spot_img
Homeຂ່າວຕ່າງປະເທດໂດໂນ ທຣຳ ສາບານຕົນຮັບຕຳແໜ່ງປະທານາທິບໍດີຄົນທີ 47 ຂອງສະຫະລັດ

ໂດໂນ ທຣຳ ສາບານຕົນຮັບຕຳແໜ່ງປະທານາທິບໍດີຄົນທີ 47 ຂອງສະຫະລັດ

Published on

ໂດໂນ ທຣຳ ສາບານຕົນຮັບຕຳແໜ່ງປະທານາທິບໍດີຄົນທີ 47 ຂອງສະຫະລັດຢ່າງເປັນທາງການແລ້ວ ກ່ອນຈະກ່າວຄຳປາໄສປະກາດວ່າ ຍຸກທອງຂອງອາເມຣິກາເລີ່ມຂຶ້ນແລ້ວ.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ໂດໂນ ທຣຳ ເຂົ້າພິທີສາບານຕົນຮັບຕຳແໜ່ງປະທານາທິບໍດີຄົນທີ 47 ຂອງສະຫະລັດຢ່າງເປັນທາງການ ໃນວັນທີ 20 ມັງກອນ 2025 ຜ່ານມາ, ນັບເປັນການກັບມາສູ່ເສັ້ນທາງການເມືອງຄັ້ງໃຫຍ່ຫຼັງບໍ່ຊະນະການເລືອກຕັ້ງສະໄໝທີ 2 ແລະ ຖືກຟ້ອງຮ້ອງດຳເນີນຄະດີໄປຈົນຮອດຂັ້ນຖືກຕັດສິນວ່າມີຄວາມຜິດໃນຄະດີອາຊະຍາກຳ.

ໂດໂນ ທຣຳ ປະທານາທິບໍດີສະຫະລັດ ຂຶ້ນເວທີກ່າວຄຳປາໄສ ໂດຍລະບຸວ່າ: “ຍຸກທອງຂອງອາເມລິກາໄດ້ເລີ່ມຂຶ້ນແລ້ວ ຈາກມື້ນີ້ເປັນຕົ້ນໄປປະເທດຂອງພວກເຮົາຈະເລີນຮຸ່າງເຮືອງ ແລະ ໄດ້ຮັບຄວາມເຄົາລົບ ອະທິປະໄຕຂອງເຮົາຈະກັບຄືນມາ ຄວາມປອດໄພຂອງເຮົາຈະຟື້ນຄືນ ຄວາມຍຸຕິທຳຈະຖືກປັບສົມດຸນໃໝ່ ອີກບໍ່ດົນອາເມຣິກາຈະຍິ່ງໃຫຍ່ຂຶ້ນ ແຂງແກ່ນຂຶ້ນ ແລະ ຮຸ່າງເຮືອງກວ່າທີ່ເຄີຍເປັນມາ”

ໂດໂນ ທຣຳຢືນຢັນວ່າ ລັດທະບານຂອງເຂົາຈະເຮັດວຽກເພື່ອແກ້ໄຊວິກິດດ້ວຍກຽດ ອຳນາດ ແລະ ຄວາມເຂັ້ມແຂງ ແລະ ຈະນຳຄວາມຮຸ່ງເຮືອງກັບຄືນສູ່ປະຊາຊົນທຸກເຊື້ອຊາດ ແລະ ສາດສະໜາ ແລະ ໄດ້ປະກາດວ່າວັນທີ 20 ມັງກອນ 2025 ຄືວັນແຫ່ງການປົດປ່ອຍ ຫຼັງຈາກນັ້ນກໍມີສຽງຕົບມືດັງກ້ອງທົ່ວຫ້ອງໂຖງຂອງອາຄານລັດທະສະພາສະຫະລັດ.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...