spot_img
Homeຂ່າວພາຍ​ໃນສານປະຊາຊົນແຂວງຫຼວງນໍ້າທາ ຕັດສິນຄະດີພະນັກງານສໍ້ລາດບັງຫຼວງ ຈໍານວນ 13 ຄົນ

ສານປະຊາຊົນແຂວງຫຼວງນໍ້າທາ ຕັດສິນຄະດີພະນັກງານສໍ້ລາດບັງຫຼວງ ຈໍານວນ 13 ຄົນ

Published on

ໃນຕອນເຊົ້າຂອງວັນທີ 3 ກັນຍາ 2024 ທີ່ຜ່ານມານີ້, ສານປະຊາຊົນແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມສານຂຶ້ນ ທີ່ສະໂມສອນກອງບັນຊາການທະຫານແຂວງຫຼວງນໍ້າທາ ເພື່ອພິຈາລະນາຄະດີອາຍາ ຕໍ່ຈໍາເລີຍ ເຊິ່ງເປັນອະດີດພະນັກງານລັດ ຢູ່ແຂວງຫຼວງນໍ້າທາ ແລະ ສ່ວນຫຼາຍແມ່ນນອນໃນຄະນະສະເພາະກິດຄວບຄຸມ, ແກ້ໄຂພະຍາດໂຄວິດ 19 ຂອງແຂວງ ທີ່ມີການກະທໍາຜິດ ຕິດພັນກັບການຈັດສົ່ງຄົນຕ່າງປະເທດກັບຄືນປະເທດ. ໃນກອງປະຊຸມພິຈາລະນາຄະດີດັ່ງກ່າວ, ສານໄດ້ເຊີນຜູ້ຕາງໜ້າຈາກອົງການຈັດຕັ້ງກ່ຽວຂ້ອງຂອງພັກ-ລັດ, ທະຫານ, ຕໍາຫຼວດ, ອົງການຈັດຕັ້ງມະຫາຊົນ, ຄອບຄົວຍາດພີ່ນ້ອງຂອງຈໍາເລີຍ ເຂົ້າຮ່ວມເປັນສັກຂີພິຍານ.

ສານໄດ້ດໍາເນີນກອງປະຊຸມຕາມກົດໝາຍ ແລະ ຂັ້ນຕອນທີ່ກໍານົດໄວ້ ເພື່ອພິຈາລະນາຄະດີຕໍ່ຈໍາເລີຍທັງໝົດ 13 ຄົນ, ຍິງ 1 ຄົນ ຕາມຄໍາສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຄໍາຖະແຫຼງ ສະບັບເລກທີ 90/ອຍກຂ. ຫຼທ, ລົງວັນທີ 5 ສິງຫາ 2024 ຂອງຫົວໜ້າອົງການໄອຍະການປະຊາຊົນແຂວງຫຼວງນໍ້າທາ. ຜ່ານການໄຕ່ສວນຄະດີ ແລະ ການຄົ້ນຄວ້າພິຈາລະນາຂອງສານ ເຫັນວ່າ ຈໍາເລີຍທັງ 13 ຄົນ ມີຄວາມຜິດຄົບ 4 ອົງປະກອບຂອງການກະທໍາຜິດທາງອາຍາ ໃນການສໍ້ລາດບັງຫຼວງ ຕາມຄໍາຖະແຫຼງຂອງອົງການໄອຍະການປະຊາຊົນແຂວງຫຼວງນໍ້າທາ ແລະ ໄດ້ຕັດສິນລົງໂທດຕໍ່ຈໍາເລີຍ 13 ຄົນດັ່ງກ່າວ. ໃນນັ້ນ ມີໂທດຕັດອິດສະລະພາບຕະຫຼອດຊີວິດ 3 ຄົນ, ໂທດຕັດອິດສະລະພາບ 20 ປີ 1 ຄົນ, ໂທດຕັດອິດສະລະພາບ 10 ປີ 6 ຄົນ, ໂທດຕັດອິດສະລະພາບ 9 ປີ 6 ເດືອນ 1 ຄົນ, ໂທດຕັດອິດສະລະພາບ 8 ປີ 6 ເດືອນ 1 ຄົນ, ໂທດຕັດອິດສະລະພາບ 4 ປີ 6 ເດືອນ 1 ຄົນ. ພ້ອມນັ້ນ, ສານຍັງໄດ້ຕັດສິນໂທດປັບໃໝ ແລະ ຮິບຊັບທີ່ໄດ້ຈາກການກະທໍາຜິດທັງໝົດ.

