Homeຂ່າວຕ່າງປະເທດເຫດລົດບັນທຸກນ້ຳມັນພິກຄວ້ຳທີ່ໄນຈີເຣຍ ສຸດທ້າຍລະເບີດເສຍຊີວິດຈຳນວນຫຼາຍ

ເຫດລົດບັນທຸກນ້ຳມັນພິກຄວ້ຳທີ່ໄນຈີເຣຍ ສຸດທ້າຍລະເບີດເສຍຊີວິດຈຳນວນຫຼາຍ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 19 ມັງກອນ 2025 ຜ່ານມາ, ເກີດເຫດລົດບັນທຸກນ້ຳມັນລະເບີດຫຼັງຈາກພິກຄວ້ຳ ໃນພຶ້ນທີ່ພາກເໜືອຂອງປະເທດໄນຈີເຣຍ ເຮັດໃຫ້ປະຊາຊົນເສຍຊີວິດເປັນຈຳນວນຫຼາຍ ຂະນະເອົາຖັງມາໂຕງເອົານ້ຳມັນທີ່ຮົ່ວໄຫຼອອກຈາກລົດບັນທຸກ.

ຕາມການລາຍງານລົດບັນທຸກນ້ຳມັນຄັນດັ່ງກ່າວໄດ້ເກີດພິກຄວ້ຳຢູ່ຫົນທາງໃນ ເມືອງຊູເລຈາ ທາງພາກເໜືອຂອງໄນຈີເຣຍ ເຮັດໃຫ້ນ້ຳມັນຮົ່ວໄຫຼຈາກລົດບັນທຸກເປັນຈຳນວນຫຼາຍ ຊາວບ້ານໃນແຖວນັ້ນກໍຫິ້ວຖັງ ຫຼື ແນວບັນຈຸທີ່ຫາໄດ້ພາກັນໄປໂຕ່ງເອົານ້ຳມັນໂດຍບໍເກງໃຈວ່າຈະເກີດອັນຕະລາຍຕາມມາ ເຊິ່ງມັນກໍເກີດຂຶ້ນແທ້ ໃນຂະນະທີ່ຊາວບ້ານກຳລັງໂຕ່ງເອົານ້ຳມັນຢູ່ນັ້ນກໍໄດ້ເກີດໄຟລຸກຈົນເຮັດໃຫ້ລະເບີດຮຸນແຮງ ແລະ ໄຟລຸກຢ່າງໄວວາ ຈົນເປັນເຫດເຮັດໃຫ້ຊາວບ້ານຖືກໄຟໄໝ້ເສຍຊີວິດຢ່າງນ້ອຍ 77 ຄົນ ແລະ ບາດເຈັບ 25 ຄົນ ທາງດ້ານເຈົ້າໜ້າທີ່ກູ້ໄພໄດ້ນຳສົບມາວາງໄວ້ຂ້າງທາງແລະນຳໃບໄມ້ມາປົກໄວ້ລະຫວ່າງລໍຖ້າການເຄື່ອນຍ້າຍໄປພິດສູດ.

ທັງນີ້ອຸບັດຕິເຫດໃນລັກສະນະແບບນີ້ເກີດຂຶ້ນເປັນປະຈຳໃນປະເທດໄນຈີເຣຍ ແລະ ເປັນເຫດໃຫ້ຄົນເສຍຊີວິດເປັນຈຳນວນຫຼາຍ ໂດຍເຫດການກ່ອນໜ້າເກີດຂຶ້ນເມື່ອ ເດືອນຕຸລາ ປີທີ່ແລ້ວ ເຮັດໃຫ້ຊາວບ້ານເສຍຊີວິດ 153 ຄົນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...