spot_img
Homeຂ່າວພາຍ​ໃນກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

Published on

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ ລັດຖະສະພາສັງເກດການ, ແຂກປະເທດເຈົ້າພາບ, ຄູ່ຮ່ວມພັດ ທະນາຂອງໄອປາ, ເລຂາທິການໃຫຍ່ອາຊຽນ, ເລຂາທິການໃຫຍ່ໄອປາ ແລະ ຄະນະຜູ້ແທນ ສປປ ລາວ ເຈົ້າພາບລວມທັງໝົດ ປະມານ 500 ທ່ານ ເຂົ້າຮ່ວມ.

ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງນີ້ ຈະມີກອງປະຊຸມຕ່າງໆ ທັງໝົດ 12 ກອງປະຊຸມຄື: ກອງປະຊຸມຄະນະບໍລິຫານງານໄອປາ, ກອງປະຊຸມກຳມາທິການການເມືອງ, ກອງປະຊຸມກຳມາ ທິການເສດຖະກິດ, ກອງປະຊຸມກຳມາທິການວຽກງານສັງຄົມ,​ ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ, ກອງປະຊຸມກຳມາທິການຖະແຫຼງການ ຮ່ວມ, ກອງປະຊຸມພົບປະ ລະຫວ່າງ ກອງເລຂາໄອປາ ແລະ ກອງເລຂາອາຊຽນ, ກອງປະຊຸມພົບປະກັບລັດຖະສະພາສັງເກດການ, ກອງປະຊຸມເວທີຜູ້ນຳການເມືອງເພດຍິງ WAIPA, ກອງປະຊຸມກອງເລຂາແຫ່ງຊາດຂອງບັນດາລັດຖະສະພາປະເທດສະມາຊິກໄອປາ ແລະ ກອງປະຊຸມເລຂາທິການຂອງຄະນະຜູ້ແທນຂອງບັນດາລັດຖະສະພາສັງເກດການໄອປາ.

ກອງປະຊຸມທັງໝົດນີ້ ຈະລົງເລິກຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທັງໝົດ 38 ສະບັບ, ໃນນີ້ ຂົງເຂດການ ເມືອງ ມີ 4 ສະບັບ, ຂົງເຂດເສດຖະກິດ ມີ 8 ສະບັບ, ຂົງເຂດສັງຄົມ 5 ສະບັບ, ວຽກງານເພດຍິງ ມີ 2 ສະບັບ, ວຽກງານຊາວໜຸ່ມ ມີ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນ ມີ 16 ສະບັບ. ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ນີ້ ຈະໄດ້ປຶກສາຫາລື ກ່ຽວກັບບັນຫາທີ່ເປັນຜົນປະ ໂຫຍດຮ່ວມກັນ ຂອງພາກພື້ນ ກໍຄືຂອງໂລກ ເພື່ອເພີ່ມທະວີການເຊື່ອມໂຍງພາຍ ໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບ ພາກພື້ນອື່ນ ເພື່ອເຮັດ ໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ຮັດແຄບຄວາມແຕກ ໂຕນຂອງລະດັບການພັດທະນາ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.

ຈົ່ງຮ່ວມຈິດຮ່ວມໃຈກັນ ຕ້ອນ ຮັບຄະນະຜູ້ແທນ, ແຂກຕ່າງປະເທດ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ດ້ວຍໄມຕີຈິດ, ມິດຕະພາບ, ດ້ວຍຮອຍຍິ້ມອັນແຈ່ມໃສ ເພື່ອສ້າງຄວາມຊົງຈໍາ ແລະ ຄວາມປະທັບໃຈໃຫ້ແກ່ຜູ້ແທນທີ່ມາເຂົ້າຮ່ວມກອງປະຊຸມ, ພ້ອມທັງຮັບປະກັນໃຫ້ກອງປະຊຸມຄັ້ງນີ້ ມີຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ ແລະ ມີຜົນສໍາເລັດຈົບງາມ.

ບົດຄວາມຫຼ້າສຸດ

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...

ອັບເດດຍອດຜູ້ເສຍຊີວິດ-ບາດເຈັບ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີທີ່ປະເທດມຽນມາ

ອັບເດດສະຖານະການແຜ່ນດິນໄຫວຮຸນແຮງທີ່ປະເທດຫວຽດນາມຫຼ້າສຸດ ຍອດຜູ້ເສຍຊີວິດພຸ່ງຂຶ້ນເປັນ 1,700 ຄົນ. ສຳນັກຂ່າວ thaipbs ລາຍງານໃຫ້ຮູ້ວ່າ: ໃນວັນທີ 31 ມີນາ 2025 ເຈົ້າໜ້າທີ່ກູ້ໄພຍັງສືບຕໍ່ຄົ້ນຫາຜູ້ລອດຊີວິດທີ່ອາດຕິດຢູ່ໃຕ້ຊາກອາຄານພັງຖະຫຼົ່ມ ຫຼັງເກີດແຜ່ນດິນໄຫວຄວາມແຮງ 7.7 ຣິກເຕີ,...

ອັບເດດສະຖານະການຄົ້ນຫາ ຜູ້ປະສົບເຫດອາຄານຖະຫຼົ່ມ ທີ່ປະເທດໄທ ຫຼັງເກີດແຜ່ນດິນໄຫວຮຸນແຮງໃນປະເທດມຽນມາ

ຄວາມຄືບໜ້າສະຖານະການການຄົ້ນຫາ ຜູ້ປະສົບເຫດ ອາຄານຂອງສຳນັກງານກວດເງິນແຜ່ນດິນ ປະເທດໄທ ຖະຫຼົ່ມລົງມາ ຂະນະນີ້ເຈົ້າໜ້າທີ່ຍັງເລັ່ງຄົ້ນຫາອີກ 76 ຄົນ. ສຳນັກຂ່າວຕ່າງປະເທດລາຍງານຈາກເຫດການອາຄາຂອງສຳນັກງານກວດເງິນແຫ່ງຊາດ ໃນພຶ້ນທີ່ເຂດຈະຕຸຈັກ ກຸງເທບມະຫານະຄອນ ປະເທດໄທ ທີ່ກຳລັງທຳການກໍ່ສ້າງມີຄວາມສູງກວ່າ່ 30 ຊັ້ນ...

ຍອດຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວ ໃນມຽນມາ ເພີ່ມຂຶ້ນຢ່າງນ້ອຍ 1,644 ຄົນ

ຈຳນວນຜູ້ເສຍຊີວິດໃນມຽນມາຈາກເດຫແຜ່ນດິນໄຫວຮຸນແຮງເມື່ອວັນສຸກຜ່ານມາ, ມີຈຳນວນ 1,600 ຄົນ ຂະນະທມທີ່ໜ່ວຍກູ້ໄພເລັ່ງຄົ້ນຫາຜູ້ທີ່ຕິດຢູ່ໃຕ້ຊາກອາຄານຫຼາຍແຫ່ງທີ່ຖະຫຼົ່ມລົງມາ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ຜູ້ນຳນຳກອງທັບມຽນມາເປີດເຜີຍເມື່ອວັນທີ 29 ມີນາ 2025 ວ່າ: ຈຳນວນຜູ້ເສຍຊີວິດໃນປະເທດ ຈາກເຫດແຜ່ນດິນໄຫວຮຸນແຮງລະດັບ 7.7 ຣິກເຕີ...