ລາຍລະອຽດມີດັ່ງນີ້:
1.ທ້າວ ພົມມະສຸກ ວິໄລກຸນ (ຈໍາເລີຍ 1) ອະດີດຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງໆຫຼວງນໍ້າທາ ມີຄວາມຜິດທາງອາຍາໃນການສໍ້ລາດບັງຫຼວງ ໃນຂໍ້ຫາຍັກຍອກຊັບຂອງລັດ ຫຼື ລວມໝູ່, ຮັບສິນບົນ, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ຟອກເງິນ. ຖືກລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 826.212.626 ກີບ, ພ້ອມທັງ ຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

2.ທ້າວ ຄໍາຈັນ ອິນທອງໄຊ (ຈໍາເລີຍ 2) ອະດີດກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ຍັກຍອກຊັບຂອງລັດ ຫຼື ລວມໝູ່, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ຟອກເງິນ. ຖືກລົງໂທດຕັດອິດສະລະພາບ 20 ປີ ແລະ ປັບໃໝ 311.363.170 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

3.ທ້າວ ຄໍາພັດ ພົມພິທັກ (ຈໍາເລີຍ 3) ພະນັກງານບໍານານ, ອະດີດຮອງຫົວໜ້າກອງບັນຊາການ ປກສ ແຂວງ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ຍັກຍອກຊັບຂອງລັດ ຫຼື ລວມໝູ່, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ. ຖືກລົງໂທດຕັດອິດສະລະພາບ 10 ປີ ແລະ ປັບໃໝ 5.220.280 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

4.ທ້າວ ແກ້ວ ອິນທະວົງ (ຈໍາເລີຍ 4) ອະດີດຮອງຫົວໜ້າພະແນກສາທາລະນະສຸກແຂວງ ມີຄວາມຜິດທາງອາຍາໃນການສໍ້ລາດບັງຫຼວງ ໃນຂໍ້ຫາຍັກຍອກຊັບຂອງລັດ ຫຼື ລວມໝູ່, ຮັບສິນບົນ, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ຟອກເງິນ. ຖືກລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 765.489.002, 85 ກີບ, ພ້ອມທັງ ຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

5.ທ້າວ ພູຂົງ ແກ້ວກາງເພັງ (ຈໍາເລີຍ 5) ອະດີດຮອງຫົວໜ້າຫ້ອງວ່າການແຂວງ ມີຄວາມຜິດທາງອາຍາໃນການສໍ້ລາດບັງຫຼວງ ໃນຂໍ້ຫາຍັກຍອກຊັບຂອງລັດ ຫຼື ລວມໝູ່, ຮັບສິນບົນ, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ຟອກເງິນ. ຖືກລົງໂທດຕັດອິດສະລະພາບ ຕະຫຼອດຊີວິດ ແລະ ປັບໃໝ 776.303.476 ກີບ, ພ້ອມທັງ ຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

6.ທ້າວ ເພັດມະໂນຈິດ ໄຊຍະທີ (ຈໍາເລີຍ 6) ອະດີດຫົວໜ້າຂະແໜງພົວພັນຮ່ວມມືສາກົນ ພະແນກການຕ່າງ ປະເທດແຂວງ ມີຄວາມຜິດທາງອາຍາໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ. ຖືກລົງໂທດຕັດອິດສະລະພາບ 8 ປີ 6 ເດືອນ ແລະ ປັບໃໝ 3.198.523 ກີບ, ພ້ອມທັງ ຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

