spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຜົນເສຍຂອງໃບກະທ່ອມ ທີ່ສົ່ງຜົນໄລຍະຍາວ

ຜົນເສຍຂອງໃບກະທ່ອມ ທີ່ສົ່ງຜົນໄລຍະຍາວ

Published on

ໃບສົດ ຫຼື ກະທ່ອມ ເປັນພືດເສບຕິດຊະນິດຫນຶ່ງເຊິ່ງກໍາລັງເປັນທີ່ນິຍົມໃນກຸ່ມໄວລຸ້ນ ການເສບສິ່ງເສບຕິດແບບນິ ມີຢູ່ 2 ວິທີຄື : ການຫຍໍ້າໃບສົດ ເເລະ ການນໍາໃບໄປຕົ້ມເພື່ອສະກັດເອົານ້ໍາດື່ມເຂົ້າສູ່ຮ່າງກາຍ ສານເສບຕິດ ຫລັກໆທີ່ພົບໄດ້ຈາກກະທ້ອມເເມ່ນ ໄມທຣາໃຈນິນ (Mitragynine) ເປັນສານຈໍາພວກອັກຄາລອຍທີ່ກົດປະສາດ ສ່ວນກາງ (CNS depressant) ເຊັ່ນດຽວກັບຢາເສບຕິດຈໍາພວກ (Psilocybin LSD) ເເລະ ຈໍາພວກຢາບ້າ (WY) ຜົນເສຍໄລຍະຍາວຄືກະທ້ອມ ເຮັດໃຫ້ຄົນທີ່ໃຊ້ໄປດົນນານເກີດອາການຕິດ ເບື່ອອາຫານ ບໍ່ຢາກດື່ມນໍ້າ ລ້າ ເຮັດໃຫ້ຕື່ນໂຕໄວ ເເຕ່ຖ້າຫາກຢຸດໃຊ້ກະທັນຫັນຈະເຮັດໃຫ້ ໃຈຮ້າຍ ຫງຸດງິດ ນອນບໍ່ຫລັບ ສະມາທິສັ້ນ ແລະ ອື່ນໆ.

ຜົນເສຍຂອງໃບກະທ່ອມທີ່ສົ່ງຜົນໄລຍະຍາວ ທີ່ສົ່ງຜົນຕໍ່ຈິດໃຈ ແລະ ລະບົບປະສາດ ເນື່ອງຈາກສານເຄມີໃນໃບກະທ່ອມໃນປະລິມານ 15 ກຣາມ ຈະເຮັດໃຫ້ມີລິດໃນການຫຼຸດອາການປວດ ແລະ ເປັນຍາກ່ອມປະສາດ ເຊິ່ງຈະອອກລິດໄດ້ຫຼາຍຊົ່ວໂມງແຕ່ຖ້າຫຼາຍເກີນໄປອາດເປັນອັນຕະລາຍ ແລະ ຖ້າຫາກຍັງໃຊ້ເປັນປະຈໍາກໍຈະມີຜົນເສຍໄລຍະຍາວດັ່ງຕໍ່ໄປນີ້: ຫົວໃຈເຕັ້ນໄວຜິດປົກກະຕິ, ຮູ້ສຶກກະວົນກະວາຍ ສັບສົນ, ເຊື່ອງຊຶມ ເຄື່ອນໄຫວຊ້າ, ມີຄວາມສຸກຜິດປົກກະຕິ, ນອນບໍ່ຫຼັບ ຫຼື ຮ່າງກາຍຕື່ນໂຕຕະຫຼອດເວລາ, ໄຕເກີດຄວາມເສຍຫາຍ ເຮັດໃຫ້ປັດສະວະມີສີເຂັ້ມຂຶ້ນ, ຜິວຫນັງເປັນສີເຫຼືອງ, ເກີດຈາດເຮັດວຽກຂອງວຕັບຢ່າງຫນັກໃນການກອງສານພິດອອກຈາກຮ່າງກາຍ.

ເຊິ່ງປັດຈຸບັນໃບກະທ່ອມເປັນສານເສບຕິດຊະນິດໜຶ່ງສທີ່ຜິດກົດໝາຍ ເຊິ່ງທາງກະຊວງສາທາລະນະສຸກກໍໄດ້ເຄີຍອອກມາເຕືອນເມື່ອບໍ່ດົນນີ້ກ່ຽວກັບ ການຫ້າມຈໍາໜ່າຍ ແລະ ຜະລິດປຸງແຕ່ງກະທ່ອມຢ່າງເດັດຂາດ.

ອ້າງອີງ: SPRING  Pobpad  

ບົດຄວາມຫຼ້າສຸດ

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ (ຍທຂ) ຊີ້ແຈງສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ

ສືບຕໍ່ແກ້ໄຂຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນທີ່ຍັງບໍ່ທັນສໍາເລັດ 16 ໜ້າວຽກ ໃນວາລະການດຳເນີນກອງປະຊຸມໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ...

ແຕ່ງຕັ້ງ ທ່ານ ພອນວິໄລ ແກ້ວບຸນສານ ເປັນຮັກສາການຫົວໜ້າຄະນະຄຸ້ມຄອງດ່ານສາກົນແດນສະຫວັນ.

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ ວັນທີ 10 ມີຖຸປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນນາ 2025 ຜ່ານມາ, ດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໄດ້ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງຂອງດ່ານສາກົນແດນສະຫວັນ,...

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...