spot_img
Homeຂ່າວຕ່າງປະເທດໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

ໄທກຳລັງຈົດລິຂະສິດ ເທດສະການສົງການ ຫ້າມປະເທດອື່ນໃຊ້ ຕ້ອງໄດ້ຂໍອະນຸຍາດກ່ອນ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 21 ຕຸລາ 2024 ຜ່ານມາ, ຄະນະກຳມະການຍຸດທະສາດ ຊອຟພາວເວີ ແຫ່ງຊາດ ເປີດເຜີຍວ່າ: ໄທກຳລັງຈັດສັບສິນທາງປັນຍາ ຫຼື ໄອພີ ຈົດລິຂະສິດ “ເທດສະການສົງການ” ປະເທດອື່ນນຳໄປໃຊ້ບໍ່ໄດ້ ຕ້ອງໄດ້ຂໍອະນຸຍາດກ່ອນ ເພື່ອເພີ່ມລາຍໄດ້ເຂົ້າສູ່ຊຸມຊົນ ແລະ ພັດທະນາໄທກ້າວເຂົ້າສູ່ເມືອງທີ່ບໍ່ຫຼັບໄຫຼ.

ທ່ານ ນາງຊະດາທິບ ຈູຕະກູນ ປະທານເຈົ້າໜ້າທີ່ບໍລິຫານ ກຸ່ມບໍລິສັດສະຍາມພິວັນ ແລະ ກຳມະການຍຸດທະສາດ ຊອຟພາວເວີແຫ່ງຊາດ ກ່າວວ່າ: ກຳລັງເລັ່ງຂັບເຄື່ອນອິດທິພົນທາງວັດທະນະທຳ ແລະ ລວມໃຫ້ປະເພນີໄທ ກ້າວສູ່ການເປັນເທດສະການລະດັບໂລກ ພ້ອມເຮັດໃຫ້ຕິດອັນດັບ 1 ໃນ 10 ຂອງເທດສະການລະດັບໂລກ.

ທັງນີ້ໄທກໍໄດ້ມີການຈັດກິດຈະກຳຕ່າງໆຫຼາຍກວ່າປິລະ 30,000 ກິດຈະກຳ, ແຕ່ທາງເຈົ້າໜ້າທີ່ກໍກຳລັງຊຸກຍູ້ໃຫ້ປະເທດໄທມີການເຮັດ ຊັບສິນທາງປັນຍາ (Intellectual Property : IP) ຫຼື ໄອພີ ໂດຍເຮັດໃຫ້ລັດຖະບານໄທ ແລະ ປະຊາຊົນທີ່ມີຄວາມຄິດສ້າງສັນ ສາມາດສ້າງ ໄອພີຮ່ວມຈົດລິຂະສິດໄດ້ ຍົກຕົວຢ່າງ: ເທດສະການສົງການ ຂອງປະເທດໄທ ຕ້ອງຈົດໃຫ້ເປັນໄອພີ ເຊັ່ນຄຳວ່າ: ສົງການເຟສຕີວັລ ໂດຍປະເທດອື່ນບໍ່ສາມາດນຳໄປໃຊ້ໄດ້ ຕ້ອງໄດ້ຊື້ຈາກລັດຖະບານໄທ ຕາມຮູບແບບທີ່ລັດຖະບານວາງເອົາໄວ້.

ທີ່ມາ: ກຸງເທບທຸລະກິດ

ບົດຄວາມຫຼ້າສຸດ

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...