Homeຂ່າວການຮ່ວມມືລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

Published on

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ

ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ, ລັດຖະມົນຕີປະຈໍາເລຂາທິການກ່ຽວກັບຊາຍແດນ, ປະທານຄະນະກໍາມະການຊາຍແດນຮ່ວມກໍາປູເຈຍ-ລາວ, ໂດຍມີຜູ້ຕາງໜ້າຈາກຂະແໜງການຂອງສູນກາງແລະທ້ອງຖິ່ນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມໄດ້ຮ່ວມກັນຮັບຮອງເອົາບົດບັນທຶກຂອງກອງປະຊຸມຄັ້ງທີ 11ຂອງຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກຳປູເຈຍແລະກຳປູເຈຍ-ລາວ, ສະບັບລົງວັນທີ 28 ເມສາ2025 ທີ່ແຂວງຫຼວງພະບາງ, ສປປ ລາວ ແລະ ບົດບັນທຶກຂອງກອງປະຊຸມລະຫວ່າງປະທານຄະນະອະນຸກໍາມະການເຕັກນິກຊາຍແດນຮ່ວມລາວ-ກຳປູເຈຍ ແລະກຳປູເຈຍ-ລາວ, ຄັ້ງວັນທີ25ກໍລະກົດ2025ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກຳປູເຈຍກ່ຽວກັບການຮັບຮອງຜົນການປະຕິບັດວຽກງານຂອງຄະນະວິຊາການເຕັກນິກຂອງທັງສອງຝ່າຍຢູ່ພາກສະໜາມໃນການກໍານົດຈຸດທີ່ຕັ້ງຫຼັກໝາຍຊາຍແດນເພື່ອປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍຊາຍແດນແບບເກົ່າແລະປັກຫຼັກໝາຍຊາຍແດນເພີ່ມເຕີມໃສ່ຕາມເສັ້ນຊາຍແດນຕະຫລອດເສັ້ນຊາຍແດນລາວ-ກຳປູເຈຍນັບແຕ່ເດືອນມິຖຸນາ 2024 ຫາເດືອນກໍລະກົດ2025 ສອງຝ່າຍສາມາດກໍານົດຈຸດທີ່ຕັ້ງຫຼັກໝາຍຢູ່ພື້ນທີ່ຕົວຈິງໄດ້ທັງໝົດຈໍານວນ 75ຈຸດ (ຫຼັກໝາຍ) ແລະສໍາເລັດການກໍ່ສ້າງຫຼັກໝາຍຊາຍແດນໃໝ່ປ່ຽນແທນຫຼັກໝາຍເກົ່າ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມ (ຫຼັກໝາຍຖີ່) ທີ່ແໜ້ນໜາຖາວອນຈໍານວນ 134 ຫຼັກໝາຍ. ໂດຍລວມແລ້ວນັບແຕ່ຈັດຕັ້ງປະຕິບັດວຽກງານການປັກຫຼັກໝາຍຊາຍແດນແບບໃໝ່ປ່ຽນແທນຫຼັກໝາຍແບບເກົ່າ ແລະ ປັກຫຼັກໝາຍຊາຍແດນເພີ່ມເຕີມແຕ່ເດືອນພຶດສະພາ 2023 ເປັນຕົ້ນມາ, ສອງຝ່າຍສາມາດກຳນົດຈຸດທີ່ຕັ້ງຫຼັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງໄດ້ທັງໝົດຈໍານວນ 241ຈຸດ (ຫຼັກໝາຍ) ກວມເອົາ 47.25% ແລະ ກໍ່ສ້າງໄດ້ຫຼັກໝາຍຊາຍແດນສໍາເລັດແລ້ວຈໍານວນ 207 ຫຼັກໝາຍກວມເອົາ 40.58% ໃນຈໍານວນຫຼັກໝາຍຊາຍແດນທັງໝົດ 510 ຫຼັກໝາຍທີ່ຈະປັກຕະຫລອດເສັ້ນຊາຍແດນລາວ-ກຳປູເຈຍ.

