spot_img
Homeຂ່າວພາຍ​ໃນຈັບ 2 ຄົນ ຊື້-ຂາຍຢາເສບຕິດ ພ້ອມຍຶດຂອງກາງ 43,595 ເມັດ

ຈັບ 2 ຄົນ ຊື້-ຂາຍຢາເສບຕິດ ພ້ອມຍຶດຂອງກາງ 43,595 ເມັດ

Published on

ເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 11 ກໍລະກົດ ທີ່ຜ່ານມາ, ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະຢູ່ຂອບເຂດ ບ້ານໂພນສີໃຕ້, ເມືອງໂພນໂຮງ, ແຂວງວຽງຈັນ, ສາມາດຈັບເປົ້າໝາຍໄດ້ 2 ຄົນ ຄື: ທ້າວ ອານຸສອນ, ອາຍຸ 32 ປີ, ອາຊີບກຳມະກອນ ຢູ່ບ້ານໂພນສີໃຕ້, ເມືອງໂພນໂຮງ, ແຂວງວຽງຈັນ ຂໍ້ຫາຄ້າ-ຂາຍຢາເສບຕິດ ແລະ ການມີອາວຸດເສິກໄວ້ໃນຄອບຄອງ, ປືນສັ້ນ 1 ກະບອກ ແລະ ລູກປືນ 21 ລູກ, ພ້ອມຢຶດຢາເສບຕິດ ຈຳນວນ 13,504 ເມັດ ແລະ ທ້າວ ໂຕ້ນ, ອາຍຸ 43 ປີ, ອາຊີບກຳມະກອນ ຢູ່ບ້ານ ກະລະ, ເມືອງສາລະວັນ, ແຂວງສາລະວັນ, ພ້ອມຂອງກາງຢາບ້າ ຈຳນວນ 30,091 ເມັດ, ຢາໄອສ໌ນໍ້າໜັກ 1,69 ກຣາມ ມາທໍາການສືບສວນ-ສອບສວນ.

May be an image of 2 people and text

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວທັງ 2 ຄົນ ໄດ້ໃຫ້ການຮັບສາລະພາບວ່າ: ທ້າວ ອານຸສອນ ໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ 6 ກໍລະກົດທີ່ຜ່ານມາ, ຜູ້ກ່ຽວໄດ້ຕິດຕໍ່ຊື້ຢາບ້ານຳທ້າວ ໂຕ້ນ ຈຳນວນ 2 ແພັກເທົ່າກັບ 12,000 ເມັດ, ໃນລາຄາ 46,000,000 ກີບ, ເມື່ອໄດ້ຢາບ້າແລ້ວ ຜູ້ກ່ຽວກໍ່ໄດ້ຂາຍໃຫ້ກັບກຸ່ມມົ້ວສຸມຢາເສບຕິດທົ່ວໄປ 1 ຖົງ, ເທົ່າກັບ 200 ເມັດ ໃນລາຄາ 850,000 ກີບ, ຜູ້ກ່ຽວຂາຍໝົດຈຳນວນ 10,496 ເມັດ, ຍັງເຫຼືອຢາບ້ານຳຜູ້ກ່ຽວຈຳນວນ 1,504 ເມັດ.

ຕົກມາຮອດວັນທີ 8 ກໍລະກົດທີ່ຜ່ານມາ, ຜູ້ກ່ຽວກໍ່ໂທລະສັບສັ່ງຊື້ຢາບ້ານຳທ້າວ ໂຕ້ນ ອີກ 2 ແພັກເທົ່າກັບ 12,000 ເມັດ ໃນລາຄາ 46.000.000 ກີບ, ແລ້ວກໍ່ເອົາຢາບ້າທີ່ຊື້ມານັ້ນມາລວມໃສຢາບ້າຮ່ວງເກົ່າ ລວມຢາບ້າທັງໝົດມີຈຳນວນ 13,504 ເມັດ, ຜູ້ກ່ຽວກໍ່ເອົາຊຸກເຊື່ອງໄວ້ໃນເຮືອນ, ຈາກນັ້ນເວລາປະມານ 15 ໂມງຂອງວັນທີ 11 ກໍລະກົດທີ່ຜ່ານມາ, ຈຶ່ງໄດ້ມີເຈົ້າໜ້າທີ່ຕຳຫຼວດເຂົ້າມາກວດຄົ້ນຕົວ ແລະ ເຮືອນຂອງຜູ້ກ່ຽວ, ຜ່ານການກວດຄົ້ນຈຶ່ງພົບເຫັນຢາບ້າຈຳນວນ 13,504 ເມັດ ຢູ່ໃນເຮືອນຂອງຜູ້ກ່ຽວ ແລະ ປືນສັ້ນຊະນິດ USA, ພ້ອມດ້ວຍລູກປືນຈຳນວນ 21 ລູກ ຈາກນັ້ນເຈົ້າໜ້າທີ່ຈຶ່ງກັກຕົວຜູ້ກ່ຽວ ມາທຳການສືບສວນ-ສອບສວນ.

