spot_img
Homeຂ່າວກິລາສາລະວັນ ຕັ້ງເປົ້າໃຫ້ໄດ້ 50 ຫລຽນລາງວັນ ໃນມະຫາກຳກິລານັກຮຽນ

ສາລະວັນ ຕັ້ງເປົ້າໃຫ້ໄດ້ 50 ຫລຽນລາງວັນ ໃນມະຫາກຳກິລານັກຮຽນ

Published on

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ແຂວງສາລະວັນ ໃນນາມເຈົ້າພາບຈັດມະຫາກໍາກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ທີ່ຈະມາເຖິງນີ້ ໂດຍໄດ້ຕັ້ງເປົ້າເປັນເຈົ້າຂອງຫລຽນລາງວັນ ໃຫ້ໄດ້ 50 ຫລຽນ ໃນ 12 ປະເພດກິລາ ໃນນີ້, ຫລຽນຄຳ ໃຫ້ໄດ້ 15 ຫລຽນ, 20 ຫລຽນເງິນ ແລະ 15 ຫລຽນທອງແດງ.

ທ່ານ ສຸນີ ນາມມະບົວລີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສາລະວັນ ກ່າວວ່າ: ແຂວງສາລະວັນ ໄດ້ກະກຽມຄວາມພ້ອມຮອບດ້ານ ໃນການເປັນເຈົ້າພາບຈັດມະຫາກໍາກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ໂດຍສະເພາະ ກະກຽມດ້ານທັບນັກກິລາ ທີ່ຈະເຂົ້າຮ່ວມການແຂ່ງຂັນ 12 ປະເພດກິລາ (ຊາຍ-ຍິງ) ຈຳນວນ 250 ກວ່ານ້ອງ, ຍິງ 100 ກວ່ານ້ອງ. ປັດຈຸບັນ ສາມາດຄັດເລືອກນັກກິລາ ແລະ ນັກກິລາໄດ້ເຂົ້ານອນສູນ ເພື່ອຝຶກຊ້ອມແລ້ວ 7 ປະເພດຄື: ບານເຕະ, ມວຍ, ບານສົ່ງ, ກະຕໍ້, ປິ່ງປ່ອງ, ດອກປີກໄກ່ ແລະ ເປຕັງ ທັງເປັນການກະກຽມເຂົ້າຮ່ວມການແຂ່ງຂັນຢ່າງເຕັມກໍາລັງ ແລະ ມີການຕິດຕາມການຝຶກຊ້ອມ ໃນແຕ່ລະສະໜາມ.

ສຳລັບທັບນັກກິລາແຂວງສາລະວັນ ທີ່ໄດ້ເຂົ້າຮ່ວມແຂ່ງຂັນໃນມະຫາກໍາກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VI ທີ່ແຂວງບໍລິຄໍາໄຊ ໃນປີ 2017 ສາມາດຍາດໄດ້ 5 ຫລຽນ ໃນນີ້, ຫລຽນຄຳ 1 ຫລຽນ, ຫລຽນເງິນ 1 ຫລຽນ ແລະ ຫລຽນທອງ 3 ຫລຽນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...