ທັງສອງຝ່າຍຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາເພື່ອຊອກຫາວິທີແກ້ໄຂຂໍ້ຄົງຄ້າງຮ່ວມກັນໃນໄລ ຍະຜ່ານມາແລະ ປຶກສາຫາລືກ່ຽວກັບກິດຈະກຳສະເຫຼີມສະຫຼອງຄົບຮອບ 30 ປີວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມລາວ-ກຳປູເຈຍ. ພ້ອມດຽວກັນນີ້, ຍັງໄດ້ເປັນເອກະພາບກັນວາງທິດທາງແຜນການເຮັດວຽກຮ່ວມກັນໃນຕໍ່ໜ້າໂດຍມອບໝາຍໃຫ້ຄະນະວິຊາການສອງຝ່າຍສືບຕໍ່ລົງປະຕິບັດວຽກງານຢູ່ພື້ນທີ່ຕົວຈິງຮ່ວມກັນເພື່ອບູລະນະຫຼັກໝາຍຊາຍແດນແລະກໍ່ສ້າງຫຼັກໝາຍຊາຍແດນເພີ່ມເຕີມໃຫ້ສຳເລັດຕາມແຜນການ.

ຄວາມຄືບໜ້າທີ່ສອງຝ່າຍສາມາດຍາດມາໄດ້ໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສໍາຄັນຂອງວຽກງານສຳຫຼວດ ແລະ ປັກຫຼັກໝາຍຊາຍແດນລະຫວ່າງສອງປະເທດພາຍໃຕ້ບັນຍາກາດແຫ່ງການພົວພັນຮ່ວມມືອັນດີແລະນັບມື້ນັບແໜ້ນແຟ້ນລະຫວ່າງລັດຖະບານກໍຄືປະຊາຊົນສອງປະເທດ, ບັນຫາຊາຍແດນໄດ້ຮັບການແກ້ໄຂເທື່ອລະກ້າວແລະມີຄວາມຈະແຈ້ງ, ສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງໄປພ້ອມໆກັບການຮັບປະກັນໃຫ້ປະຊາຊົນສອງປະເທດດໍາລົງຊີວິດຢ່າງສະຫງົບແລະໄປມາຫາສູ່ໄດ້ຢ່າງສະດວກ, ຕອບສະໜອງໃຫ້ແກ່ການສ້າງຊາຍແດນລະຫວ່າງສອງປະເທດລາວ-ກຳປູເຈຍໃຫ້ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບແລະການຮ່ວມມືພັດທະນາຕາມຄວາມມຸ້ງມາດປາດຖະໜາອັນແຮງກ້າຂອງການນໍາຂັ້ນສູງສອງພັກ, ສອງລັດ, ກໍຄືຂອງປະຊາຊົນສອງຊາດລາວແລະກໍາປູເຈຍ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີລາວ ພົບປະກັບ ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ໃນຕອນບ່າຍວັນທີ 8 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ແຈ້ງການມອດໄຟຟ້າຊົ່ວຄາວ ລັດວິສາຫະກິດໄຟຟ້າລາວ ນວ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ ເລີ່ມແຕ່ວັນທີ 9-14 ມິຖຸນາ 2026

​ລັດວິສາຫະກິດໄຟຟ້າລາວ (EDL) ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ສາຂານະຄອນຫຼວງວຽງຈັນ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ (ມອດໄຟ) ເພື່ອປັບປຸງ, ສ້ອມແປງລະບົບຕາໜ່າງໄຟຟ້າ ແລະ ຕິດຕັ້ງເສົາໄຟຟ້າໃໝ່ ໃຫ້ມີຄວາມປອດໄພ ແລະ ກຽມພ້ອມຮອງຮັບການຊົມໃຊ້ທີ່ດີຂຶ້ນ....

ກຽມໄປແຂ່ງຕໍ່ທີ່ຍີ່ປຸ່ນ MAZDA GB FC U12 ຄວ້າແຊ້ມ ບານເຕະເຍົາວະຊົນທີ່ອິນໂດເນເຊຍ ພ້ອມໄດ້ໄປແຂ່ງຕໍ່ຮອບສຸດທ້າຍທີ່ປະເທດຍີ່ປຸ່ນ

ເກັ່ງຫຼາຍ MAZDA GB FC ຢູ 12 ຄວ້າແຊ້ມບານເຕະເຍົາວະຊົນ ທີ່ອິນໂດເນເຊຍ ພ້ອມໄດ້ສິດບິນລັດຟ້າໄປແຂ່ງຂັນທີ່ປະເທດຍີ່ປຸ່ນ. ນ້ອງໆເຍົາວະຊົນຈາກສະໂມສອນ Mazda Laos GB FC ໂຊຊຟອງເກັ່ງຄວ້າແຊ້ມລາຍການແຂ່ງຂັນບານເຕະເຍົາວະຊົນລະດັບພາກພື້ນ...

ນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

ວັນທີ 7 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ...