spot_img
Homeຂ່າວພາຍ​ໃນມອບຮັບນາມມະຍົດ ສາດສະດາຈານ ກິດຕິມະສັກ

ມອບຮັບນາມມະຍົດ ສາດສະດາຈານ ກິດຕິມະສັກ

Published on

ໃນຕອນແລງຂອງວັນທີ 05 ສິງຫາ 2024 ນີ້, ທີ່ ໂຮງແຮມ ລາວພລາຊາ, ນະຄອນຫຼວງວຽງຈັນ ໄດ້ມີພິທີມອບນາມມະຍົດສາດສະດາຈານ ກິດຕິມະສັກ ຂອງ ສະຖາບັນວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ໃຫ້ແກ່ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິ ປັນຍາ ໃນການຄົ້ນຄວ້າ ແລະ ພັດທະນາວຽກງານ ວິທະຍາສາດ ແລະ ເຕັກໂນໂລຊີ, ມີສ່ວນສໍາຄັນໃນການກໍານົດ ແລະ ຜັນ ຂະຫຍາຍນະໂຍບາຍ, ຍຸດທະສາດ ແລະ ແຜນພັດທະນາ ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສປປ ລາວ.

May be an image of 13 people and text

ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໂຄງການ ນ້ອງຢາກເປັນວິທະຍາສາດ ທີ່ໄດ້ມີການຈັດຕັ້ງປະຕິບັດ ແລະ ປະສົບຜົນສຳເລັດໃນໄລຍະທີ່ຜ່ານມາ, ເຊິ່ງເປັນກິດຈະກຳທີ່ເຜີຍແຜ່ຄວາມຮູ້ໃຫ້ແກ່ນັກຮຽນ-ນັກສຶກສາຕະຫຼອດຮອດສັງຄົມໃນວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ທັງເປັນຜູ້ທີ່ມີຜົນງານໂດດເດັ່ນໃນການສ້າງສາຍພົວພັນຮ່ວມມືທາງດ້ານ ວິທະຍາສາດ ແລະ ເຕັກໂນໂລຊີ ທັງພາຍໃນ ແລະ ຕ່າງປະເທດ, ພິເສດ ກັບ ສສ ຫວຽດນາມ ກໍຄື: ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ.

May be an image of 1 person and dais

ໃນພິທີ ທ່ານຫົວໜ້າກົມຮ່ວມມືສາກົນ, ສະພາບັນດິດວິທະ ຍາສາດ ແລະ ເຕັກໂນໂລຊີ ຂອງ ສສ ຫວຽດນາມ ຂຶ້ນຜ່ານຂໍ້ ຕົກລົງກ່ຽວກັບ ການຕົກລົງມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ສະບັບເລກທີ 888/QĐ-HVKHCN. ຫຼັງຈາກນັ້ນ, ທ່ານ ບັນດິດ ສຈ. ເຈົາ ວັນ ມິງ, ກຳມະການສູນກາງພັກ, ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ໃຫ້ກຽດມອບນາມມະຍົດ ສາດສະດາຈານ ກິດຕິມະສັກ ໃຫ້ແກ່ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ.

ຂ່າວ ແລະ ຮູບພາບ: ພະແນກປະຊາສໍາພັນ, ວສລ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)