spot_img
Homeຂ່າວກິລາການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025

Published on

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະຈັດຂຶ້ນໃນວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ມີ 8 ສະໂມສອນ ເຂົ້າຮ່ວມປະກອບມີ: 1. ສະໂມສອນ ຊ້າງນ້ອຍ ເອັຟຊີ, 2. ສະໂມສອນ ມາສເຕີ້ ເຊເວັ້ນ ເອັຟຊີ, 3. ສະໂມສອນ ເອສະຣາ ເອັຟຊີ, 4. ສະໂມສອນ ກອງທັບ ເອັຟຊີ, 5. ສະໂມສອນ ຫຼວງພະບາງ ເອັຟຊີ, 6. ສະໂມສອນ ຈຳປາສັກ ເອັຟຊີ, 7. ສະໂມສອນ ນໍ້າທາ ຢູໄນເຕັດ, 8. ສະໂມສອນ ວຽງຈັນ ເອັຟຊີ.

ນໍາໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາແຂວງຈຳປາສັກ, ສະຫນາມກິລາແຂວງຫຼວງພະບາງ, ສະຫນາມກິລາແຂວງຫຼວງນ້ຳທາ ແລະ ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ.

ຕາຕະລາງການແຂ່ງຂັນ ອາທິດທຳອິດ ວັນທີ 14 ກັນຍາ 2024 ເວລາ 16:00ມ ເອສະຣາ ພົບ ຈຳປາສັກ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດ ຫຼັກ 16 ( ສະຫນາມນອກ ), ເວລາ 16:00ມ ວຽງຈັນ ພົບ ຊ້າງນ້ອຍ ແຂ່ງຂັນຢູ່ທີ່ສະຫນາມກິລາກອງບັນຊາການທະຫານແຂວງວຽງຈັນ, ວັນອາທິດ 15 ກັນຍາ 2024 ເວລາ 16:00ມ ກອງທັບ ພົບ ຫຼວງພະບາງ ແຂ່ງຂັນຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ແລະ ເວລາ 16:00ມ ມາສເຕີເຊເວັ້ນ ພົບ ນໍ້າທາ ແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16 ( ສະຫນາມນອກ ).

ຮູບແບບການແຂ່ງຂັນແມ່ນແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບ ເຊິ່ງຈະເລີ່ມແຂ່ງຂັນນັບຕັ້ງແຕ່ວັນທີ 14 ກັນຍາ 2024 ຫາ ວັນທີ 1 ມີນາ 2025, ຈຳນວນນັດແຂ່ງຂັນທັງຫມົດ 56 ນັດ ທຸກໆນັດແມ່ນມີການຖ່າຍທອດສົດຜ່ານທາງ YOUTUBE: LAOFF TV ສະຫະພັນບານເຕະແຫ່ງຊາດລາວ. ສະໂມສອນທີ່ໄດ້ເປັນແຊ້ມການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024/2025 ຈະໄດ້ເປັນສະໂມສອນ ຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC CHALLENGE LEAGUE 2025/2026 (ແຕ່ຕ້ອງໄດ້ຮັບໃບອະນຸຍາດຈາກສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດ
ຮູບພາບຈາກ: Lao League 1 ລາວລີກ 1

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...