spot_img
Homeຂ່າວນໍ້າຖ້ວມເມືອງວຽງຄຳລາຍງານຜົນເສຍຫາຍຈາກນ້ຳຖ້ວມ

ເມືອງວຽງຄຳລາຍງານຜົນເສຍຫາຍຈາກນ້ຳຖ້ວມ

Published on

ເຈົ້າເມືອງວຽງຄໍາ ຂໍຖືເປັນກຽດລາຍງານມາຍັງ ທ່ານ ເຈົ້າແຂວງຫຼວງພະບາງ ຮັບຮູ້ ຕໍ່ກັບ ສະພາບຄວາມເສຍຫາຍເບື້ອງຕົ້ນ ຈາກໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນ ໃນລະຫວ່າງວັນທີ 23-24 ກໍລະກົດ 2024 ທີ່ໄດ້ຖືກຜົນກະທົບ ຈໍານວນ 12 ບ້ານ, 324 ຄອບຄົວ ຄື: ບ້ານເມືອງຫມ້ວຍ, ບ້ານ ວັງຄໍາ, ບ້ານຫ້ວຍໂກນ, ບ້ານປາກລາວ, ບ້ານບວມມີີ້, ບ້ານຕຸມມິງ, ບ້ານວຽງທອງ, ບ້ານສົບເຮືອງ, ບ້ານນາແວ່ນ, ບ້ານປ່າໄຜ, ບ້ານນໍ້າຊອຍ, ບ້ານຫາດຫຽ່ນ ແລະ ບ້ານຫ້ວຍພຽງ, ການຄາດຂະເນຄວາມ ເສຍຫາຍທັງຫມົດ 5.679. 250.000 ກີບ ລາຍລະອຽດດັ່ງນີ້:

1. ເຮືອນໄຫຼ່ 4 ຫຼັງ.
2. ເຂົ້າເປືອກ, ເຂົ້າສານ 3 ເຫຼົ້າ, 3 ໂຕນ (ຖືກນໍ້າໄຫຼ).
3. ສັດລ້ຽງປະເພດ, ງົວ, ຄວາຍ ສູນຫາຍ 50 ໂຕ; ຫມູ, ແບ້ 100 ກວ່າໂຕ ແລະ ສັດບິກ 2,000 ກວ່າໂຕ.
4. ຄາດຄະເນ ເນື້ອທີ່ດ້ານກະສິກໍາ ທີ່ຖືກເສຍຫາຍ ເນື້ອທີ່ນາ 25 ກວ່າເຮັກຕາ, ເນື້ອທີ່ໄຮ່ 10 ກວ່າ ເຮັກຕາ; ຊົນລະປະທານ 4 ແຫ່ງ; ຫນອງປາ 32 ຫນອງ.
5. ເຄື່ອງໃຊ້ຄົວເຮືອນ ຖືກເສຍຫາຍທັງຫມົດ 120 ກວ່າຄອບຄົວ.
6. ດ້ານຄົມມະນາຄົມ.
– ເສັ້ນທາງ 1C ແຕ່ບ້ານວຽງຄໍາ ຫາ ຊາຍແດນເມືອງຮ້ຽມ ແຂວງຫົວພັນ ບໍ່ສາມາດສັນຈອນໄດ້. – ໄຟຟ້າຈໍານວນ 20 ບ້ານ ບໍ່ສາມາດນໍາໃຊ້ໄດ້.
– ນໍ້າລິນ ເສຍຫາຍ 12 ບ້ານ ມູນຄ່າ 432.000.000 ກີບ.

ວິທີແກ້ໄຂ:
1. ແຕ່ງຕັ້ງຄະນະສະເພາະກິດ ຂັ້ນເມືອງ ລົງຕິດຕາມ, ກວດກາ, ເກັບກໍາຂໍ້ມູນ, ເຝົ້າລະວັງ ແລະ ໃຫ້ການຊ່ວຍເຫຼືອປະຊາຊົນ.
2. ທິມງານ 5-7 ຄົນ ລົງປະຈໍາ 12 ບ້ານ.
3. ປຸກລະດົມ ຂໍຄວາມຊ່ວຍເຫຼືອ ບັນດາບໍລິສັດ, ຫ້າງຮ້ານປະກອບສ່ວນ ຊ່ວຍທົ່ວສັງຄົມ. ພາກສະເຫນີ ສິ່ງຈໍາເປັນ ຮີບດ່ວນ: ເຂົ້າກິນ, ອາຫານແຫ້ງ, ນໍ້າດື່ມ, ເຄື່ອງໃຊ້ຄົວເຮືອນ, ເຄື່ອງນຸ່ງຮົ່ມ.
ສະນັ້ນ, ຈິງໄດ້ລາຍງານມາຍັງທ່ານ ເພື່ອຮັບຊາບ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດດ້ວຍ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...