7.ທ້າວ ມານະຈິດ ຫຼວງລືໄຊ (ຈໍາເລີຍ 7) ອະດີດພະນັກງານວິຊາການ ພະແນກສາທາລະນະສຸກແຂວງ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ຍັກຍອກຊັບຂອງລັດ ຫຼື ລວມໝູ່, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ ແລະ ຟອກເງິນ. ຖືກລົງໂທດຕັດອິດສະລະພາບ 10 ປີ ແລະ ປັບໃໝ 306.538.878,5 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

8.ທ້າວ ວົງເພັດ ຊັນຊາຍ (ຈໍາເລີຍ 8) ອະດີດພະນັກງານວິຊາການ ຫ້ອງວ່າການແຂວງ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ຍັກຍອກຊັບຂອງລັດ ຫຼື ລວມໝູ່, ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ. ຖືກລົງໂທດຕັດອິດສະລະພາບ 10 ປີ ແລະ ປັບໃໝ 7.313.895 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

9.ທ້າວ ຄໍາມອນ ດວງພະຈັນ (ຈໍາເລີຍ 9) ອະດີດຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ພະແນກ ສາທາລະນະສຸກແຂວງ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ, ປອມແປງເອກະສານ ຫຼື ນໍາໃຊ້ເອກະສານປອມ ແລະ ຟອກເງິນ. ຖືກລົງໂທດຕັດອິດສະລະພາບ 10 ປີ ແລະ ປັບໃໝ 306.499.550 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

10.ທ້າວ ຄອນທອງ ເລື່ອງຄໍາມາ (ຈໍາເລີຍ 10) ອະດີດຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕັນ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ຍັກຍອກຊັບຂອງລັດ ຫຼື ລວມໝູ່, ໃຫ້ສິນບົນ ແລະ ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ. ຖືກລົງໂທດຕັດອິດສະລະພາບ 10 ປີ ແລະ ປັບໃໝ 5.813.998,86 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

11.ນາງ ປິ່ນແກ້ວ ວິວັນໄຊ (ຈໍາເລີຍ 11) ອະດີດຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕັນ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ຍັກຍອກຊັບຂອງລັດ ຫຼື ລວມໝູ່, ໃຫ້ສິນບົນ ແລະ ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ. ຖືກລົງໂທດຕັດອິດສະລະພາບ 10 ປີ ແລະ ປັບໃໝ 5.113.428,6 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

12.ທ້າວ ແສງພາວັນ ແກ້ວມະນີວົງ (ຈໍາເລີຍ 12) ອະດີດຮອງຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕັນ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ຍັກຍອກຊັບຂອງລັດ ຫຼື ລວມໝູ່, ສວຍໃຊ້ຖານະຕໍາ ແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ. ຖືກລົງໂທດຕັດອິດສະລະພາບ 9 ປີ 6 ເດືອນ ແລະ ປັບໃໝ 2.025.630 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

13.ທ້າວ ພົງສັກ ວົງມະນີ (ຈໍາເລີຍ 13) ອະດີດຮອງຫົວໜ້າກອງບັນຊາການ ປກສ ເຂດບໍ່ເຕັນ ມີຄວາມຜິດທາງອາຍາ ໃນການສໍ້ລາດບັງຫຼວງ ໃນຂໍ້ຫາ ສວຍໃຊ້ຖານະຕໍາແໜ່ງ, ສິດອໍານາດ, ໜ້າທີ່ເອົາຊັບຂອງລັດ, ລວມໝູ່ ຫຼື ບຸກຄົນ. ຖືກລົງໂທດຕັດອິດສະລະພາບ 4 ປີ 6 ເດືອນ ແລະ ປັບໃໝ 920.540 ກີບ, ພ້ອມທັງຮິບຊັບທີ່ໄດ້ມາຈາກການກະທໍາຜິດ.

ແຫຼ່ງຂ່າວຈາກ: ປະຊາຊົນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...