spot_img
Homeຂ່າວພາຍ​ໃນຈັບຕົວແກ້ງຄໍເຊັນເຕີ 41 ຄົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ຈັບຕົວແກ້ງຄໍເຊັນເຕີ 41 ຄົນ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Published on

ເພື່ອເປັນການສືບຕໍ່ໃນການລົບລ້າງ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ (call center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັງນັ້ນ, ວັນທີ 12 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສົມທົບກັບ ຄະນະຮັບຜິດຊອບຈາກກົມໃຫຍ່ຕຳຫຼວດ, ເຈົ້າໜ້າທີ່ ສປ ຈີນ ແລະ ໜ່ວຍງານຮັກສາຄວາມປອດໄພ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາກຳລັງເຂົ້າຈັບກຸມເປົ້າໝາຍ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ ສາມາດຈັບກຸມເປົ້າໝາຍໄດ້ທັງໝົດ 41 ຄົນ, ທັງໝົດເປັນຄົນສັນຊາດຈີນ ພ້ອມຂອງກາງ ຄອມພິວເຕີໂນດບຸກ 16 ໜ່ວຍ, ໂທລະສັບມືຖື 93 ໜ່ວຍ, ໄອແພັດ 1 ໜ່ວຍ ແລະ ເງີນສົດ 306,650 ຢວນ ພ້ອມຂອງກາງອີກຈຳນວນໜຶ່ງ.

ມາໃນວັນທີ 16 ມັງກອນ 2025 ຜ່ານມາ, ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ ຄະນະຮັບຜິດຊອບຈາກກົມໃຫຍ່ຕຳຫຼວດ ໄດ້ນຳຕົວພວກຖືກຫາຈຳນວນດັ່ງກ່າວ ພ້ອມຂອງກາງ ສົ່ງໃຫ້ທາງເຈົ້າໜ້າທີ່ຝ່າຍຈີນ ຢູ່ທີ່ດ່ານສາກົນ ບໍ່ເຕັນ-ບໍ່ຫານ ແຂວງຫຼວງນໍ້ຳທາ ຕາງໜ້າຝ່າຍລາວມອບໂດຍ ພັທ ສຸກສະຫວັນ ວິລະວົງ ຮອງຫົວໜ້າກົມສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ແລະ ຕາງໜ້າຝ່າຍຈີນກ່າວຮັບໂດຍ ທ່ານ ພັອ ຈ່າງ ຊົງເລຍ ຮອງຜູ້ອຳນວຍການ ພະແນກປ້ອງກັນຄວາມສະຫງົບ ກົມຮ່ວມມືສາກົນ ແຂວງກ່ວາງຕຸ້ງ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...