Homeຂ່າວຕ່າງປະເທດເຮືອຮົບ KD Pendekar ຂອງມາເລເຊຍ ຕຳກັບວັດຖຸປິດສະໜາໃຕ້ນ້ຳ ເຮັດໃຫ້ເຮືອຈົມລົງທະເລ

ເຮືອຮົບ KD Pendekar ຂອງມາເລເຊຍ ຕຳກັບວັດຖຸປິດສະໜາໃຕ້ນ້ຳ ເຮັດໃຫ້ເຮືອຈົມລົງທະເລ

Published on

ກອງທັບເຮືອມາເລເຊຍອອກຖະແຫຼງການໃນວັນທີ 26 ສິງຫາ 2024 ນີ້ວ່າ: ເຮືອຮົບ KD Pendekar ຂອງມາເລເຊຍເກີດເຫດຕຳກັບວັດຖຸບາງຢ່າງຢູ່ໃຕ້ນ້ຳຈຶ່ງເກີດຮົ່ວ ເຮັດໃຫ້ຈົມລົງທະເລໃນເວລາ 15:54 ໂມງ ຂອງວັນທີ 25 ສິງຫາຜ່ານມາ, ຫ່າງຈາກເຂດ Tanjung Penyusop ລັດຍະໂຮ ໄປທາງຕາເວັນອອກສຽງໃຕ້ ໂຊກດີເຈົ້າໜ້າທີ່ສາມາດຊ່ວຍສານທັງໝົດ 39 ຄົນໄດ້ຢ່າງປອດໄພ.

ຈາກເຫດການດັ່ງກ່າວກອງທັບເຮືອມາເລເຊຍ ໄດ້ຕັ້ງຄະນະກຳມະການສອບສວນພິເສດເພື່ອຫາສາເຫດຂອງການຮົ່ວໄຫຼຂອງນ້ຳ ແລະ ໄດ້ສົ່ງກຳລັງພົນໄປຍັງຈຸດເກີດເຫດ ເພື່ອຕິດຕາມສະຖານະການ ແລະ ຄວາມປອດໄພດ້ານສິ່ງແວດລ້ອມ.

ກອງທັບເຮືອມາເລເຊຍໄດ້ລະບຸຕື່ມອີກວ່າ: ຂໍແນະນຳໃຫ້ປະຊາຊົນຢ່າງສ້າງການຄາດເດົາກ່ຽວກັບເຫດການໃນຄັ້ງນີ້ ຫາກຕ້ອງການຂໍ້ມູນທີ່ຖືກຕ້ອງ ແລະ ເປັນປັດຈຸບັນໃຫ້ອ້າງອິງຂໍ້ມູນຈາກແຫຼ່ງຂ່າວຂອງກອງທັບເຮືອຢ່າງເປັນທາງການ.

ແຫຼ່ງຂ່າວ:THE STRAITS TIME

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...