spot_img
Homeຂ່າວກິລາດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

Published on

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ.

ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື ນ້ອງອ໋ອດສະກ້າ ມີອາຍຸພຽງ 11 ປີ ນັກຮຽນຊັ້ນ ປ.5 ໂຮງຮຽນສີຄຳພັດທະນາ (ເຂດບ້ານພະຂາວ ຫຼັກ5) ໄດ້ອອກເດີນທາງໄປຝຶກຊ້ອມນຳສະໂມສອນ ຄອນເນຢາ ທີ່ບາເຊໂລນາ ປະເທດແອັດສະປາຍ ຫຼື ສະເປນ ຕັ້ງແຕ່ວັນທີ 23/06/2025 ຈົນຮອດປັດຈຸບັນ, ສ່ວນມື້ຄັດເລືອກເຂົ້າທີມແມ່ນຈະຈັດຂຶ້ນໃນວັນທີ 26 ສິງຫາ 2025.

ສະໂມສອນ ຄອນເນຢາ (WOSPAC ແລະ Hospitalale) ເປັນສູນຝຶກໃຫ້ນັກກະລາເຍົາວະຊົນປະເທດແອັດສະປາຍ ເພື່ອຕໍ່ຍອດສູ່ສະໂມສອນໃຫຍ່ທົ່ວໂລກ ໃນນັ້ນກໍມີສະໂມສອນ ຣີລ ມາດຣິດ, ບາເຊໂລນາ, ຣີລເບຕິສ ອາເຊນອລ ແລະ ອື່ນໆ, ສໍາລັບ ອ໋ອດສະກ້າ ເຄີຍໄປ ບາເຊໂລນາ ມາແລ້ວ 2 ຄັ້ງກ່ອນໜ້ານີ້ກໍຄື: ເມື່ອປີ 2024 ໂດຍຕອນນັ້ນໄດ້ຝືກນຳ WOSPAC ແລະ Hospitalale, ສ່ວນຄັ້ງທີ 2 ແມ່ນໄປແຂ່ງຂັນໃນລາຍການ TAR 2025 ຮອບສຸດທ້າຍກັບ ສະໂມສອນເຍົາວະຊົນລາວ ທີ່ມີຊື່ສຽງກໍຄື W.I.G NAGA ຄວ້າອັນດັບທີ 19 ຂອງໂລກ ແລະ ຄວ້າທີ 3 ຂອງດິວິຊັນ 2.

ປັດຈຸບັນ ອ໋ອດສະກ້າ ແມ່ນໄປແອັດສະປາຍ ຄັ້ງທີ 3 ໄປຝຶກຊ້ອມນຳສະໂມສອນ ຄອນເນຢາ ທີ່ບາເຊໂລນາ ໄດ້ຝຶກຊ້ອມຢ່າງໜັກ ແລະ ລົງແຂ່ງຂັນທຸກໆວັນເສົາ ໂດຍຈະຄັດເລືອກ ເຂົ້າຮ່ວມທີມໃນວັນທີ 26 ສິງຫາ 2025.

ສໍາລັບ ປະຫວັດຜົນງານການແຂ່ງຂັນຂອງ ອ໋ອດສະກ້າ ນັບຕັ້ງແຕ່ອາຍຸ 8 ປີຈົນເຖິງປັດຈຸບັນ ສະເພາະຂັນນອກປະເທດ ແມ່ນບໍ່ທຳມະດາ ສ່ວນໃຫຍ່ແມ່ນແຂ່ງຂັນໃຫ້ກັບ ສະໂມສອນ ມາສສະດ້າ ຈີບີ ເອັບຊີ ອີກໜຶ່ງທີມດັງຂອງທີມບານເຕະເຍົາວະຊົນລາວ ສາມາດຍາດໄດ້ແຊ໋ມ ເຖີງ 8 ລາຍການ ລາຍລະອຽດມີດັ້ງນີ້.
– ໃນໄວອາຍຸ 8 ປີ ສາມາດນາດໄດ້ແຊ໋ມ ລາລີກາ ທີ່ປະເທດ ມາເລເຊຍ 2022
– ແຊ໋ມລາຍການຟຸດບອນແຫ່ງປະເທດໄທ 108 ຮອບແຊ໋ມຊົນແຊ໋ມ 2022
– ແຊ໋ມລາຍການ BANGKOK SUPER CUP U9 ປີ 2022
– U9 ແຊ໋ມລາຍການ ACF FOOTBALL TOURNAMENT 2023 ທີ່ປະເທດຫວາດນາມ
– ແຊ໋ມລາຍການຟຸດບອນການກິລາ ແຫ່ງປະເທດໄທ 108 ຮຸ່ນ U9 ໃນປີ 2023
– ແຊ໋ມ BANGKOK INTERNATIONAL 2023 ຮຸ່ນ U9
– U10 ແຊ໋ມ KELME THAILAND CUP 2024
– ແຊ໋ມ LALIGA THAILAND 2024
– ຮອງແຊ໋ມ ຊີງຂັນຄິງຄຣັບ ໃຈຟ້າ ແຂວງລົບບູລີ ປະເທດໄທ ປີ 2024
– U11 ລາຍການ TAR ຮອບສຸດທ້າຍທີ່ບາເຊໂລນາຈົບອັນດັບທີ 19
ທີ່ມາ: LAOSPORTMEDIA

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...