທິດແຜ່ຜົນບຸນ ໃຫ້ແກ່ສັບພະສັດທັງຫລາຍ ທີ່ມີຍາດ ແລະ ບໍ່ມີຍາດ ຫຼື​ ເປັນການ​ເຮັດບຸນ​ໃຫ້​ຜີ​ເຜດ (ເຮັດບຸນໃຫ້​ເປດ), 3.) ເປັນເທດສະການເຮັດບຸນອຸທິດຫາບັນພະບຸລຸດ ຕາມ​ຮີດ 12 ຂອງ​ປະ​ເພນີ​ລາວ​ເຮົາ.

ຄວາມ​ເປັນ​ມາ​ຂອງ​ບຸນຫໍ່ເຂົ້າປະດັບດິນ: ບຸນ​ຫໍ່​ເຂົ້າປະດັບດິນ ອາດມີ​ຄວາມ​ເປັນ​ມາຢູ່ 3 ປະການ ຄື:

1.) ປະເພນີອັນນີ້ສືບເນື່ອງຈາກຮີດຄອງຂອງພາມ ​ເປັນ​ການ​ເຮັດ​ພິທິກັມ ເພື່ອໃຫ້ເປດ ຫຼື ຜີ​ເຜດ ມາຮັບເອົາ ຕາມຄວາມເຊື່ອຖືຂອງຄົນບູຮານ ກ່ອນການນັບຖືພຣະພຸດທະສາສະໜາ ​ເອີ້ນວ່າຫໍ່ເຂົ້າປະດັບດິນ.

​ເລື່ອງມີຢູ່ວ່າ ມີພາມຄອບຄົວໜື່ງ ມີລູກຊາຍຄົນດຽວ ພໍ່ແມ່ຮັກເໝືອນແກ້ວຕາດວງໃຈ ເມື່ອລູກຊາຍ ອາຍຸ 16 ປີ ກໍມາຕາຍຈາກ​ໄປ, ພໍ່ແມ່ໂສກເສົ້າເສຍໃຈຫຼາຍ ກິນບໍ່ໄດ້ນອນບໍ່ຫຼັບ ເພາະຄິດຮອດລູກ ຫຼັງຈາກຕາຍ ແລ້ວກໍນຳໄປຝັງໄວ້ທີ່ປ່າຊ້າ ປູກເຮືອນໃຫ້ຫຼັງໜື່ງພ້ອມທັງເຄື່ອງໃຊ້ສອຍທີ່ຢູ່ທີ່ນອນຄົບ, ແລ້ວແຕ່ງຄົນໃຊ້ ໄປສົ່ງເຂົ້າທຸກໆ​ວັນ ຢູ່ມາວັນໜື່ງຝົນຕົກແຮງນໍ້າຫຼາຍ ຄົນໃຊ້ຂ້າມໄປສົ່ງເຂົ້າບໍ່ໄດ້ ເລີຍກັບມາເຫັນພິກຂຸ ໄປບິນທະບາດ ຈິ່ງເອົາເຂົ້າໃສ່ບາດແລ້ວອຸທິດສ່ວນບຸນໄປໃຫ້ລູກຊາຍຂອງພາມ ໃນຄືນວັນນັ້ນ ພາມຜູ້ເປັນພໍ່ ຝັນເຫັນລູກຊາຍມາບອກວ່າ ຕັ້ງແຕ່ລູກຕາຍໄປກໍ່ໄດ້ມາກິນເຂົ້າແຕ່ມື້ວານນີ້ເທົ່ານັ້ນ ພາມຕື່ນຂື້ນນຶກປະຫຼາດໃຈ ໃນຄວາມຝັນນັ້ນ ຈຶ່ງ​ເອີ້ນຄົນໃຊ້ນັ້ນມາຖາມວ່າ ຂ້າພະ​ເຈົ້າໃຫ້ໄປສົ່ງເຂົ້າໃຫ້ລູກຊາຍຢູ່ໃນປ່າຊ້າ ​ເຈົ້າໄດ້ໄປທຸກມື້ ບໍ່? ຄົນໃຊ້ກໍຕອບວ່າໄປທຸກມື້ເວັ້ນໄວ້ແຕ່ມື້ວານນີ້​ໄປບໍ່ໄດ້ ເພາະຝົນຕົກແຮງນໍ້າຫຼາຍ ຂ້າມໄປສົ່ງເຂົ້າບໍ່ໄດ້ ຂ້ານ້ອຍກັບມາພົບພິກຂຸໄປບິນທະບາດ ຂ້ານ້ອຍຈິ່ງໄດ້ເອົາເຂົ້າໃສ່ບາດໃຫ້ພິກຂຸ ແລ້ວອຸທິດສ່ວນບຸນກຸສົນ ໄປໃຫ້ລູກຊາຍຂອງທ່ານ ເມື່ອພາມໄດ້ຟັງຄົນໃຊ້ຕອບ​ເຊັ່ນ​ນັ້ນກໍນຶກປະຫຼາດ​ໃນໃຈ ຈຶ່ງເຂົ້າໄປເຝົ້າພຣະພຸດທະເຈົ້າ ຂາບທູນເລື່ອງນັ້ນໃຫ້ຊົງຊາບ ພຣະພຸດທະເຈົ້າກໍໄດ້ຕັດເທດສະນາແກ່ພາມວ່າ ທ່ານພາມເຮັດຢ່າງນີ້ບໍ່​ແມ່ນ​ແນວທາງ​ທີ່ຖືກຕ້ອງ ເຮົາຈະສະແດງໃຫ້ທ່ານຟັງ ຜູ້ມີສັດທາຢາກຈະອະນຸເຄາະແກ່​ເຜດ ທີ່ລ່ວງລັບໄປແລ້ວ ໃຫ້ທຳບຸນຖວາຍທານແກ່ພຣະສົງຜູ້ມີສິນ ມີກັນລະຍານະທັມແລ້ວອຸທິດສ່ວນບຸນໄປໃຫ້ຜູ້ຕາຍໄປ ຍ່ອມໄດ້ຮັບ ຜົນທານນັ້ນເໝືອນດັ່ງຄົນໃຊ້ຂອງທ່ານ ທີ່ເອົາເຂົ້າໃສ່ບາດໃຫ້ພຣະສົງແລ້ວອຸທິດສ່ວນບຸນໄປໃຫ້ລູກຂອງທ່ານ ຈຶ່ງໄດ້ຮັບປະທານອາຫານ ເຊິ່ງປະກົດໃນຄວາມຝັນຂອງທ່ານນັ້ນ ເມື່ອພາມໃດ້ຟັງແລ້ວກໍເຂົ້າໃຈ ເກີດສັດທາ ເຫຼື່ອມໃສສະແດງຕົນເປັນພຸດທະມາມະກະນັບຖືພຣະພຸດທະສາສະໜາຕະຫລອດຊີວິດ.

