spot_img
Homeຂ່າວທົ່ວໄປປິດບາງເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນຊ່ວງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45

ປິດບາງເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນຊ່ວງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45

Published on

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນອອກແຈ້ງການເຖິງ: ສໍານັກງານອົງການຈັດຕັ້ງລັດ-ສາກົນ, ພະນັກງານ, ທະຫານ, ຕໍາຫຼວດ, ບໍລິສັດ, ວິສາຫະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຊາວຄ້າຂາຍ ຜູ້ນໍາໃຊ້ລົດໃຊ້ຖະຫນົນ ໃນທົ່ວນະຄອນຫຼວງວຽງຈັນ. ກ່ຽວກັບປິດບາງເສັ້ນທາງການສັນຈອນ ຂອງພາຫະນະທຸກປະເພດ ໃນຊ່ວງກອງ ປະຊຸມສຸດຍອດ ອາຊຽນ ຄັ້ງທີ 44 ແລະ 45 ໃນລະຫ່ວາງວັນທີ 5-13 ຕຸລາ 2024.

ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດ ແຈ້ງມາຍັງບັນດາບໍລິສັດ, ລັດວິ ສາຫະກິດ, ພະນັກງານ, ທະຫານ, ຕໍາຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ຊາວຄ້າຂາຍ ຜູ້ນໍາ ໃຊ້ລົດໃຊ້ຖະຫນົນ ໃນທົ່ວນະຄອນຫຼວງວຽງຈັນ ຊາບທົ່ວເຖິງກັນວ່າ:

1.ໃນລະຫວ່າງວັນທີ 5-13 ຕຸລາ 2024 ໃຫ້ງົດການສັນຈອນພາຫະນະທຸກປະເພດ ຕາມເສັ້ນທາງທີ່ສໍາຄັນ ດັ່ງນີ້:
ຖະຫນົນໄກສອນພົມວິຫານ ແຕ່ ປະຕູໄຊ ຫາ ສີ່ແຍກໄຟອໍານາດດົງໂດກ.

ບັນດາລົດທີ່ມາແຕ່ຖະຫນົນ ເລກທີ 13 ໃຕ້ ຈາກວົງວຽນດອນຫນູນ ທີ່ມີຈຸດປະສົງຈະເຂົ້າໃນຕົວ ເມືອງ ແມ່ນສາມາດລ້ຽວຂວາຢູ່ຈຸດໄຟອໍານາດດົງໂດກ ແລະ ມາເຂົ້າຖະຫນົນໂພນຕ້ອງ ຫຼື ຖະຫນົນຫ້ວຍຫົງ, ລ້ຽວຊ້າຍໄປຕາມຖະຫນົນ 450 ປີ ເຂົ້າຈຸດໄຟອໍານາດບ້ານໂຊກໃຫຍ່ ຫຼື ຈຸດໄຟອໍານາດນາຄວາຍ, ສ່ວນມາ ແຕ່ ຖະຫນົນ 450 ປີ ຫາ ດົງໂດກ ແມ່ນສາມາດແລ່ນຊື່.
ຖະຫນົນຈອມມະນີ ແຕ່ ວົງວຽນສະຖານີໂທລະພາບແຫ່ງຊາດລາວ ຫາ ສີ່ແຍກໄຟອໍານາດຫໍປະຊຸມແຫ່ງ ຊາດ ຫາ ວົງວຽນຫນອງຫນ່ຽງ ເສັ້ນທາງຫນອງຫນ່ຽງ.

ບັນດາລົດທີ່ໃຊ້ຖະຫນົນໂພນຕ້ອງ ຫຼື ມາແຕ່ຫ້ວຍຫົງ ຈະເຂົ້າ-ອອກ ຕົວເມືອງ ແມ່ນຫ້າມຜ່ານແຕ່ ວົງວຽນສະຖານີໂທລະພາບແຫ່ງຊາດລາວ ຫາ ສີ່ແຍກໄຟອໍານາດຫໍປະຊຸມແຫ່ງຊາດ ກໍລະນີຈະໄປຫນອງ ຫນ່ຽງ ໃຫ້ໄປໃຊ້ຖະຫນົນດົງໂດກ ຫາ ຖະຫນົນ 450 ປີ ແລະ ລົດຈາກຫນອງຫນ່ຽງ ຈະເຂົ້າຕົວເມືອງ ກໍ່ ສາມາດນໍາໃຊ້ເສັ້ນທາງຫົວຂົວ-ທາດຫຼວງ.

2. ໃຫ້ງົດການສັນຈອນພາຫະນະທຸກປະເພດຊົ່ວຄາວ ເປັນບາງເວລາຕາມຖະຫນົນ ດັ່ງນີ້:
ຖະຫນົນສຸພານຸວົງ ແຕ່ ສາມແຍກສີໄຄ ຫາ ສີ່ແຍກໄຟອໍານາດສີຫອມ (ຫຼັກ 1); ຖະຫນົນເສດຖາທິລາດ ແຕ່ ສີ່ແຍກໄຟອໍານາດສີຫອມ (ຫຼັກ 1) ຫາ ສີ່ແຍກໄຟອໍານາດທາດຂາວ, ຖະຫນົນສາມແສນໄທ ແຕ່ ສີ່ແຍກໄຟອໍານາດທາດຂາວ ຫາ ສາມແຍກສວນເຈົ້າຟ້າງຸ່ມ (ຫຼັກ 2), ຖະຫນົນເຈົ້າຟ້າງຸ່ມ ແຕ່ ສາມແຍກທາດຂາວ ຫາ ສາມແຍກປາກປ່າສັກ ຖະຫນົນລ້ານຊ້າງ ແຕ່ ສາມແຍກຫໍຄໍາ ຫາ ປະຕູໄຊ.

3. ຫ້າມຈອດພາຫະນະທຸກປະເພດຕາມແຄມທາງ, ທາງຄົນຍ່າງ (ຟຸດບາດ) ຢ່າງເດັດຂາດ ຢູ່ຕາມເສັ້ນທາງທີ່ ໄດ້ລະບຸໄວ້ໃນຂໍ້ທີ 1 ແລະ 2 ຂ້າງເທິງນີ້.

4. ໃຫ້ນັກຂັບຂີ່ທຸກປະເພດ ປະຕິບັດຕາມການສັນຍານຂອງເຈົ້າຫນ້າທີ່ຕໍາຫຼວດຈະລາຈອນ ທີ່ປະຈໍາຢູ່ແຕ່ລະຈຸດຢູ່ຕາມເສັ້ນທາງ.

5. ມາດຕະການຈັດຕັ້ງປະຕິບັດ ມອບໃຫ້ ຂະແຫນງຂົນສົ່ງ, ພະແນກ ຍທຂ ນະຄອນຫຼວງວຽງຈັນ, ເຈົ້າຫນ້າທີ່ ຕໍາຫຼວດຈະລາຈອນ ທຸກພາກສ່ວນ ໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ ແລະ ເດັດຂາດ.

6. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງຮັບຮູ້ ແລະ ຮ່ວມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.
ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...