spot_img
Homeຂ່າວພາຍ​ໃນຊົມເຊີຍ! ອ້າຍນ້ອງທະຫານ ໄດ້ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

ຊົມເຊີຍ! ອ້າຍນ້ອງທະຫານ ໄດ້ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ

Published on

ໃນວັນທີ 21-24 ສິງຫາ 2024 ຜ່ານມາ, ພະນັກງານ-ນັກຮົບກອງພັນນ້ອຍ 418 ແລະ 415 ທີ່ຂື້ນກັບກອງພັນໃຫຍ່ 301 ກອງພົນທະຫານຮາບທີ 3 ໄດ້ລົງຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຖືກຜົນກະທົນຈາກໄພນໍ້າຖ້ວມ ໂດຍການນໍາພາ- ຊີ້ນໍາຂອງສະຫາຍ ພັນໂທ ບຸນໄຊ ເພັງສຸວັນ ຄະນະພັກ ຫົວໜ້າພະແນກເສນາທິການກອງພັນໃຫຍ່ 301, ມີສະຫາຍ ພັນໂທ ຄໍາຜຸຍ ໄຊຍະວົງສັກ ຄະນະພັກກອງພັນໃຫຍ່ 301ຫົວໜ້າການເມືອງກອງພັນນ້ອຍ 418, ມີສະຫາຍ ພັນໂທ ຄໍາຈັນ ສັນຮັກ ຮອງການທະຫານກອງພັນນ້ອຍ 415 ໃນນັ້ນມີກໍາລັງເຫຼົ່າຮົບບັນດາກອງພັນນ້ອຍ 418 ແລະ 415 ທີ່ຂື້ນກັບກອງພັນໃຫຍ່ 301 ກອງພົນທະຫານຮາບທີ 3 ຈໍານວນ 80 ສະຫາຍ ມາຊ່ວຍເຫຼືອ.

ນອກຈາກເຮັດໜ້າທີ່ກຽມພ້ອມສູ້ຮົບປັບປຸງກໍ່ສ້າງກໍາລັງ, ສ້າງພະລາທິການກັບທີ່ແລ້ວ ຍັງມີໜ້າທີ່ກຽມພ້ອມຕອບຕ້ານ ແລະ ກອບກູ້ໄພພິບັດຊ່ວຍເຫຼືອປະຊາຊົນບັນດາເຜົ່າ ນີ້ແມ່ນໜ້າທີ່ອັນມີກຽດ ແລະ ສະຫງ່າງາມທີພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ຈາກສະພາບດິນຟ້າອາກາດນັບມື້ມີການປ່ຽນແປງ, ໄພທໍາມະຊາດໄດ້ກັບມາຮຸກຮານການດໍາລົງຊີວິດທີສະຫງົບສຸກຂອງປະຊາຊົນ, ການຜະລິດຕ້ອງພົບກັບຄວາມຍຸງຍາກ,ໄຮນາທີ່ເຄີຍໃຫ້ໝາກຜົນໃນເມື່ອກ່ອນໄດ້ກາຍເປັນທົງນາເປົ່າວ່າງເນື່ອງຈາກເກີດໄພນໍ້າຖ້ວມ, ຮ້າຍແຮງກວ່ານັ້ນ ເກີດມີພາຍຸ ຫຼື ສະພາບດິນຟ້າອາກາດປ່ຽນແປງຢ່າງຮຸນແຮງຈົນເກີດມີໄພນໍ້າຖ້ວມຢ່າງກະທັນຫັນຢູ່ໃນ 6 ໝູ່ບ້ານ ທີພະນັກງານ-ນັກຮົບໄດ້ເຂົ້າມາຊ່ວຍເຫຼື່ອ ເປັນຕົ້ນແມ່ນໄດ້ຊ່ວຍເຫຼືອ ບ້ານນໍ້າພ້າວ, ບ້ານຖໍາ, ບ້ານສະຖານ, ບ້ານຜ່າບ່ອງ, ບ້ານມວງ ແລະ ບ້ານປາງໄຮ ເມືອງຄອບ ແຂວງໄຊຍະບູລີ, ຍ້ອນຝົນຕົກໜັກຕໍ່ເນື່ອງກັນຫຼາຍວັນຈິ່ງໄດ້ເຮັດໃຫ້ເຮືອນຊານບ້ານຊອງ,ຊັບສິນທີ່ມີຄ່າ ແລະ ພື້ນທີ່ທໍາການຜະລິດຂອງພໍ່ແມ່ປະຊາຊົນເສຍຫາຍຫຼາຍພໍສົມຄວນ.
ແຫຼ່ງຂ່າວ:LNR

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...