spot_img
Homeຂ່າວພາຍ​ໃນປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

Published on

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ ຂອງພໍ່ນີ ນີລະໄຊ ແລະ ແມ່ ສາຍບົວ ນີລະໄຊ ໃນຄອບຄົວຊົນຊັ້ນຊາວນາກາງ, ມີອ້າຍເອື້ອຍນ້ອງຮ່ວມກັນ 6 ຄົນ.

ເວລາອາຍຸ 7 ປີ ໄດ້ຂຶ້ນມາຢູ່ວຽງຈັນ ນຳພໍ່ເຖົ້າມະຫາແກ້ວ ແລະ ໄດ້ເຂົ້າຮຽນຢູ່ຊັ້ນປະຖົມ, ຫລັງຈາກນັ້ນ ກໍ່ສອບເສັງເຂົ້າຮຽນມັດຖະຍົມປາວີ (College PAVIE) ເຊິ່ງເປັນໂຮງຮຽນມັດທະຍົມແຫ່ງດຽວຢູ່ປະເທດລາວໃນສະໄໝນັ້ນ.

– ທ້າຍປີ 1941 ປະທານ ຄຳໄຕ ສີພັນດອນ ໄດ້ຕັດສິນໃຈອອກຈາກໂຮງຮຽນ ແລ້ວເສັງເຂົ້າເຮັດວຽກ ຢູ່ຂະແໜງໄປສະນີ, ຫລັງຈາກນັ້ນ ໄດ້ໄປຮຽນຕໍ່ວິຊາສະເພາະ 2 ປີ ຢູ່ ໄຊງ່ອນ ( ພາກໃຕ້ຫວຽດນາມ, ນະຄອນ ໂຮ່ຈີ່ມິງ ໃນປະຈຸບັນ).
– ປີ 1944 ປະທານ ຄຳໄຕ ສີພັນດອນ ໄດ້ຮັບການແຕ່ງຕັ້ງເປັນນາຍສາຍ ແລະ ໄດ້ໄປປະຈຳການ ຢູ່ແຂວງຜົ້ງສາລີ.
– ປີ 1946 ປະທານ ຄຳໄຕ ສີພັນດອນ ໄດ້ໄປເປັນຫົວໜ້າໄປສະນີ ຢູ່ເມືອງປາກເຊ ແຂວງຈຳປາສັກ.
– ປີ 1947-1948 ເປັນນາຍທະຫານ ປະຈໍາເສນາທິການເຂດໃຕ້ ຢູ່ຊາຍແດນລາວ-ໄທ.
– ປີ 1948 1950 ເປັນຜູ້ແທນລັດຖະບານລາວອິດສະຫລະປະຈຳ ເຂດໃຕ້ ແລະຮັບຜິດຊອບ ກໍ່ຕັ້ງທີ່ໝັ້ນການປະຕິວັດ ຢູ່ເຂດໃຕ້.
– ປີ 1950-1952 ເປັນກຳມະການສູນກາງແນວລາວອິດສະຫລະ.
– ປີ 1952-1955 ເປັນປະທານຄະນະກໍາມະການເຂດ, ທັງຮັບຜິດຊອບ ການທະຫານເຂດກາງ.
– ປີ 1953 ໄດ້ເຂົ້າເປັນສະມາຊິກພັກກອມມູນິດ ອິນດູຈີນ.
– ປີ 1955-1956 ເປັນເສນາທິການ ກອງທັບຝ່າຍປະເທດລາວ.
– ປີ 1957-1959 ເປັນກຳມະການສູນກາງພັກ, ເປັນຫົວໜ້າຫ້ອງວ່າການສູນກາງພັກ.
– ປີ 1959-1960 ເປັນກຳມະການສູນກາງພັກ, ເຮັດໜ້າທີ່ ໂຄສະນາອົບຮົມ ແລະ ຮັບຜິດຊອບ ຢູ່ວິທະຍຸກະຈາຍສຽງ ຂອງສູນກາງພັກ (ຝ່າຍປະເທດລາວ).
– ປີ 1960-1961 ເປັນກຳມະການສູນກາງພັກ ຮັບຜິດຊອບວຽກງານການທະຫານ, ເປັນຜູ້ບັນຊາການສູງສຸດ ກອງທັບຝ່າຍປະເທດລາວ.
– ປີ 1972 ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກ ໄດ້ຮັບເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.
– ປີ 1975 ພາຍຫລັງຢຶດອໍານາດການປົກຄອງໃນທົ່ວປະເທດ ໄດ້ຮັບການແຕ່ງຕັ້ງເປັນຮອງປະທານສະພາລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປົດປ່ອຍປະຊາຊົນລາວ.
– ປີ 1982-1986 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ III ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.
– ປີ 1986-1991 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ IV ຂອງພັກ ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ເລຂາທິການສູນ ກາງພັກອີກເທື່ອໃໝ່, ທັງຮັບຜິດຊອບເປັນລັດຖະມົນຕີ ກະຊວງປ້ອງກັນປະເທດ ແລະ ເປັນຜູ້ບັນຊາການສູງສຸດກອງທັບປະຊາຊົນລາວ.
– ປີ 1991 ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ ສະຫາຍໄດ້ຖືກເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ ແລະ ເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທັງເປັນຜູ້ບັນຊາການສູງສຸດ ກອງທັບປະຊາຊົນລາວ.
