spot_img
Homeຂ່າວພາຍ​ໃນຫົວພັນ ຍັງເຫຼືອຄອບຄົວທຸກຍາກ 28,128 ຄອບຄົວ

ຫົວພັນ ຍັງເຫຼືອຄອບຄົວທຸກຍາກ 28,128 ຄອບຄົວ

Published on

ທ່ານ ນາງ ສຸລິລັກ ຄຳວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງຫົວພັນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໃນວັນ ທີ 31 ກໍລະກົດ 2024 ວ່າ: ປັດຈຸບັນ ທົ່ວແຂວງຫົວພັນ ມີຄອບຄົວພົ້ນທຸກທັງໝົດ 25.580 ຄອບຄົວ ກວມ 47,63% ແຕ່ຄອບຄົວທຸກຍາກ ຍັງກວມສ່ວນຫຼາຍ ມີ 28.128 ຄອບຄົວ ເທົ່າກັບ 52,37% ຂອງຄອບຄົວທັງໝົດທົ່ວແຂວງ.

May be an image of 1 person and dais

ໃນນັ້ນ, ມີຄອບຄົວພັດທະນາ 12.269 ຄອບຄົວ ກວມ 22,84%, ມີບ້ານພົ້ນທຸກ 233 ບ້ານ ກວມ 32,18%, ຍັງມີບ້ານທຸກຍາກຈໍານວນ 491 ບ້ານ ກວມ 67,82% ແລະ ມີເມືອງທຸກຍາກ 10 ເມືອງ ກວມ 100% ຂອງຈໍານວນເມືອງທັງໝົດ.
ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ປະຈໍາ 06 ເດືອນຕົ້ນປີ 2024 ຜ່ານມາ ໄດ້ຈັດສັນບັນດາທຶນຮອນໃສ່ 07 ຈຸດສຸມພັດທະນາຄື: ກຸ່ມສະເຫຼີຍ, ກຸ່ມພັນລໍ, ກຸ່ມເມືອງບໍ່, ກຸ່ມສົບເລົ້າ, ກຸ່ມສົບຮາວ, ກຸ່ມນາໜັງ ແລະ ຈຸດສຸມເມືອງເປີ້ ເຊິ່ງໂຄງການທີ່ມີມູນຄ່າຫລາຍກວ່າ 20 ຕື້ກີບ ມີ 4 ໂຄງການ ລວມມູນຄ່າທັງໝົດ 118,5 ຕື້ກັບ, ໂຄງການທີ່ມີມູນຄ່າຕໍ່າກວ່າ 20 ຕື້ກີບມີ 24 ໂຄງການ ລວມມູນຄ່າ 94,45 ຕື້ກີບ; ທຶນພັດທະນາຊົນນະບົດ (ເປົ້າໝາຍສະເພາະ) 2 ໂຄງການ ລວມມູນຄ່າ 90,83 ຕື້ກີບ.

May be an image of the Panama Canal

ພ້ອມນັ້ນ, ໄດ້ສຸມໃສ່ຈັດສັນພູມລໍາເນົາ ແລະ ບ່ອນທຳມາຫາກິນຖາວອນໃຫ້ປະຊາຊົນ ຈຳນວນ 06 ຈຸດສຸມຄື: ກຸ່ມເມືອງແວ່ນ, ກຸ່ມໂສຍ, ກຸ່ມປານ, ກຸ່ມວຽງພັນ, ບ້ານເມືອງພັດ ແລະ ກຸ່ມເມືອງຊືມ, ນອກຈາກຈຸດສຸມດັ່ງກ່າວນີ້ຍັງໄດ້ສຸມເຂົ້າໃສ່ຈຸດທີ່ມີບັນຫາການຍົກຍ້າຍຂອງພົນລະເມືອງແບບຊະຊາຍ, ເຂດລຽບຕາມຊາຍແດນ ເພື່ອແກ້ໄຂເຮັດໃຫ້ເກີດມີຄວາມສະຫງົບ ອຸ່ນອ່ຽນໃນການດໍາລົງຊີວິດ ແລະ ທຳມາຫາກິນ, ມີຄວາມສາມັກຄີປອງດອງ, ເຄົາລົບກົດໝາຍບ້ານເມືອງ ແລະ ສິ່ງແວດລ້ອມໄດ້ຮັບການປົກປັກຮັກສານໍາໃຊ້ແບບຍືນຍົງ.

May be an image of mountain and the Panama Canal

ນອກນັ້ນ, ໄດ້ສຸມໃສ່ຮ່ວງທຶນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂັ້ນສູນກາງຄຸ້ມຄອງ ເຊີ່ງມີ: ຮ່ວງທຶນພັດທະນາຊົນນະບົດ ຈຳນວນ 2 ກຸ່ມບ້ານ: ກຸ່ມບ້ານພຽງສາ ແລະ ກຸ່ມບ້ານປ່າຮ່າງ ເຊິ່ງເປັນຈຸດສຸມທີ່ນອນຢູ່ໃນ 20 ຈຸດສຸມຂອງສູນກາງ ລວມມີ 07 ໂຄງການ ລວມມູນຄ່າ 99.75 ຕື້ກີບ; ຮ່ວງທຶນຈັດສັນພູມລຳເນົາ ແລະ ບ່ອນທຳມາຫາກິນຖາວອນ 3 ໂຄງການ ມູນຄ່າ 6,98 ຕື້ກີບ. ກອງທຶນພັດທະນາ 3 ຈຸດສຸມຊາຍແດນລາວ- ຫວຽດນາມ ຄື: ຈຸດສຸມຫ້ວຍມ້າ-ຜາຖີ່, ຈຸດສຸມແຈຝ່າຍ ແລະ ຈຸດສຸມເມືອງເປີ້ ລວມມີ 20 ບ້ານ, 303 ຄອບຄົວ, ປ່ອຍເງິນໃຫ້ສະມາຊິກໄດ້ 1,4 ຕື້ກວ່າກີບ.

ຂ່າວ: ສີອໍາພອນ, ວສລ

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່

ລາວ ແລະ ມາເລເຊຍ ໄດ້ເປີດຕົວເສັ້ນທາງ ການຄ້າທາງລົດໄຟ-ທະເລ ແຫ່ງໃໝ່ ເພື່ອເສີມສ້າງລະບົບການຂົນສົ່ງໃນພາກພື້ນ, ສົ່ງເສີມການຮ່ວມມືທາງເສດຖະກິດ, ແລະ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ເຂົ້າກັບເສັ້ນທາງການຄ້າໂລກ. ອີງຕາມການລາຍງານຂອງເວັບໄຊຕ໌ຂ່າວການຂົນສົ່ງທາງລົດໄຟ Railway Supply. ໃນວັນທີ 25 ພຶດສະພາ, ບໍລິສັດ Penang Port Sdn Bhd ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ

ລາວ-ມາເລເຊຍ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ອັນວາ ອິບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ...