spot_img
Homeຂ່າວພາຍ​ໃນຈັບ 2 ໂຈນ ກໍ່ເຫດລັກຄຳ-ເງິນສົດຫຼາຍລ້ານ

ຈັບ 2 ໂຈນ ກໍ່ເຫດລັກຄຳ-ເງິນສົດຫຼາຍລ້ານ

Published on

ຂ່າວ ປກສ ແຂວງຫົວພັນ ລາຍງານວ່າ: ໃນທ້າຍເດືອນກໍລະກົດ ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງແອດ, ແຂວງຫົວພັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ນຳຕົວ ທ້າວ ກໍ້ ແລະ ທ້າວ ຜິວ ປະຊາຊົນ ບ້ານເບ້ຍ, ເມືອງແອດ, ແຂວງຫົວພັນ ມາສ້າງແຜນຈຳລອງເຫດການຄືນປະກອບຄຳຮັບສາລະພາບໃນຄະດີລັກຊັບເພື່ອປະກອບສຳນວນຄະດີ ຕາມຂັ້ນຕອນຂອງກົດໝາຍ.

ເຫດການລັກຊັບ ເກີດຂຶ້ນເມື່ອວັນທີ 8 ມິຖຸນາ ທີ່ຜ່ານມາ ທ້າວ ກໍ້ ແລະ ທ້າວ ຜິວ ໄດ້ໄປລັກຊັບສິນ ຢູ່ເຮືອນຂອງທ້າວ ທອງໄມ ປະຊາຊົນບ້ານລູ້, ເມືອງແອດ, ປະກອບມີ: ຄຳ 68 ບາດ 3 ສະຫຼຶງ, ເງິນສົດ 14 ລ້ານກວ່າກີບ ແລະ ໂທລະສັບ 1 ໜ່ວຍ, ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມເສຍຫາຍ ຈຶ່ງໄດ້ສົມທົບກັບ ພາກສ່ວນກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ ແລະ ສາມາດກັກຕົວຜູ້ກໍ່ເຫດໄດ້ 2 ຄົນຄື: ທ້າວ ກໍ້ ແລະ ທ້າວ ຜິວ ໃນວັນທີ 14 ມິຖຸນາ 2024 ມາດຳເນີນການສືບສວນ-ສອບສວນ.

ຊັບສິນທີ່ລັກໄດ້ມີ ສາຍຄໍຄຳ 22 ເສັ້ນ, ແຫວນ 8 ວົງ, ຕ່ອງຫູ 99 ຕ່ອງ, ໂທລະສັບ 1 ໜ່ວຍ ແລະ ເງິນກີບ 14,300,000 ກີບ; ໂດຍໄດ້ແບ່ງເງິນໃຫ້ ທ້າວ ກໍ້ 7,000,000 ກີບ ກັບ ໂທລະສັບ 1 ໜ່ວຍ, ທ້າວ ຜິວ ໄດ້ເງິນ 7,300,000 ກີບ; ສ່ວນຄໍາ ໄດ້ຕົກລົງໃຫ້ທ້າວ ຜິວ ຮັກສາໄວ້ຖ້າມີໂອກາດປີໜ້າ ຈຶ່ງເອົາໄປຂາຍໄດ້ເງິນມາແລ້ວຈຶ່ງແບ່ງກັນ.ປັດຈຸບັນ, ເຈົ້າໜ້າທີ່ສາມາດກັບກູ້ຊັບສິນທີ່ເສຍຫາຍມາໄດ້ມີ ຄຳ 33 ບາດ 1 ສະຫຼຶງ, ໂທລະສັບ 1 ໜ່ວຍ ແລະ ເງິນ 6,800,000 ກີບ.

ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...