spot_img
Homeຂ່າວພາຍ​ໃນພຣະທາດຫຼວງ ຫໍພະແກ້ວ ແລະ ວັດສີສະເກດ ສ້າງລາຍຮັບ ກວ່າ 9 ຕື້ກີບ ໃນປີ 2024

ພຣະທາດຫຼວງ ຫໍພະແກ້ວ ແລະ ວັດສີສະເກດ ສ້າງລາຍຮັບ ກວ່າ 9 ຕື້ກີບ ໃນປີ 2024

Published on

ທ່ານ ນາງ ຄໍາເປື່ອງ ວົງຈັນດີ ຮອງຜູ້ອໍານວຍການກອງວິຊາ ການຄຸ້ມຄອງມໍລະດົກພະທາດຫຼວງ ແລະ ຫໍພິພິທະພັນ ສະຖານບູຮານ ນວ ໃຫ້ສຳພາດວັນທີ 8 ມັງກອນ 2025 ວ່າ: ໃນໂອກາດທີ່ລັດຖະບານເປີດປີທ່ອງທ່ຽວລາວ 2024 ໄດ້ເຮັດໃຫ້ຫຼາຍກິດຈະກຳທີ່ຈັດຂຶ້ນຢູ່ ນວ ສ້າງຄວາມສົນ ໃຈໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ອັນໄດ້ເຮັດໃຫ້ນັກທ່ອງທ່ຽວຫຼັ່ງໄຫຼກັນມາທ່ຽວຊົມສະຖານທີ່ທ່ອງທ່ຽວໃນ ນວ ໃນນັ້ນກໍມີສະຖານທ່ອງທ່ຽວພະທາດຫຼວງ ຫໍພະແກ້ວ ແລະ ວັດສີສະເກດ

ໃນນີ້ພະທາດຫຼວງ 171.245 ເທື່ອຄົນ ຫໍພະແກ້ວ 81.035 ເທື່ອຄົນ ແລະ ວັດສີສະເກດ 70.245 ເທື່ອຄົນ ທ່ຽບໃສ່ປີ 2023 ເພີ່ມຂຶ້ນຫຼາຍສົມຄວນ ສ້າງລາຍຮັບໄດ້ຫຼາຍກວ່າ 9 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2 ຕື້ກີບ ນອກຈາກນີ້ແລ້ວຍັງມີແຂກຄະນະຜູ້ແທນຕ່າງປະ ເທດ 106 ຄະນະ ມີ 4.225 ທ່ານ ແລະ ນັກຮຽນ-ນັກສຶກ ສາ 3.068 ເທື່ອຄົນ (ສ່ວນແຂກ ນັກຮຽນ-ນັກສຶກສາ ແລະ ພະສົງແມ່ນບໍ່ໄດ້ເກັບປີ້ເຂົ້າຊົມ) ເຊິ່ງສະຖານທີ່ທ່ອງ ທ່ຽວທັງ 3 ແຫ່ງນີ້ທີ່ສ້າງຄວາມສົນໃຈໃຫ້ນັກທ່ອງທ່ຽວ ແລະ ແຂກແມ່ນດ້ານວັດຖຸບູຮານ ລວດລາຍສິລະປະ ແລະ ອື່ນໆ.

ດ້ານການບໍລິການສະຖານທີ່ີທ່ອງທ່ຽວທັງ 3 ແຫ່ງນີ້ໄດ້ເປີດໃຫ້ນັກທ່ອງທ່ຽວເຂົ້າທ່ຽວຊົມທຸກວັນນັບແຕ່ວັນຈັນຫາວັນອາທິດ ແຕ່ເວລາ 8-17:00 ໂມງ ເຊິ່ງລາຄາປີ້ເຂົ້າຊົມຖ້າເປັນຄົນພາຍໃນ 5.000 ກີບ ແລະ ຄົນຕ່າງປະເທດ 30.000 ກີບຕໍ່ຄົນຕໍ່ຄັ້ງ.

ແຫຼ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...