2.) ການເຮັດບຸນຫໍ່ເຂົ້າປະດັບ​ດິນ​ນີ້ ມີມູນເຫດເກີດຈາກຄວາມເຊື່ອຕາມນິທານທໍາມະບົດວ່າ:

ຍາດພີ່ນ້ອງ ຂອງພະເຈົ້າພິມພິສານໄດ້ສໍ້ໂກງເງີນວັດຂອງສົງຕ່າງໆໄປເປັນຂອງຕົນ ໃນສະໄໝພຣະກັດສະປະພຸດທະເຈົ້າ ພວກອະດີດຍາດພີ່ນ້ອງຂອງພະເຈົ້າພີມພິສານເຫຼົ່ານັ້ນ ຄັນຕາຍໄປແລ້ວໄດ້ໄປເກີດປັນເຜດ.

​​ເປັນ​ຜດໃນນະຮົກຕະຫຼອດພຸດທະນິລັນດອນ ເມື່ອພະເຈົ້າພີມພິສານຖວາຍທານແດ່ພະສະມະນະ ໂຄດົມພຸດທະເຈົ້າ ໃນພັດທະກັບນີ້ ກໍ່ບໍ່ໄດ້ຢາດນໍ້າອຸທິດສ່ວນກຸສົນໄປໃຫ້ແກ່ພວກຍາດເຫຼົ່ານັ້ນ ພໍຕົກເຖີງກາງ ຄືນມາພວກເຜດຍາດພີ່ນ້ອງດັ່ງກ່າວໄດ້ມາສົ່ງສຽງຮ້ອງຄວນຄາງ, ອາໄລທຸກຂະເວທະນາ ແລະ ສະແດງ ຮ່າງອັນເປັນຕາຢ້ານໃຫ້ແກ່ພະເຈົ້າພີມພິສານ​ເຫັນ, ພໍມື້ເຊົ້າວັນໃໝ່ຂື້ນມາພະ​ເຈົ້າ​ພິມ​ພິສານ ກໍ່ສະເດັດໄປຖາມ ພະພຸດທະເຈົ້າ​ເຖິງ​​ເລື່ອງດັ່ງກ່າວ ພະພຸດທະອົງກໍ່ຊົງໄດ້ເລົ່າເລື່ອງລາວ ທີ່ເປັນຕົ້ນເຫດໃຫ້ພະເຈົ້າພິມພິສານ ໄດ້ຊົງຊາບ ພະເຈົ້າພິມພິສານຈິ່ງໄດ້ເຮັດບຸນຖວາຍທານອີກ ແລ້ວ​ໄດ້ຢາດນໍ້າ ແລະ ອຸທິດສ່ວນບຸນກຸສົນໄປໃຫ້ ບັນດາຍາດ​ພີ່ນ້ອງ ເມື່ອພວກ​ເຂົາໄດ້ຮັບສ່ວນບຸນກຸສົນຕາມການເອີ້ນມາແລ້ວນັ້ນ ພວກ​ເຜດກໍໄດ້ມາປະກົດຕົນ ໃຫ້ພະເຈົ້າພິມພິສານເຫັນ ແລະ ຊາບວ່າທຸກທີ່ພວກເຂົາໄດ້ຮັບນັ້ນໄດ້ທຸເລົາເບົາບາງລົງແລ້ວ ເພາະການອຸທິດ ສ່ວນບຸນກຸສົນຂອງພະ​ເຈົ້າ​ພິມ​ພິສານນັ້ນແລ ດັ່ງນັ້ນພຸດທະສາສະນິກະຊົນລາວຈິ່ງຖືເອົາມູນເຫດນີ້ ເຮັດບຸນ ຫໍ່ເຂົ້າປະດັບດິນ ນັບແຕ່ມື້ນັ້ນ ຕິດຕໍ່ກັນມາຈົນເຖິງປັດຈຸບັນ.

