spot_img
Homeຂ່າວພະຍາກອນອາກາດແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

ແຈ້ງເຕືອນສະພາບອາກາດຫນາວເຢັນ ແລະລົມພັດແຮງ ປະຈໍາວັນທີ 23 ທັນວາ 2024, ເວລາ 12 ໂມງ 00

Published on

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຈະເຢັນ ຫາ ຫນາວເຢັນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ, ສໍາລັບ ເຂດພູສູງ, ພູດອຍ, ຮ່ອມພູ, ແຂວງພາກເຫນືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະຫນາວເຢັນ ຫາ ຫນາວເຢັນ ຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ໃນໄລຍະວັນທີ 23 ຫາ 26 ທັນວາ 2024 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດຫນາວເຢັນດັ່ງກ່າວ, ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເຫນືອ, ພາກກາງ ແລະ ເຂດພູພຽງບໍລະເວນ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ. ຊຶ່ງອາດຈະມີຜົນກະທົບຕໍ່ ສຸຂະພາບ, ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເຫນີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ພາກເຫນືອດ້ານຕາເວັນອອກ: ອາກາດຫນາວເຢັນ ຫາ ຫນາວເຢັນຫຼາຍ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ, ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 05 – 18 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ອາກາດຫນາວເຢັນ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 10%ຂອງພາກ. ອຸນຫະພູມໃນລະຫວ່າງ 11 – 26 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດເຢັນ ຫາ ຫນາວເຢັນ, ພ້ອມມີຫມອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ເກືອບທົ່ວໄປ. ອຸນຫະພູມໃນລະຫວ່າງ 14 – 27 ອົງສາ.

ພາກກາງ: ອາກາດຫນາວເຢັນ, ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດ ບໍ່ມີຝົນຕົກ ແຮງຢູ່ທົ່ວໄປ. ອຸນຫະພູມໃນລະຫວ່າງ 12 – 26 ອົງສາ.

ແຂວງໄຊສົມບູນ: ອາກາດຫນາວເຢັນ ຫາ ຫນາວເຢັນຫຼາຍ, ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 07 – 28 ອົງສາ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...