Homeຂ່າວພາຍ​ໃນຫຼວງພະບາງ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ ສສ ຫວຽດນາມ ຈຳນວນ 1 ຕື້ດົງ

ຫຼວງພະບາງ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ ສສ ຫວຽດນາມ ຈຳນວນ 1 ຕື້ດົງ

Published on

ຍ້ອນເກີດມີພະຍຸ ຫຼາຍຫົວ ເປັນຕົ້ນແມ່ນ ພະຍຸຢາກິ ໄດ້ພັດເຂົ້າປະເທດຫວຽດນາມ ແລະບັນດາປະເທດໃກ້ຄຽງ ໃນເດືອນກັນຍາ ນີ້ ເຮັດໃຫ້ ເກີດໄພນໍ້າຖ້ວມ ຢູ່ຫຼາຍແຂວງ, ຫຼາຍເມືອງຂອງ ປະເທດ ຫວຽດນາມ ສົ່ງຜົນກະທົບ ຕໍ່ອາຄານບ້ານເຮືອນ ແລະ ຊັບສິນຂອງປະຊາຊົນ ຫຼາຍແຂວງ ໃນປະເທດຫວຽດນາມ, ໂດຍສະເພາະແມ່ນແຂວງກວາງນິ່ງ, ເຊິນລາ, ທ້າຍຫງວຽນ, ລາວກາຍ ແລະແຂວງອຽນບ້າຍ, ທີ່ໜັກໄປກວ່ານັ້ນ ແມ່ນມີຜູ້ເສຍຊີວິດ ແລະ ອາຄານບ້ານເຮືອນເປ່ເພເສຍຫາຍ ເປັນຈໍານວນຫຼາຍ.

May be an image of 9 people and text

ຕໍ່ກັບເຫດການດັ່ງກ່າວນີ້ ອົງການປົກຄອງແຂວງຫຼວງພະບາງ ຈິ່ງໄດ້ນໍາເງິນມູນຄ່າ 1 ຕື້ດົ່ງ, ໄປຊ່ວຍຜູ້ປະສົບໄພດັ່ງກ່າວ, ໂດຍແມ່ນ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ຕາງໜ້າມອບ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ກ່ຽວທິ ຮັງຟຸກ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກເໜືອ ແລະ ຄະນະຮ່ວມຮັບ.​ ສໍາລັບເງິນດັ່ງກ່າວແມ່ນ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງກວາງນິ່ງ 300.000.000 ດົ່ງ, ເຊີນລາ 200.000.000 ດົ່ງ, ທ້າຍຫງວຽນ 200.000.000 ດົ່ງ, ລາວກາຍ 200.000.000 ດົ່ງ ແລະ ແຂວງອຽນບ້າຍ 100.000.000 ດົ່ງ.

May be an image of 3 people, dais and text

ໂອກາດນີ້ທ່ານ ເຈົ້າແຂວງຫຼວງພະບາງ ກໍໄດ້ກ່າວສະແດງຄວາມເສຍໃຈ ແລະ ເປັນຫ່ວງເປັນໃຍ ຕໍ່ຜູ້ປະສົບໄພນໍ້າຖ້ວມຈາກໄພພິບັດທາງທໍາມະຊາດຄັ້ງນີ້ ແລະຂໍໃຫ້ຜູ້ປະສົບໄພ ຈົ່ງຜ່ານພົ້ນວິກິດດັ່ງກ່າວໄປໄດ້ດ້ວຍດີ.
ການປະກອບສ່ວນຊ່ວຍເຫຼືອຄັ້ງນີ້ເຖິງວ່າເປັນຈຳນວນບໍ່ຫຼາຍ ແຕ່ກໍເປັນການປະກອບສ່ວນໝົດຈິດໝົດໃຈເຕັມໄປດ້ວຍນ້ຳໃຈຂອງແຂວງຫຼວງພະບາງ.

May be an image of 9 people, dais and text

ຈາກນັ້ນ, ທ່ານ ນາງ ກ້ຽວ ທິ ຮັງຟຸກ ຕາງໜ້າລັດຖະບານ ແລະ ປະຊາຊົນ ຫວຽດນາມ ກ່າວຂອບໃຈຕໍ່ກັບການຊ່ວຍເຫຼືອຄັ້ງນີ້ ແລະ ພ້ອມເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ຢືນຍົງທະນົງແກ້ນຕະຫຼອດໄປ.

ຂ່າວ: Media Laos

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...