spot_img
Homeຂ່າວພາຍ​ໃນມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

Published on

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່

ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ ຫວ່າງເຈົ້ານະຄອນຫຼວງພະບາງຜູ້ເກົ່າ ແລະຮັກສາການເຈົ້ານະຄອນຫຼວງພະບາງຜູ້ໃໝ່ ໂດຍການເຂົ້າເປັນປະທານຂອງທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາການນຳຂອງແຂວງ-ຂອງນະຄອນ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງນະຄອນ, ນາຍບ້ານ-ຮອງນາຍບ້ານພາຍໃນເທດສະບານນະຄອນ, ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໄດ້ຜ່ານບົດລາຍງານການນຳພາ-ຊີ້ນຳວຽກງານຮອບດ້ານ ຂອງນະຄອນ ຫຼວງພະບາງໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຮັບໜ້າທີ່ເປັນເລຂາພັກ-ເຈົ້ານະຄອນ ຫຼວງພະບາງ ນັບແຕ່ວັນທີ 22 ມັງກອນ 2021 ມາຮອດປັດຈຸບັນ ເປັນເວລາ 4 ປີກັບ 3 ເດືອນ, ຕະຫຼອດໄລຍະ 4 ປີຜ່ານມາການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໄດ້ຮັບການສະໜັບສະໜູນຈາກສັງຄົມຢ່າງກວ້າງຂວາງ ເຮັດໃຫ້ເສດຖະກິດມີການຂະຫຍາຍ ໃນລະດັບ 6,9% ຕໍ່ປີ, ການພັດທະນາ, ປັບປຸງລະບົບພື້ນຖານໂຄງລ່າງເສັ້ນທາງ, ໄຟຟ້າ, ນໍ້າປະປາ-ນໍ້າສະອາດໂທລະຄົມ ແລະອື່ນໆ ໄດ້ເຂົ້າເຖີງທຸກບ້ານໃນທົ່ວນະຄອນພົ້ນເດັ່ນກ່ວາໝູ່ ແມ່ນການກໍ່ສ້າງເສັ້ນທາງເບຕົງ (ທາງຮ່ອມ-ທາງຊອຍ) ເຂົ້າບ້ານແບບມີສ່ວນຮ່ວມຂອງປະຊາຊົນ, ການກໍ່ສ້າງລະບົບນໍ້າປະປາ-ນໍ້າສະອາດຢູ່ກຸ່ມເມືອງຂາຍ, ກຸ່ມກອກຫວານ ແລະອື່ນໆ.

ຈາກນັ້ນທ່ານກໍ່ໄດ້ກ່າວອຳລາໜ້າທີ່ຢ່າງເປັນທາງການ, ທ່ານ ປອ ຄຳຄ່ອງ ພົມມະປັນຍາ ກໍ່ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ເລກທີ 521/ຄລສພ, ລົງວັນທີ 23 ພຶດສະພາ 2025 ແລະຂໍ້ຕົກລົງຂອງທ່ານເຈົ້າ ແຂວງເລກທີ 761/ຈຂ-ຫຼບ, ລົງວັນທີ 30 ພຶດສະພາ 2025, ວ່າດ້ວຍການຕົກລົງໃຫ້ພະນັກງານ-ລັດຖະກອນເຂົ້າຮັບອຸດໜູນບຳນານ ເຊິ່ງໄດ້ອານຸມັດ ໃຫ້ທ່ານ ວຽງທອງ ຫັດສະຈັນ ເຂົ້າຮັບອຸດໜູນບຳນານໃນງວດ 3 ປີ 2025 ເປັນຕົ້ນໄປ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຫຼວງພະບາງ ເລກທີ 527/ຈຂ-ຫຼບ, ລົງວັນທີ 22 ເມສາ 2025 ວ່າດ້ວຍການແຕ່ງຕັ້ງຮັກສາການເຈົ້ານະຄອນ ຫຼວງພະບາງ ໂດຍໄດ້ແຕ່ງຕັ້ງທ່ານ ສະເຫວີຍ ສີລາວັນ ເປັນຜູ້ຮັກສາການ, ຈາກນັ້ນທ່ານເຈົ້ານະຄອນຜູ້ເກົ່າ ກໍໄດ້ເຊັນມອບ-ຮັບໜ້າທີ່ ໃຫ້ຜູ້ຮັກສາການເຈົ້ານະຄອນຜູ້ໃໝ່ໂດຍການເປັນສັກຂີພີຍານຂອງທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ, ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາການນຳຂອງແຂວງ-ຂອງນະຄອນ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງນະຄອນ.

ແຫຼ່ງຂ່າວ: ໂທລະບາບ ຫຼວງພະບາງ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...