– ວັນທີ 15/8/1991 ກອງປະຊຸມເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ 2 ໄດ້ແຕ່ງຕັ້ງສະຫາຍເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
– ວັນທີ 24 ພະຈິກ ປີ 1992 ກອງປະຊຸມຄົບຄະນະຄັ້ງພິເສດ ຂອງຄະນະບໍລິຫານງານສູນກາງພັກ (ສະໄຫມທີ V ) ສະຫາຍໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ ແລະ ທັງເປັນນາຍົກລັດ ຖະມົນຕີ.
– ປີ 1996 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VI ຂອງພັກ ໄດ້ຖືກເລືອກຕັ້ງເປັນປະທານຄະນະບໍລິຫານງານສູນກາງພັກ.
– ປີ 1998 ໄດ້ຮັບການເລືອກຕັ້ງ ເປັນປະທານປະເທດ ແຫ່ງ ສປປ ລາວ.
-ປີ 2001-2006 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ VII ຂອງພັກ ໄດ້ຖືກເລືອກຕັ້ງ ເປັນປະທານຄະນະບໍລິຫານງານສູນກາງພັກ, ທັງເປັນປະທານປະເທດ ແຫ່ງ ສປປ ລາວ.
-ປີ 2006 ຍ້ອນອາຍຸກະສຽນສູງ, ເພິ່ນຈຶ່ງສະເໜີພັກຮັບບຳນານ.
ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນນັກປະຕິວັດທີ່ມີການເຄື່ອນໄຫວອັນໂດດເດັ່ນຂອງພັກເຮົາ ເຊິ່ງຕະຫລອດໄລຍະຜ່ານມາ ເພິ່ນໄດ້ປະກອບສ່ວນຢ່າງໃຫຍ່ຫລວງ, ມີລັກສະນະຮອບດ້ານເຂົ້າໃນການຈັດຕັ້ງນຳພາ ພາລະກິດປະຕິວັດຂອງພັກ ແລະ ປະຊາຊົນເຮົາ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນນັກຍຸດທະສາດທີ່ມີວິໄສທັດທາງການເມືອງ ແລະ ການທະຫານອັນກວ້າງໄກ, ສາມາດຕີລາຄາ ແລະ ຄາດຄະເນການຜັນແປຂອງສະຖານະການ ເພື່ອເປັນເຈົ້າການໃນການແກ້ໄຂ, ເພິ່ນກາຍເປັນເພື່ອນຮ່ວມຮົບທີ່ໃກ້ຊິດ ແລະ ສະໜິດສະໜົມທີ່ສຸດຂອງປະທານ ໄກສອນ ພົມວິຫານ ແລະ ຄຽງບ່າຄຽງໄຫລ່ກັບຜູ້ນຳພັກ-ລັດ ຄົນອື່ນໆ ໃນການຄົ້ນຄວ້າກຳນົດແນວທາງ, ແຜນນະໂຍບາຍ ແລະ ຍຸດທະສາດ-ຍຸດທະວິທີປະຕິວັດ ທີ່ຖືກຕ້ອງ, ສອດຄ່ອງໃຫ້ແກ່ການປະຕິວັດລາວໃນແຕ່ລະໄລຍະ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນໍາຂອງພັກເຮົາ ທີ່ກຳຄັນທຸງແຫ່ງຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ໃນຖັນແຖວປະຕິວັດ ທັງເປັນສັນຍາລັກແຫ່ງຄວາມສາມັກຄີ, ເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ; ມີຄວາມເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດຕໍ່ບັນດາຫລັກການແຫ່ງການຈັດຕັ້ງເຄື່ອນໄຫວຂອງພັກ; ມີຈິດໃຈເອື້ອເຟື້ອເຜື່ອແຜ່ຕໍ່ໝູ່ສະຫາຍ ແລະ ຕໍ່ມະຫາຊົນ; ເດັດດ່ຽວຕ້ານທຸກປະກົດການທີ່ຝືນກັບຫລັກການ ແລະ ລະບຽບວິໄນ ເພື່ອປົກປ້ອງຄວາມປອດໃສຂອງພັກ ແລະ ກໍ່ສ້າງເພື່ອນສະຫາຍໃຫ້ມີການປະພຶດປະຕິບັດ ທີ່ເປັນແບບຢ່າງ ຈຶ່ງເຮັດໃຫ້ເພິ່ນໄດ້ຮັບຄວາມເຄົາຄົບນັບຖື ແລະ ເຊື່ອໝັ້ນຈາກການຈັດຕັ້ງ ແລະ ເພື່ອນສະຫາຍຢູ່ອ້ອມຂ້າງຕະຫລອດມາ.
ດ້ວຍຄຸນງາມຄວາມດີຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ພັກ ແລະ ລັດ ໄດ້ຍ້ອງຍໍສັນລະເສີນດ້ວຍຫລຽນໄຊ, ຫລຽນກາ ປະເພດຕ່າງໆ ເຊັ່ນ:
1. ຫລຽນຄຳແຫ່ງຊາດ ຈຳນວນ 02 ຫລຽນ.
2. ຫລຽນໄຊພິລະອາດຫານ ຊັ້ນ I ຈຳນວນ 01 ຫລຽນ.
3. ຫລຽນໄຊປະຕິວັດຊະນະເລີດຊັ້ນ I ຈຳນວນ 01 ຫລຽນ.
4. ຫລຽນກາຕໍ່ຕ້ານຝຣັ່ງຈຳນວນ 01 ຫລຽນ.
5. ຫລຽນກາຕໍ່ຕ້ານອາເມລິກາ ຈຳນວນ 01 ຫລຽນ.
6. ຫລຽນກາລະນຶກ 70 ປີ ຂອງພັກ ຈໍານວນ 01 ຫລຽນ.
ນອກຈາກນັ້ນ, ຍັງໄດ້ຮັບຫລຽນດາວຄຳ, ຫລຽນໄຊ ແລະ ຫລຽນກາຕ່າງໆ ຈາກປະເທດເພື່ອນມິດຈໍານວນໜຶ່ງ.

