Homeຂ່າວພາຍ​ໃນໃນປີ 2024 ຜ່ານມາ ມີຄົນເສຍຊີວິດຈາກອັກຄີໄພ ທັງໝົດ 198 ຄັ້ງ ແລະ ເສຍຊີວິດເຖິງ 9 ຄົນ

ໃນປີ 2024 ຜ່ານມາ ມີຄົນເສຍຊີວິດຈາກອັກຄີໄພ ທັງໝົດ 198 ຄັ້ງ ແລະ ເສຍຊີວິດເຖິງ 9 ຄົນ

Published on

ໃນປີ 2024 ຜ່ານມາ ມີຄົນເສຍຊີວິດຈາກອັກຄີໄພ ໆັງໝົດ 168 ຄັ້ງ ແລະ ເສຍຊີວິດເຖິງ 9 ຄົນ.

ອີງຕາມຂໍ້ມູນຈາກກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານ ວ່າ: ໃນປີ 2024 ຜ່ານມານີ້, ທົ່ວປະເທດ ມີອັກຄີໄພເກີດຂຶ້ນທັງໝົດ 198 ຄັ້ງ ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ບາດເຈັບ 9 ຄົນ, ເຮືອນຖືກໄຟໄໝ້ 166 ຫຼັງ, ສາງເກັບມ້ຽນເຄື່ອງ 6 ຫຼັງ, ໂຮງເລື່ອຍ 3 ຫຼັງ, ລົດ 16 ຄັນ ແລະ ອື່ນໆ ລວມມູນຄ່າເສຍຫາຍ 158 ຕື້ກວ່າກີບ; ນອກຈາກນັ້ນ ຍັງມີຈໍານວນໜຶ່ງ ບໍ່ສາມາດປະເມີນມູນຄ່າໄດ້ ນີ້ຖືເປັນຕົວເລກສະຖິຕິທີ່ສູງ ແລະ ຍັງບໍ່ມີທ່າອ່ຽງຈະຫຼຸດລົງເມື່ອທຽບໃສ່ຫຼາຍປີທີ່ຜ່ານມາ.

ສາເຫດທີ່ເຮັດໃຫ້ເກີດອັກຄີໄພໃນໄລຍະຜ່ານມາ ສ່ວນຫຼາຍແມ່ນເກີດຈາກໄຟຟ້າລັດວົງຈອນ, ເລີນເລີ້ຂາດສະຕິ, ຂາດຄວາມຮັບຜິດຊອບ ເປັນຕົ້ນ: ການນໍາໃຊ້ໄຟຟ້າເຂົ້າໃນການຜະລິດ, ດຳເນີນທຸລະກິດ, ດຳລົງຊີວິດປະຈໍາວັນ, ຈູດຂີ້ເຫຍື້ອ-ຈູດປ່າຊະຊາຍ, ໄຕ້ທູບທຽນບູຊາ ແລະ ອື່ນໆ.

ສະເພາະ ຢູ່ນະຄອນຫຼວງວຽງຈັນ ທີ່ເປັນສູນກາງເສດຖະກິດ-ສັງຄົມຂອງປະເທດ, ນັບແຕ່ເລີ່ມຕົ້ນປີໃໝ່ສາກົນ 2025 ເປັນຕົ້ນມາ ມີອັກຄີໄພເກີດຂຶ້ນແລ້ວຫຼາຍຄັ້ງ, ໃນນັ້ນ ອັກຄີໄພໃຫຍ່ກວ່າໝູ່ທີ່ເກີດຂຶ້ນຫຼ້າສຸດ ແມ່ນໄຟໄໝ້ໂຮງງານກາເຟມີຣາໂຄລາວຈຳກັດຜູ້ດຽວ ແລະ ບໍລິສັດມີຣາໂຄອາຫານ ແລະ ເຄື່ອງດື່ມຈຳກັດຜູ້ດຽວ ຕັ້ງຢູ່ເຂດບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເຮັດໃຫ້ເສຍຫາຍຢ່າງຫຼວງຫຼາຍ ແລະ ຍັງບໍ່ສາມາດປະເມີນໄດ້ລະອຽດເທື່ອ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...