spot_img
Homeຂ່າວພາຍ​ໃນຊີ້ແຈງແລ້ວ! ກໍລະນີນັກທ່ອງທ່ຽວ ຍາດກັນຂຶ້ນລົດໄຟຟ້າ ທີ່ຕາດກວາງຊີ

ຊີ້ແຈງແລ້ວ! ກໍລະນີນັກທ່ອງທ່ຽວ ຍາດກັນຂຶ້ນລົດໄຟຟ້າ ທີ່ຕາດກວາງຊີ

Published on

ໃນວັນທີ 15 ຕຸລາ 2024 ນີ້ ພະແນກ ຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມທີ່ເປັນຜູ້ຄຸ້ມຄອງ ບໍລິຫານສະຖານທີ່ທ່ອງທ່ຽວນໍ້າຕົກຕາດກາງຊີ ໄດ້ຈັດກອງປະ ຊຸມປຶກສາຫາລື ເພື່ອແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດໃນຕົ້ນເດືອນທີ່ຜ່ານ, ໂດຍການເປັນປະທານ ຂອງ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ, ມີຜູ້ປະກອບການລົດໄຟຟ້າ, ຕາງໜ້າພະແນກການເງິນ ແລະພະແນກໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍຂະແໜງການທ່ອງທ່ຽວເຂົ້າຮ່ວມ.

May be an image of 3 people and text

ຈາກເຫດການທີ່ສື່ອອນໄລລົງຂ່າວຕາມໂຊຊ່ຽວມີເດຍຕ່າງໆໃນຕົ້ນເດືອນນີ້ ທີ່ເຫັນນັກທ່ອງທ່ຽວຍາດກັນຂຶ້ນໄຟຟ້າເພື່ອຂຶ້ນ-ລົງຕາດກວາງຊີ, ເຊິ່ງເກີດເປັນພາບພົດທີ່ບໍ່ດີຕໍ່ການທ່ອງ ທ່ຽວຂອງຫຼວງພະບາງ, ຕໍ່ເຫດການດັ່ງກ່າວຜູ້ປະກອບການລົດໄຟຟ້າໄດ້ຊີ້ແຈງໃຫ້ຮູ້ວ່າ: ປັດຈຸບັນ ບໍລິສັດມີລົດຮັບ-ສົ່ງທັງໝົດ 25 ຄັນ, ຄັນໜຶ່ງສາມາດບັນຈຸນັກທ່ອງທ່ຽວໄດ້ 10 ຄົນ, ໃຊ້ເວລາຂຶ້ນ-ລົງ 5-10 ນາທີ ຕໍ່ຄັ້ງ. ຊ່ວງນັ້ນເປັນໄລຍະທີ່ແຂກເຂົ້າມາຫຼາຍ, ມາພ້ອມກັນຫຼາຍກຣູບທົວ, ເຮັດໃຫ້ລົດຮັບ-ສົ່ງບໍ່ພຽງພໍກັບຄວາມຕ້ອງການ, ຈິ່ງໄດ້ລໍຖ້າລົດທີ່ໄປສົ່ງຢູ່ເທິງຕາດກັບມາຮັບອີກ, ຈິ່ງເກີດມີປະກົດການນັກທ່ອງທ່ຽວຍາດກັນຂຶ້ນລົດ. ຕາມປົກກະຕິຖ້າເປັນນັກທ່ອງທ່ຽວທົ່ວໄປກໍ່ບໍ່ມາບັນຫາຫຍັງ.

May be an image of 8 people and golf cart

ດັ່ງນັ້ນ, ເພື່ອຮັບຮອງນັກທ່ອງທ່ຽວ ໃຫ້ພຽງພໍກັບຄວາມຕ້ອງການ ທາງບໍລິສັດມີແຜນຈະປະກອບລົດເຂົ້າຕື່ມອີກ 5 ຄັນ, ມີ 2 ປະເພດ ຄື: ປະເພດ 1 ສາມາດ ບັນຈູໄດ້ 13 ຄົນ ຈຳນວນ 3 ຄັນ ແລະປະເພດທີ 2 ສາມາດບັນຈຸໄດ້ 23-25 ຄົນ ຈໍານວນ 2 ຄັນ. ເພື່ອແກ້ໄຂບັນຫາດັ່ງກ່າວ ຫົວໜ້າພະແນກ ຖວທ ໄດ້ມີຄຳເຫັນຊີ້ນໍາ ເປັນຕົ້ນແມ່ນໃຫ້ຈັດສັນຄວາມເປັນລະບຽບຮຽບຮ້ອຍ ບ່ອນຂຶ້ນລົດ-ລົງລົດໃຫ້ເປັນລະບົບ, ເຮັດເປັນຮ່ອງ, ເປັນຊ່ອງ ເປັນແຖວລໍຕາມຄີວ, ສະເໜີໃຫ້ພະແນກການເງິນແຂວງຮີບຮ້ອນປັບປຸງ ລະບົບການຂາຍປີ້, ອອກແບບປີ້ຄືນໃໝ່, ໃຫ້ມີບາໂຄດ, ມີຮູບພາບສະຖານທີ່ທ່ອງທ່ຽວ ທີ່ກົມກືນ, ເຊິ່ງນັກທ່ອງທ່ຽວສາມາດເອົາໄປເປັນທີລະນຶກໄດ້, ພ້ອມນັ້ນກໍ່ຕ້ອງມີການປັບປຸງບຸກຄະລາກອນພາຍໃນທັງໝົດ, ຖ້າບໍ່ພຽງພໍກໍ່ເພີ່ມເຂົ້າໃໝ່, ຕ້ອງມີເຄື່ອງແບບທີ່ເປັນເອກະລັກໃຫ້ພະນັກງານ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະສະອາດງາມຕາ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...