spot_img
Homeຂ່າວພາຍ​ໃນເຈົ້າໜ້າທີ່ຈັບຊາຍຕ່າງດ້າວ ກໍ່ເຫດຄາດຕະກຳ ທີ່ເຂດບ້ານນໍ້າເກິ່ງເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

ເຈົ້າໜ້າທີ່ຈັບຊາຍຕ່າງດ້າວ ກໍ່ເຫດຄາດຕະກຳ ທີ່ເຂດບ້ານນໍ້າເກິ່ງເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

Published on

ໃນວັນທີ 17 ກັນຍາ 2024 ທາງເຈົ້າໜ້າທີ່ວິຊາສະເພາະພະແນກສືບສວນ-ສອບສວນຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຮັບແຈ້ງເຫດຈາກພົນລະເມືອງດີວ່າ: ມີເຫດການຄາດຕະກຳຢູ່ ເຂດບ້ານນໍ້າເກິ່ງເກົ່າ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ ລົງກວດກາ ສັນນະສູດສະຖານທີ່ເກີດເຫດເຫັນວ່າ: ມີມູນຄວາມຈິງແທ້, ຈຶ່ງໄດ້ເກັບກຳຂໍ້ມູນ, ຫຼັກຖານ, ສັນນະສູດຊາກສົບຜູ້ເສຍຊີວິດ ແລະ ຄັດຈອນເປົ້າໝາຍກໍ່ເຫດ. ຕົກມາຮອດວັນທີ 2 ຕຸລາ 2024 ຈຶ່ງສາມາດກັກຕົວເປົ້າໝາຍໄດ້ ຊື່ທ້າວ ຄົມກິດ ເບເຊກູ່, ອາຍຸ 20 ປີ ສັນຊາດມຽນມາ, ອາຊີບກຳມະກອນ, ຢູ່ບ້ານເມືອງການ, ເມືອງເມືອງການ ແຂວງເລີຍສາ, ປະເທດມຽນມາ, ປະຈຸບັນພັກເຊົ່າຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ.

May be an image of 2 people, car and text

ຜ່ານການສືບສວນ-ສອບສວນທ້າວ ຄົມກິດ ເບເຊກູ່ ໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ໃນຄັ້ງວັນທີ 17 ກັນຍາ 2024 ເວລາປະມານ 18 ໂມງ ຜູ້ກ່ຽວໄດ້ໂທລະສັບຫາ ທ້າວ ຈານ ໄຊມີໂຊກ (ຜູ້ເສຍຊີວິດ) ອາຊີບຂັບລົດຮັບ-ສົ່ງໂດຍສານ ໃຫ້ມາຮັບຢູ່ໜ້າປະຕູໂຂງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈຸດປະສົງເພື່ອຈະມາຫຼິ້ນຢູ່ເມືອງຫ້ວຍຊາຍ, ຮອດເວລາປະມານ 21 ໂມງ ຜູ້ເສຍຊີວິດຈຶ່ງຂັບຂີ່ລົດປະເພດລົດເກັ່ງບໍ່ຈື່ປ້າຍທະບຽນມາຮັບຜູ້ກ່ຽວຢູ່ໜ້າປະຕູໂຂງແລ້ວຂັບຂີ່ມຸ້ງໜ້າມາເມືອງຫ້ວຍຊາຍ, ພໍມາຮອດເຂດບ້ານນໍ້າເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຜູ້ກ່ຽວຈຶ່ງໄດ້ຖາມຄົນຂັບລົດວ່າ: ມຶງຈື່ກູໄດ້ບໍ່? ແຕ່ຜູ້ເສຍຊີວິດບໍ່ຕອບຫຍັງ.

