spot_img
Homeຂ່າວພາຍ​ໃນລັດຖະມົນຕີ ກະຊວງການເງິນ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຫລວງພະບາງ

ລັດຖະມົນຕີ ກະຊວງການເງິນ ຢ້ຽມຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຫລວງພະບາງ

Published on

ເຂື່ອນໄຟຟ້ານ້ຳຂອງຫລວງພະບາງ ຄາດວ່າຈະເລີ່ມຜະລິດໄຟຟ້າພາຍໃນປີ 2027

ວັນທີ 8 ກຸມພາ 2025 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ໄດ້ລົງໄປເຄື່ອນໄຫວຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2025 , ຊຶ່ງທ່ານພ້ອມດ້ວຍຄະນະກໍໄດ້ໄປຢ້ຽມ ຢາມໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງ ຫລວງພະບາງ ເພື່ອຕິດຕາມຄວາມຄືບໜ້າ ບັນດາໜ້າວຽກການກໍ່ສ້າງ ໂຄງການດັ່ງກ່າວ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຂອງຫລວງພະບາງ ເປັນໂຄງການພັດທະນາເຂື່ອນໄຟຟ້າ ພະລັງງານນ້ຳແບບຍືນຍົງ ເຊິ່ງໄດ້ຖອດຖອນບົດຮຽນຈາກ ການພັດທະນາເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ ມີມູນຄ່າການກໍ່ສ້າງປະມານ 5 ຕື້ໂດລາສະຫະລັດ. ພ້ອມນີ້, ໄດ້ຜ່ານການວິເຄາະພັນປາເພື່ອອະນຸລັກ, ສຳຫລວດ-ອອກແບບໃຫ້ເໝາະສົມກັບພື້ນທີ່ ໂດຍບໍ່ສົ່ງຜົນກະທົບຕໍ່ເຂດມໍລະດົກໂລກຫລວງພະບາງ, ຫລີກລ້ຽງຜົນກະທົບໜັກ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະລະດັບນ້ຳທີ່ຍຶ່ງຂຶ້ນ ແມ່ນບໍ່ເກີນ 310 ແມັດ ຈາກລະດັບໜ້ານ້ຳທະເລ ຫລື ເທົ່າກັບລະດັບນ້ຳທີ່ເຄີຍມີປະລິມານສູງຂຶ້ນ ໃນໄລຍະລະດູຝົນໄລຍະຜ່ານມາ, ມີສິ່ງອຳນວຍຄວາມສະດວກໃຫ້ກັບ ການຂຶ້ນ-ລົງຂອງເຮືອຂົນສົ່ງສິນຄ້າ ລະດັບ 500 ໂຕນ ແລະ ເຮືອຂົນສົ່ງໂດຍສານ ໃຊ້ເວລາປະມານ 40 ນາທີ, ຮອງຮັບແຮງສັ່ນສະເທືອນ ຈາກເຫດການແຜ່ນດິນໄຫວ ໃນລະດັບທີ່ແນ່ນອນ ແລະ ບັນຫາອື່ນໆ.

ປັດຈຸບັນ ໂຄງການດັ່ງກ່າວ ພວມດຳເນີນການກໍ່ສ້າງຕາມແຜນການ ໂດຍສະເພາະ ການກໍ່ສ້າງໂຕເຂື່ອນ ເຊິ່ງໄດ້ອ່ວຍນ້ຳໃຫ້ເຮືອສາມາດຂຶ້ນລົງໄດ້ຕາມປົກກະຕິ ແລະ ກໍ່ສ້າງຮາກຖານຂອງໂຕເຂື່ອນ ພາຍຫລັງສຳເລັດຈະສືບຕໍ່ປ່ຽນແລວນ້ຳ ເພື່ອດຳເນີນການກໍ່ສ້າງຮາກຖານຂອງເຄື່ອນອີກເບື້ອງ, ຄາດວ່າໂຄງການນີ້ຈະສຳເລັດພາຍໃນໄລຍະ 5 ປີ ຫລຸດຈາກເຂື່ອນໄຟຟ້ານ້ຳຂອງ ໄຊຍະບູລີ 2 ປີ ຫລື ປະມານປີ 2027 ຈະໃຫ້ເລີ່ມຜະລິດໄຟຟ້າ.

ແຫຼ່ງຂ່າວ: ກະຊວງການເງິນ

ບົດຄວາມຫຼ້າສຸດ

2 ສະມາຄົນສື່ວນຊົນ ລາວ-ໄທ ຮ່ວມປະຊຸມປະຫວັດສາດ ສະຫຼອງ 75 ປີ ຄວາມສຳພັນການທູດ ເມື່ອວັນທີ 7 ກຸມພາ 2025 ສະມາຄົມນັກຂ່າວ ນັກໜັງສືພິມແຫ່ງປະເທດໄທ ນຳໂດຍ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ,...

ດວງປະຈຳວັນທີ 13 ກຸມພາ 2025

ດວງປະຈຳວັນທີ 13 ກຸມພາ 2025 - ຄົນເກີດວັນຈັນ: ວຽກງານໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ໃຫຍ່, ໝົດເງິນໄປກັບການຊື້ຈ່າຍຂອງຈຳເປັນ, ຄົນໂສດກຳລັງຈະມີຂ່າວດີ ຄົນມີຄູ່ຕ້ອງສັງເກດອີກຝ່າຍ, ລະວັງຮ່າງກາຍອ່ອນເພຍຈາກການນອນບໍ່ພໍ. - ຄົນເກີດວັນຄານ: ຖືກຈັບຜິດໃນບ່ອນເຮັດວຽກ, ມີເກນໄດ້ຮັບເງິນຈາກຜູ້ໃຫຍ່, ຄົນໂສດຍັງຄົງໂສດຕໍ່ໄປ...

ແຂວງວຽງຈັນ ສາມາດແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100%

ຊົມເຊີຍແຂວງວຽງຈັນ ສາມາດແກ້ໄຂບ້ານ ແລະ ເມືອງທຸກຍາກໄດ້ 100% ທ່ານ ພູທະນູເພັດ, ຮອງເຈົ້າແຂວງວຽງຈັນ, ຜູ້ຊີ້ນຳວຽກ ງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງຂອງແຂວງວຽງຈັນ...