spot_img
Homeຂ່າວພາຍ​ໃນກຽມເປີດນຳໃຊ້ ປີ 2025 ໂຄງການໄຟຟ້າພະລັງງານລົມຢູ່ແຂວງເຊກອງ

ກຽມເປີດນຳໃຊ້ ປີ 2025 ໂຄງການໄຟຟ້າພະລັງງານລົມຢູ່ແຂວງເຊກອງ

Published on

ໃນອາທິດຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ພ້ອມຄະນະນໍາຂັ້ນແຂວງ ແລະ ເມືອງດາກຈຶງ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການພັດທະນາໂຄງການໄຟຟ້າພະລັງງານລົມ ຂອງບໍລິສັດມອບຊູນວິນພາວເວີ້ ຢູ່ເມືອງດາກຈຶງ, ໂດຍມີທ່ານ ຊາຄິດ ດວງໃຈ ຜູ້ຈັດການດ້ານສັງຄົມ ບໍລິສັດມອນຊູນວິນພາວເວີ້, ຜູ້ຕາງໜ້າບໍລິສັດຮັບເໝົາກໍ່ສ້າງ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of oil refinery

ທ່ານ ຊາຄິດ ດວງໃຈ ໄດ້ລາຍງານກ່ຽວກັບການດໍາເນີນໂຄງການດັ່ງກ່າວວ່າ: ໂຄງການພັດທະນາໄຟຟ້າພະລັງງານລົມ ມອນຊູນວິນພາວເວີ້, ຕັ້ງຢູ່ເມືອງດາກຈຶງ, ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ, ແຂວງອັດຕະປື ມີເສົາກັງຫັນລົມທັງໝົດ 133 ຕົ້ນ, ມີກໍາລັງຕິດຕັ້ງທັງໝົດ 600 ເມກາວັດ. ໂຄງການນີ້, ມີຄ່າການກໍ່ສ້າງທັງໝົດ 900 ລ້ານກວ່າໂດລາສະຫະລັດ, ໂດຍໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນເມສາ 2023, ມາຮອດປະຈຸບັນສໍາເລັດແລ້ວ 81,71% ຄາດຄະເນຈະໃຫ້ສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການໃນປີ 2025.

May be an image of 9 people

ເສົາກັງຫັນ ລົມແຕ່ລະຕົ້ນ ແມ່ນຕັ້ງຢູ່ພື້ນຖານທີ່ແຂງແກ່ນ ແລະ ໝັ້ນຄົງ, ກວ້າງປະມານ 22 ແມັດ, ເລິກ 35 ແມັດ ແລະ ລວງສູງຂອງເສົາ 110 ແມັດ ແລະ ໃບພັດຍາວ 83,5 ແມັດ, ຢູ່ເທິງສຸດ ຈະເປັນເຄື່ອງຍົນຮອງຮັບນໍ້າໜັກໄດ້ຫຼາຍກວ່າ 100 ໂຕນ ແຕ່ລະເສົາສາມາດຜະລິດກະແສໄຟຟ້າໄດ້ 4,51 ເມກາວັດ.

May be an image of windmill

ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກໍໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍ ແລະ ຊີ້ນໍາບໍລິສັດ ຜູ້ພັດທະນາໂຄງ ການ ແລະ ຜູ້ຮັບເໝົາກໍ່ສ້າງໂຄງການ ຈົ່ງສືບຕໍ່ປະຕິບັດບັນດາກິດຈະກໍາຕ່າງໆຂອງໂຄງການໃຫ້ດໍາເນີນໄປຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ຮັບປະກັນຄວາມປອດໄພ, ຖືກຕ້ອງຕາມລະບຽບກົດໝາຍ, ປຸກລະດົມປະຊາຊົນໃນທ້ອງຖິ່ນໃຫ້ຮັບຮູ້ເຂົ້າໃຈ ແລະ ມີສ່ວນຮ່ວມພັດທະນາໂຄງການ.

ຂ່າວ-ພາບ: ສັນຍາ, ວສລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...