May be an image of 5 people

ຈາກນັ້ນ, ຜູ້ເສຍຊີວິດ ໄດ້ເອົາມິດມາແຕ່ທາງໃດແມ່ນບໍ່ຮູ້ແກ່ວງມາໃສ່ຜູ້ກ່ຽວ ທີ່ນັ່ງຢູ່ເບາະຫຼັງ ແລະ ໄດ້ເກີດການຕໍ່ສູ້ກັນແລ້ວຜູ້ກ່ຽວຈຶ່ງຍາດມີດນໍາຜູ້ເສຍຊີວິດໄດ້ ແລ້ວໃຊ້ມີດແທງຜູ້ເສຍຊີວິດຈໍານວນຫຼາຍຄັ້ງ ຈົນເຮັດໃຫ້ເສຍຊີວິດຄາທີ່. ຈາກນັ້ນ, ຜູ້ກ່ຽວຈຶ່ງຍ້າຍຜູ້ເສຍຊີວິດ ໄປນັ່ງເບາະໜ້າເບື້ອງຂວາ ແລ້ວຜູ້ກ່ຽວກໍໄດ້ຂັບລົດຕ່າວກັບຄືນໄປທາງເມືອງຕົ້ນເຜິ້ງ ແຕ່ຜູ້ກ່ຽວຂັບລົດບໍ່ເປັນຈຶ່ງເຮັດໃຫ້ລົດເສຍຫຼັກຕີນລົດຕົກລົງຮ່ອງອອກບໍ່ໄດ້, ຈາກນັ້ນ, ຜູ້ກ່ຽວກໍໄດ້ຈັບເອົາໂທລະສັບຜູ້ເສຍຊີວິດແກວ່ງຖິ້ມເຂົ້າປ່າຂ້າງທາງ ແລ້ວເອົາຕົວລົບໜີ. ຕົກມາຮອດວັນທີ 18 ກັນຍາ 2024 ເວລາປະມານ 07 ໂມງເຊົ້າ ຜູ້ກ່ຽວກໍໄດ້ໂທລະສັບຫາຄົນລາວບໍ່ຮູ້ຊື່ ຂັບລົດຈັກມາຮັບຜູ້ກ່ຽວໄປສົ່ງຍິບບາດແຜ່ທີ່ໂຮງໝໍເມືອງຕົ້ນເຜິ້ງ ແລ້ວກໍກັບເຂົ້າໄປເຮັດວຽກຢູ່ບໍລິສັດເປັນປົກກະຕິ.

May be an image of 4 people and car

ຜ່ານການ ສັນນະສູດຊາກສົບທ້າວ ຈານ ໄຊມີໂຊກຜູ້ເສຍຊີວິດ ແມ່ນຖືກແທງດ້ວຍຂອງມີຄົມຕາມຕົນໂຕຫຼາຍຈຸດ ສ່ວນ ຄົມກິດ ເບເຊກູ່ ແມ່ນໄດ້ຮັບບາດເຈັບຖືກມີດປາດຢູ່ມືເບື້ອງຂວາ. ສ່ວນສາເຫດ ແລະ ແຮງຈູງໃນການກໍ່ເຫດຄາດຕະກໍາໃນຄັ້ງນີ້ ຍ້ອນວ່າໄລຍະຜ່ານມາຜູ້ເສຍຊີວິດກັບໝູ່ ເຄີຍມີເລື່ອງຜິດຖຽງກັນກັບ (ຜູ້ກໍ່ເຫດ) ມາກ່ອນ.

May be an image of 3 people, car and roadຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຂອງເຈົ້າໜ້າທີ່ວິຊາສະເພາະແລ້ວ: ເຫັນວ່າ: ທ້າວ ຄົມກິດ ເບເຊກູ່ ແມ່ນເຈດຕະນາລົງມືຄາດຕະກຳທ້າວ ຈານ ໄຊມີໂຊກ ເຊິ່ງເປັນການກໍທຳຜິດຕໍ່ ປະມວນກົດໝາຍອາຍາ ມາດຕາ 188 ສະບັບປັບປຸງ ປີ2017 ແທ້. ດັ່ງນັ້ນ, ທາງເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້ເພື່ອນໍາໄປດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ຂ່າວ: ໜັງສືພິມບໍ່ແກ້ວ

ບົດຄວາມຫຼ້າສຸດ

ອຸດົມໄຊລົງກວດ ອາຫານແຊ່ແຂງທີ່ໝົດອາຍຸ ແລະ ພືດ-ຜັກ ຫ້າມນໍາເຂົ້າຈາກຕ່າງປະເທດ

ວັນທີ 16 ຕຸລາ 2024 ພະແນກອຸດສາຫະກໍາ ແລະ ການຄ້ານໍາພາໂດຍ ທ່ານ ສອນເພັດ ບຸນທະຈິດຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ ການຄ້າ ສົມທົບກັບພະແນກກະສິກໍາ...

ການພົບປະ ລະຫວ່າງ ສະພາແຫ່ງຊາດລາວ-ລັດຖະສະພາໄທ

ໃນວັນທີ 21 ຕຸລາ 2024 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວັນມູຫະມັດນໍ...

ພະຍາກອນອາກາດ ປະຈໍາວັນທີ 21 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ໄດ້ປົກຄຸມຢູ່ພາກເໜືອ ລົງຫາ ພາກກາງຂອງປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະເຢັນໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ,...

ຮອງປະທານປະເທດລາວ ເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕໍາແໜ່ງ ປະທານ ແລະ ຮອງປະທານນາທິບໍດີ ແຫ່ງ ອິນໂດເນເຊຍ

ໃນລະຫວ່າງວັນທີ 19-21 ຕຸລາ 2024 ທີ່ຜ່ານມາ, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກປະຊາຊົນ...