spot_img
Homeຂ່າວພາຍ​ໃນຊົມເຊີຍເຈົ້າໜ້າທີ່ ຂວງອັດຕະປື ກັກຕົວ ພະນັກງານແຂວງ ແລະ ກຸ່ມແກ້ງ 21 ຄົນ ພ້ອມຢຶດຊັບໃນຄະດີສໍ້ລາດບັງຫຼວງ

ຊົມເຊີຍເຈົ້າໜ້າທີ່ ຂວງອັດຕະປື ກັກຕົວ ພະນັກງານແຂວງ ແລະ ກຸ່ມແກ້ງ 21 ຄົນ ພ້ອມຢຶດຊັບໃນຄະດີສໍ້ລາດບັງຫຼວງ

Published on

ແຂວງອັດຕະປື ກວດພົບ ແລະ ກັກຕົວ ພະນັກງານແຂວງ ແລະ ກຸ່ມແກ້ງ 21 ຄົນ ຮ່ວມກັນສໍ້ລາດບັງຫຼວງ

ທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານອົງການກວດກາ ພັກ-ລັດ ລາຍງານຜົນ ການກວດກາ, ເກັບກຳຂໍ້ມູນ ແລະ ສືບສວນ-ສອບສວນຄະດີການສໍ້ລາດບັງຫລວງຢູ່ແຂວງອັດຕະປື ວັນທີ 20 ມີນາ 2025 ນີ້ວ່າ:
ໄລຍະເດືອນເມສາ 2024 ຜ່ານມາ ກຸ່ມບໍລິສັດ ຮົງກົງທຽນຊື ຈຳກັດ ໄດ້ປະກອບສ່ວນເປັນເງິນຈຳນວນ 2,000,000 ໂດລາສະຫະລັດໃຫ້ແຂວງອັດຕະປື ໃນການກໍ່ສ້າງສ້ອມແປງເສັ້ນທາງ ເບີ 9004 ແຕ່ແຍກ 18A ຂົວເຊປຽນ ແຂວງອັດຕະປື ຫາ ເຂດແດນ ເມືອງປາກຊ່ອງ ແຂວງຈໍາປາສັກ.

ວັນທີ 4 ທັນວາ 2024 ທ້າວ ສຸວິໄຊ ສຸລິຍະໄລ (ທ້າວ ໝູ) ໄດ້ເຂົ້າມາມອບໂຕຕໍ່ເຈົ້າໜ້າທີ່ ແລະ ສືບສວນ-ສອບສວນ ເພື່ອຂະຫຍາຍຜົນ ສາມາດກຳນົດເປົ້າໝາຍຜູ້ຕ້ອງຫາຕ່າງໆໄດ້ຊັດເຈນຂຶ້ນຕື່ມ ໂດຍສະເພາະ ບັນດາແຫຼ່ງງົບປະມານທີ່ຖືກຍັກຍອກ ຫຼື ລັກລອບຖອນອອກໄປໂດຍບໍ່ຖືກຕ້ອງ. ພົບເຫັນຜົນເສຍຫາຍເງິນໂດລາສະຫະລັດ 2,523,800 ໂດລາສະຫະລັດ, ເງິນກີບ 17,373,754,429 ກີບ ແລະ ເງິນດົງ 1,500,000,000 ດົງ.

ມາຮອດປັດຈຸບັນ ຄະນະສະເພາະກິດຂັ້ນແຂວງ ແລະ ສູນກາງ ໄດ້ຮ່ວມກັນໃນການດຳເນີນ ສືບສວນ-ສອບສວນ ຕໍ່ເປົ້າໝາຍ ພະນັກງານຂອງລັດ ຜູ້ປະກອບການ ແລະ ປະຊາຊົນຈຳນວນໝຶ່ງ ທີ່ມີສ່ວນກ່ຽວພັນກັບບ້ວງເງິນທີ່ຖືກເສຍຫາຍ ລະອຽດຄື:

