spot_img
Homeຂ່າວພາຍ​ໃນບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ປີ 2024 ມີເຮືອເຂົ້າຮ່ວມແຂ່ງຂັນ 25 ລໍາ

ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ປີ 2024 ມີເຮືອເຂົ້າຮ່ວມແຂ່ງຂັນ 25 ລໍາ

Published on

ວັນທີ 2 ກັນຍາ 2024 ອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດບຸນຊ່ວງເຮືອປະ ເພນີ ໃນໂອກາດບຸນຫໍ່ເຂົ້າປະດັບດີນ ປະຈໍາປີ ພສ 2567, ຄສ 2024, ໂດຍມີ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍບັນດາການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ແຂກຮັບເຊີນ ແລະ ມວນຊົນທັງພາຍໃນ ແລະຕ່າງປະເທດ ຮ່ວມຊົມຮ່ວມເຊຍຕາມແຄມຝັ່ງນ້ຳຄານ.

May be an image of 2 people and text

ໃນໂອກາດນີ້, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ກ່າວເປີດພິທີຢ່າງເປັນທາງການວ່າ: ເປັນປະຈຳທຸກປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດໃຫ້ມີບຸນຊ່ວງເຮືອປະເພນີ ໂອກາດບຸນຫໍ່ເຂົ້າປະດັບດິນ, ອັນເປັນປາງບຸນໜື່ງ ທີ່ໄດ້ສືບທອດກັນມາແຕ່ ສັດຕະວັດທີ່ 19 ໂດຍແມ່ນເຈົ້າມັນທາຕຸຣາດ ກະສັດປົກຄອງອານາຈັກລາວລ້ານຊ້າງຫຼວງພະບາງ ເປັນຜູ້ລິເລີ່ມ ແລະໄດ້ຮັບການສືບທອດມາເຖີງປັດຈຸບັນ. ເປັນການສະແດງເຖີງ ພາລະກຳລັງ ຄວາມສາມັກຄີ ແລະ ບົດຮຽນ-ປະສົບການ ລະຫວ່າງປະຊາຊົນບັນດາເຜົ່າ, ພ້ອມທັງເປັນການບູຊາພະຍານາກ 15 ຕະກູນ ທີ່ເປັນເຈົ້າປົກປັກຮັກສາຊາວຫຼວງພະບາງ ແລະ ປົກປັກຮັກສາບ້ານເມືອງ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ຢູ່ເຢັນເປັນສຸກຕະຫຼອດໄປ.

May be an image of 1 person and text

ທ່ານກ່າວຕື່ມວ່າ: ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ປີນີ້ ມີເຮືອຊ່ວງປະເພນີຈາກບ້ານຕ່າງໆພາຍໃນນະຄອນ ຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ, ພິເສດອົງການປົກຄອງແຂວງຫຼວງພະບາງ ໄດ້ເປີດກວ້າງໃຫ້ມີສີພາຍ ແລະເຮືຊ່ວງຈາກຕ່າງ ເຂົ້າຮ່ວມແຂ່ງຂັນ ລວມທັງໝົດ 25 ລໍາ, ພ້ອມນີ້, ທ່ານໄດ້ຮຽກຮ້ອງໃຫ້ຫົວໜ້າສີພາຍເຮືອຊ່ວງ ແລະ ຄະນະກຳມະການ ພ້ອມກັນປະຕິບັດລະບຽບຂອງການແຂ່ງຂັນໃຫ້ເຂັ້ມງວດ ເພື່ອເຮັດໃຫ້ບຸນຊ່ວງເຮືອປີນີ້ ມີບັນຍາກາດເບີກບານມ່ວນຊື່ນ ແລະຮັກສາໄດ້ຮີດຄອງປະເພນີອັນດີງາມ, ຮັບປະກັນໃຫ້ນັກທ່ອງທ່ຽວທີ່ມາທ່ຽວຊົມມີຄວາມປະທັບໃຈ.

May be an image of 1 person, crowd and text

ພາຍຫຼັງເປີດພິທີຢ່າງເປັນທາງການ ໄດ້ເລີ້ມການແຂ່ງຂັນຕາມຕາຕະລາງຄາດຄູ່ ໂດຍເລີ່ມຈາກເຮືອຊ່ວງນາງດຳ ນາງດ່ອນ ອັນເປັນການເປີດສາກການແຂ່ງຂັນ ຕາມຮີດຄອງປະເພນີ, ສ່ວນການແຂ່ງຂັນຈະປະຕິບັດໃນຮູບແບບ ເສຍສອງຄັ້ງແລ້ວຄັດອອກ ພ້ອມທັງຈັດອັນດັບທີ່, ສ່ວນເຮືອທີ່ເສຍຄັ້ງໜື່ງ ແມ່ນສາມາດຊີງຂື້ນໄປເຖີງຮອບຊີງຊະນະເລີດ ໂດຍຈະດຳເນີນເປັນເວລາ 1 ວັນຈື່ງສຳເລັດ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...