spot_img
Homeຂ່າວພະຍາກອນອາກາດແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

ແຈ້ງເຕືອນໄພສະບັບທີ 2 ພາຍຸຫນູນເຂດຮ້ອນ ໃນລະຫວ່າງວັນທີ 18 – 22 ກັນຍາ 2024

Published on

ພາຍຸດີເປຣຊັນ ກາລັງເຄື່ອນທີຢູ່ເຂດທະເລຈີນໃຕ້ ຕອນກາງ ດ້ວຍຄວາມໄວ 25 ກິໂລແມັດຕໍ່ ຊົ່ວໂມງ ຊຶ່ງໃນເວລາ 8 ໂມງ 25 ນາທີ ມີຈຸດສູນ ກາງ ຢູ່ເສັ້ນຂະຫນານທີ 16.5 ອົງສາເຫນືອ, ເສັ້ນ ແວງທີ 113.7 ອົງສາຕາເວັນອອກ. ຄາດວ່າ ພາຍຸ ຫົວນີ້ຈະເພີ່ມກໍາລັງແຮງຂື້ນ ກາຍເປັນພາຍຸຫມູນ ເຂດຮ້ອນ ແລະ ຈະເຄື່ອນທີ່ຂຶ້ນຝັ່ງ ເມືອງ ດານັງ ຂອງ ສສ ຫວຽດນາມ ໃນຕອນຄໍ່າຂອງ ວັນທີ 19 ກັນຍາ 2024.

ຈາກນັ້ນ, ຈະອ່ອນກໍາລັງລົງເປັນພາຍຸດີເປຼຊັນ ເຄື່ອນທີ່ຜ່ານລະຫວ່າງ ແຂວງຄໍາມ່ວນ ແລະ ແຂວງບໍລິຄໍາໄຊ ໃນໄລຍະວັນ ທີ 20- 21 ກັນຍາ 2024 ນີ້. ຈາກທ່າອ່ຽງການເຄື່ອນທີ່ຂອງພາຍຸດັ່ງກ່າວ ຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຕ່ ເຂດພາກເຫນືອດ້ານ ຕາເວັນອອກ, ນະຄອນຫຼວງວຽງຈັນ, ພາກກາງ ແລະ ພາກໃຕ້ ໃນໄລຍະວັນທີ 18–22 ກັນຍາ 2024 ນີ້. ພ້ອມດຽວກັນນີ້ ລະດັບນໍ້າ ສະຖານີ ແກ້ງກອກ ເມືອງເຊຈໍາພອນ ແຂວງສະຫວັນນະເຂດ ຊຶ່ງ ໄດ້ຂື້ນຮອດເຂດລະດັບເຕືອນໄພແລ້ວ(ລະດັບ ເຕືອນໄພ 7.50 ແມັດ ແລະ ລະດັບຖ້ວມ 8.00 ແມັດ).

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ໃນບັນດາແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກຫນັກ ແລະ ລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ, ນໍ້າຖ້ວມຫນື່ງ ແລະ ນໍ້າຖ້ວມອັ່ງ ໃນຕົວເມືອງ. ສະເພາະຜູ້ທີ່ອາໃສລຽບຕາມແຄມຝັ່ງແມ່ນໍ້າ ເຊຈຳພອນໃຫ້ກະກຽມຍົກຍ້າຍ ວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...