ບົດຄວາມຫຼ້າສຸດ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ

ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ຮ່ວມມືກັບ ກຸ່ມບໍລິສັດ YCH ເດີນຫນ້າຮ່ວມມືກັນໃນການຂົນສົ່ງສິນຄ້າກະສິກໍາຂ້າມແດນຫຼາຍຮູບແບບ ເພື່ອເສີມສ້າງຄວາມເຊື່ອມໂຍງຂອງພູມິພາກອາຊຽນ ບໍລິສັດ ສິດທິໂລຈິດສຕິກ ລາວ ຈຳກັດ ແລະ ກຸ່ມບໍລິສັດ...

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ

ກຸ່ມບໍລິສັດ ພອນສັກ ລົງທຶນ 4 ຕື້ໂດລາ ສ້າງໂຮງງານໄຟຟ້າພະລັງງານຄວາມຮ້ອນຖ່ານຫີນຂະຫນາດໃຫຍ່ຢູ່ແຂວງເຊກອງ ສົ່ງອອກກຳປູເຈຍ. ໃນວັນທີ 2 ເມສາ 2025 ໄດ້ຈັດພິທີວາງສິລາລຶກຢ່າງເປັນທາງການ ສຳລັບໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງກະລືມ, ແຂວງເຊກອງ ພາກໃຕ້ຂອງ...

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...