spot_img
Homeຂ່າວທ້ອງຖິ່ນກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

ກຽມປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ເນື້ອທີ່ 150 ເຮັກຕາ ຢູ່ເມືອງປາກຊ່ອງ

Published on

ອີງຕາມແຫຼ່ງຂ່າ່ວຈາກແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 20 ທັນວາ 2024 ຜ່ານມາ, ທີ່ແຂວງຈຳປາສັກ ໄດ້ຈັດພິທີເຊັນສັນຍາສຳປະທານ ເນື້ອທີ່ດິນ 150 ເຮັກຕາ ເພື່ອປູກຕົ້ນໝາກແມັກຄາເດເມຍ ແລະ ຖົ່ວລຽນ ຢູ່ທີ່ເມືອງປາກຊ່ອງແຂວງຈຳປາສັກ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນແຂວງ ກັບບໍລິສັດ ປາຄາເວຍ ບໍລະເວນປາກຊ່ອງ ຈໍາກັດຜູ້ດຽວ.

ຕາງໜ້າລົງນາມຄັ້ງນີ້ ໂດຍທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຈຳປາສັກ ແລະ ທ່ານ ເລວັນຍາ ອໍານວຍການບໍລິສັດ ປາຄາເວຍ ບໍລະເວນ ປາກຊ່ອງ ຈໍາກັດຜູ້ດຽວ, ມີທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຈໍາປາສັກ ແລະ ອະນຸມັດໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ຕາງໜ້າໃຫ້ອົງການປົກຄອງແຂວງເຊັນສັນຍາສຳປະທານ ໂຄງການສຳປະທານເນື້ອທີ່ດິນ 150 ເຮັກຕາ ເພື່ອປູກໝາກແມັກຄາເດເມຍ ແລະ ຖົ່ວລຽນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ ຢູ່ບ້ານພະໜວນດົງ ເມືອງປາກຊ່ອງ ແຂວງຈຳປາສັກ ຂອງບໍລິສັດ ປາຄາເວຍ ບໍລະເວນ ປາກຊ່ອງ ຈຳກັດຜູ້ດຽວ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...