ທ້າວ ໂຕ້ນ ໃຫ້ການຮັບສາລະພາບວ່າ: ໃນວັນທີ 6 ກໍລະກົດ 2024 ຜູ້ກ່ຽວໄດ້ຊື້ຢາບ້ານຳທ້າວ ບໍ່ຮູ້ຊື່ ຈຳນວນ 2 ແພັກ ໃນລາຄາ 40.000.000 ກີບ ແລະ ຜູ້ກ່ຽວໄດ້ເອົາຢາບ້າມາຂາຍໃຫ້ກັບທ້າວ ອານຸສອນ ຈຳນວນ 2 ແພັກ ໃນລາຄາ 46.000.000 ກີບ, ຕົກມາວັນທີ 8 ກໍລະກົດ ທີ່ຜ່ານມາ ຜູ້ກ່ຽວໄດ້ໂທລະສັບສັ່ງຊື້ຢາບ້ານຳທ້າວ ບໍ່ຮູ້ຊື່ຢູ່ແຂວງບໍ່ແກ້ວ ຈຳນວນ 5 ແພັກເທົ່າກັບ 30,091 ເມັດ ໃນລາຄາ 105.000.000 ກີບ.

May be an image of text

ຕົກມາຮອດວັນທີ 11 ກໍລະກົດ ທີ່ຜ່ານມາ, ເວລາປະມານ 15 ໂມງ ຜູ້ກ່ຽວກໍ່ຂັບຂີ່ລົດໄປເຮືອນ ທ້າວ ອານຸສອນ ເມື່ອຮອດຜູ້ກ່ຽວກໍ່ເອົາຢາບ້າຈຳນວນ 30,091 ເມັດ ເພື່ອຈະຂາຍຢາບ້າໃຫ້ທ້າວ ອານຸສອນ, ແຕ່ໃນເວລານັ້ນ ມີເຈົ້າໜ້າທີ່ຕຳຫຼວດເຂົ້າມາທຳການກວດຄົ້ນຕົວຜູ້ກ່ຽວ ຜ່ານການກວດຄົ້ນຈຶ່ງພົບເຫັນຢາບ້າ 30,091 ເມັດ, ຢາໄອສ໌ນໍ້າໜັກ 1,69 ກຣາມ ຢູ່ນໍາຜູ້ກ່ຽວ, ຈາກນັ້ນ ເຈົ້າໜ້າທີ່ຈຶ່ງກັກຕົວຜູ້ກ່ຽວມາທຳການສືບສວນ-ສອບສວນ.

May be an image of 2 people and text

ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມອີກວ່າ: ພວກກ່ຽວທັງ 2 ຄົນ ແມ່ນໄດ້ເຄື່ອນໄຫວຊື້-ຂາຍຢາເສບຕິດປະເພດຢາບ້າມາແລ້ວຫຼາຍຄັ້ງ ແລະ ມີອາວຸດເສິກໄວ້ໃນຄອບຄອງ , ປະຈຸບັນເຈົ້າໜ້າທີ່ວິຊາສະເພາະ ກໍາລັງເລັ່ງດໍາເນີນການສືບສວນ-ສອບສວນ ພວກກ່ຽວທັງ 2 ຄົນເພື່ອຂະຫຍາຍຜົນຫາກຸ່ມແກ້ງ, ເຄືອຂ່າຍ, ຜູ້ຮ່ວມຂະບວນການ ມາລົງໂທດຕາມລະບຽບກົດໝາຍຂອງບ້ານເມືອງໃນຂັ້ນຕໍ່ໄປ.

ຂ່າວ ປ້ອງກັນຄວາມສະຫງົບ ແຂວງວຽງຈັນ: ຈັນດາລາ, ວສລ

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...