spot_img
Homeຂ່າວຕ່າງປະເທດແມ່ຕູ້ 74 ປີຊາວອິນໂດເນເຊຍ ຖືກງູເຫຼືອມກັດຫັດຈົນເສຍຊີວິດຄາທີ່

ແມ່ຕູ້ 74 ປີຊາວອິນໂດເນເຊຍ ຖືກງູເຫຼືອມກັດຫັດຈົນເສຍຊີວິດຄາທີ່

Published on

ສຳນັກຂ່າວ ເອເອັບພີ ລາຍງານໃນວັນທີ 16 ສິງຫາ 2024 ຜ່ານມາ, ເກີດເຫດສະເທືອນຂວັນທີ່ປະເທດອິນໂດເນເຊຍ ເມື່ອພົບສົບຂອງແມ່ຕູ້ອາຍຸ 74 ປີ ທີ່ຊື່ວ່າ ນາງ ເມກາ ເສຍຊີວິດຢູ່ຫາງທົງນາ ຖືກງູເຫຼືອມຫັດ ແລະ ກັດ ຈົນເສຍຊີວິດ ໃນແຂວງສຸລາເວສີໃຕ້ ທາງຕອນກາງຂອງອິນໂດເນເຊຍ ຊຶ່ງເປັນເຫຍື່ອລາຍທີ 3 ທີ່ສັງເວຍຊີວິດໃຫ້ກັບງູເຫຼືອມ.

ເຈົ້າໜ້າທີ່ຕຳຫຼວດໃນເມືອງປາໂລໂປ ໃນແຂວງສຸລາເວສີໃຕ້ກ່າວວ່າ: ຫຼັງຈາກພີ່ນ້ອງໄດ້ພົບວ່າແມ່ຕູ້ ເມກາ ບໍ່ໄດ້ກັບບ້ານຕັ້ງແຕ່ວັນພຸດ  14 ສິງຫາ 2024 ຜ່ານມາ, ຈຶ່ງພາກັນອອກຕາມຫາຈຶ່ງພົບວ່າເສຍຊີວິດແລ້ວ ເປັນເພາະຖືກງູຫັດ ແລະ ກັດ ຈົນເຮັດໃຫ້ເສຍຊີວິດ ມີຮອຍກັດບລິເວນຫົວ ແລະ ຂາ.

ຕາມການລາຍງານລູກສາວເປັນຄົນພົບສົບແມ່ ຢູ່ບໍລິເວນນາໃກ້ບ້ານ ແລະ ຫ່າງຈາກສົບພຽງບໍ່ພໍເທົ່າໃດກໍພົບງູເຫຼືອມໃຫຍ່ ມີຄວາມຍາວປະມານ 4 ແມັດ ຊາວບ້ານໄດ້ພາກັນລຸມກັນຂ້າງູໂຕດັ່ງກ່າວຈົນຕາຍ ເຊິ່ງຊາວບ້ານໄດ້ລະບຸວ່າ: ແມ່ຕູ້ ເມກາຖືກງູກືນເຂົ້າໄປຮອດບ່າແລ້ວ ກ່ອນທີ່ຈະຄາຍອອກມາຄືນ.

ການເສຍຊີວິດຈາກການຖືກງູເຫຼືອມກິນ ໃນແຂວງສຸລາເວສີໃຕ້ ປະເທດອິນໂດເນເຊຍ ນັບໄດ້ວ່າເປັນລາຍທີ 3 ໃນປີ 2024 ເຊິ່ງລາຍທຳອິດເກີີດຂຶ້ນໃນຊ່ວງເດືອນ ມັງກອນ ແລະ ລາຍທີ 2 ເກີດຂຶ້ນເມື່ອເດືອນມິຖຸນາ.

ທີ່ມາ: ມະຕິຊົນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...