3.) ການເຮັດບຸນຫໍ່ເຂົ້າປະດັບດິນເປັນອີກປະເພນີໜື່ງໃນຮີດສີບສອງທີ່ນິຍົມກັນເຮັດໃນມື້ແຮມສິບສີ່ຄໍ່າເດືອນ 9 ເຊິ່ງບັນພະບຸຣຸດລາວເຮົາໄດ້ປະຕິບັດສືບກັນມາເປັນເວລາຍາວນານ,ຈົນກາຍເປັນຮີດຄອງປະເພນີແລະວັດທະ ນະທຳອັນ​ດີງາມ​ຂອງ​ຊາດ.

ກ່ຽວກັບບຸນຫໍ່ເຂົ້າປະດັບດິນຂອງຄົນບູຮານທີ່ໄດ້ປະຕິບັດກັນມາຈົນເຖິ່ງປັດຈຸບັນນີ້ ກ່ອນມີການທຳບຸນ ປະຊາ ຊົນກໍມີການຫ້າງຫາກະກຽມເຄື່ອງໄທຍະທານຕ່າງໆ ເປັນຕົ້ນວ່າ ຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸໄທຍະທານ ອື່ນໆໄວ້ພ້ອມ, ເຂົ້າຕົ້ມເຂົ້າໜົມເຫຼົ່ານັ້ນຈະແບ່ງອອກເປັນສ່ວນໆ ຄື:

ສ່ວນໜື່ງແບ່ງໄວ້ ຮັບປະທານພາຍໃນຄອບ ຄົວ, ສ່ວນທີ່ສອງແບ່ງໃຫ້ຍາດພີ່ນ້ອງແລະມິດສະຫາຍ, ສ່ວນທີ່ສາມແບ່ງໄວ້ເຮັດບຸນຕັກບາດ ຖວາຍໃຫ້ແກ່ ພຣະສົງສາມະເນນ ອຸຸທິດຢາດນໍ້າໄປໃຫ້​ແກ່ພວດ​ເຜດ, ສ່ວນທີ່ສີ່ເອົາໃບຕອງກ້ວຍມາຫໍ່ເຂົ້າຕົ້ມເຂົ້າໜົມ ແລະ ວັດຖຸທານອື່ນໆລວມກັນ ເຮັດເປັນຫໍ່ນ້ອຍຫໍ່ໃຫຍ່ຕາມຄວາມຕ້ອງການ ແລ້ວກໍເອົາໄປວາງ​ໄວ້ຕາມດິນ, ຕາມ​ຫຍ້າ, ຕາມ​ເຫງົ້າ​ໄມ້, ຕາມ​ໜ້າ​ເຮືອນ​ຂອງ​ຕົນ, ຕາມ​ທາດ​ເຈດີ ​ ແລະ ບ່ອນ​ອື່ນໆ ຕັ້ງ​ແຕ່​ເຊົ້າ​ມືດປະມານ 4-5 ​ໂມງ​ເຊົ້າ ຂອງ​ມື້​ເດືອນ 9 ດັບ ​ເອີ້ນ​ວ່າ ຫໍ່​ເຂົ້າປະດັບດິນ.

ແຫຼ່ງທີ່ມາ: ທັມມະທານ DHAMMAVOICES

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...

ເຈົ້າໜ້າທີ່ ກວດພົບ ອຸປະກອນທວນສັນຍານ ຈາກຕ່າງປະເທດ ມາໃຊ້ຢູ່ ນະຄອນຫລວງວຽງຈັນ

ຕັກເຕືອນ-ອົບຮົມ ພ້ອມຍຶດອຸປະກອນທວນສັນຍານ ຈາກຕ່າງປະເທດ ທີ່ລັກລອບມານຳໃຊ້ຢູ່ໃນນະຄອນຫຼວງວຽງຈັນ. ວັນທີ 19 ສິງຫາ 2025 ເພຈຂ່າວກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານວ່າ: ໃນລະຫວ່າງເດືອນ ມິຖຸນາ ຫາ...