1). ໄດ້ອອກຄຳສັ່ງເປິດການສືບສວນ-ສອບສວນ ຜູ້ຖືກຫາທັງໝົດ 37 ຄົນ, ຍິງ 17 ຄົນ; ອອກຄຳສັ່ງກັກຕົວ 21 ຄົນ, ຍິງ 08 ຄົນ (ເປັນພະນັກງານລັດ 14 ຄົນ, ຍິງ 04 ຄົນ); (ກຳມະການພັກແຂວງ 3 ຄົນ, ບໍານານ 01 ຄົນ), ເສຍຊີວິດ 01 ຄົນ, ຜູ້ປະກອບການ 07 ຄົນ, ຍິງ 04 ຄົນ ໃນນີ້: ພົບເຫັນພະນັກງານ ທີ່ຕິດພັນກັບການສໍ້ລາດບັງຫຼວງໂດຍກົງ ຈໍານວນ 15 ຄົນ ລາຍລະອຽດຄືຶ: ທ້າວ ສຸລິຈັນ ພອນແກ້ວ ອາດິດຫົວໜ້າຫ້ອງວ່າການແຂວງ ໃນນັ້ນມີພະນັກງານຫ້ອງວ່າການແຂວງ ມີສ່ວນຮ່ວມ 05 ຄົນ; ທ້າວຄຳເຜີຍ ໂສມຖາວອນ ອາດິດຫົວໜ້າພະແນກການເງິນແຂວງ, ທ້າວ ສຸກໃໝ ສຸດບຸນລົ້ນ (ແມ່ນໄດ້ເສຍຊີວິດໃນຄ້າຍຄຸມຂັງ ໃນຊ້ວງດຳເນິນຄະດີ) ໃນນັ້ນມີພະນັກງານຂົງເຂດການເງິນ, ຄັງເງິນປະຈຳແຂວງທີ່ມີສ່ວນຮ່ວມ ຈຳນວນ 09 ຄົນ, ທ້າວ ສູນນະຄອນ ແກ້ວວຽງຄຳ ອະດີດຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ.

ໄດ້ດຳເນີນການສືບສວນ-ສອບສວນ ພະນັກງານ-ລັດຖະກອນ, ຜູ້ປະກອບການ ແລະ ປະຊາຊົນ ພວກດັ່ງກ່າວມີສ່ວນກ່ຽວພັນກັບການປ່ອຍເງິນກູ້ດອກເບ້ຍສູງ, ການພະນັນອອນໄລ, ດຳເນິນທຸລະກິດບໍ່ຖຶກຕ້ອງ ແລະ ແລກປ່ຽນເງິນຕາຕ່າງປະເທດຊະຊາຍ ມີຈຳນວນ 22 ຄົນ, ໃນນີ້ມີຄົນຕ່າງປະເທດ 1 ຄົນ(ເປັນຄົນໄທ).

2). ໄດ້ເກັບກູ້ເຄື່ອງຂອງກາງຄະດີ ຈາກຜູ້ຖືກຫາ ປະເພດຕ່າງໆ ເຊັ່ນ ເງິນກີບຈຳນວນ 18,475,762,500 ກີບ (ສິບແປດຕື້ ສີ່ຮ້ອຍເຈັດສິບຫ້າລ້ານ ເຈັດແສນຫົກສິບສອງພັນ ຫ້າຮ້ອຍກີບ), ເງິນບາດ ຈໍານວນ 59,400 ບາດ (ຫ້າສິບເກົ້າພັນສີ່ຮ້ອຍບາດ), ເງິນໂດລາສະຫະລັດ 57,000 ໂດລາສະຫະລັດ (ຫ້າສິບເຈັດພັນໂດລາສະຫະລັດ), ວັດຖຸຄ້າຍຄືຄໍາຮູບປະພັນ ນໍ້າໜັກ 2,793.4 ກຣາມ, ປະເພດທີ່ດິນ ທັງໝົດ ຈຳນວນ 77 ຕອນດິນ, ລົດຈິບ ຈຳນວນ 05 ຄັນ, ລົດກະບະ ຈຳນວນ 03 ຄັນ, ລົດຈັກ ຈຳນວນ 03 ຄັນ ແລະ ອາຍັດລົດຈິບ 02 ຄັນ, ໂທລະສັບມືຖື ຈໍານວນ 18 ເຄື່ອງ, ປະເພດໄມ້ດູ່ 62 ຕັບ 5.067 ແມັດກ້ອນ, ປະເພດໄມ້ຈິກ 344 ແຜ່ນ 7.736 ແມັດກ້ອນ, ປະເພດໄມ້ເຊືອກ 132 ຕັບ 24.447 ແມັດກ້ອນ.

3). ມາຮອດປັດຈຸບັນຄະນະສະເພາະກິດແຂວງ ແລະ ສູນກາງໄດ້ສະຫຼຸບຜົນການສືບສວນນ-ສອບສວນ ຄະດີສໍ້ລາດບັງຫຼວງບ້ວງເງິນ 2,000,000 (ສອງລ້ານໂດລາສະຫະລັດ) ແລະ ບ້ວງເງິນອື່ນໆຢູ່ແຂວງອັດຕະປື ສຳເລັດໂດຍພື້ນຖານ ແລະ ໄດ້ສົ່ງສຳນວນຄະດີໃຫ້ອົງການໄອຍະການປະຊາຊົນແຂວງ ຖະແຫຼງ ສັ່ງຟ້ອງໃຫ້ສານປະຊາຊົນຕັດສີນຕາມຂັ້ນຕອນຂອງກົດໝາຍ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...