spot_img
Homeຂ່າວພາຍ​ໃນກັກຕົວກຸ່ມໄວລຸ້ນ ຂີ່ລົດໄວ-ໃຊ້ສຽງດັງ

ກັກຕົວກຸ່ມໄວລຸ້ນ ຂີ່ລົດໄວ-ໃຊ້ສຽງດັງ

Published on

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ພະແນກຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກ ໄດ້ກັກຕົວກຸ່ມໄວລຸ້ນຈຳນວນ 5 ຄົນ ທີ່ຂີ່ລົດໄວ-ໃຊ້ສຽງດັງ
ພ້ອມດັດແປງສະພາບເຕັກນິກລົດ ມາສຶກສາອົບຮົມ.

ທ່ານພັນຕີ ບຸນທັນ ວົງຜາສຸກ ຫົວໜ້າກອງໂຄສະນາ ພະແນກຕຳຫຼວດຈະລາຈອນ ປກສ ແຂວງຈຳປາສັກໄດ້ສຶກສາອົບອົບຕໍ່ກຸ່ມດັ່ງກ່າວ ເພື່ອໃຫ້ຮັບຮູ້ແລະເຂົ້າໃຈເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການຂັບຂີ່ລົດໄວ, ໃຊ້ສຽງດັງ ລົບກວນສັງຄົມ, ຂັບຂີ່ເປັນພຶງເປັນແພ, ຍົກລໍ້, ດັດແປງສະພາບເຕັກນິກລົດ ແລະ ບັນຫາອື່ນໆທີ່ພາໃຫ້ເກີດອຸບັດຕິເຫດ, ເຊິ່ງສົ່ງຜົນເສຍຕໍ່ກັບຕົນເອງ, ຄອບຄົວ ແລະ ສັງຄົມ.

ພ້ອມນີ້ຍັງຮຽກຮ້ອງໃຫ້ພວກກ່ຽວປັບປຸງຕົນເອງໃຫ້ເປັນຄົນດີຂອງສັງຄົມ, ຈາກນັ້ນໄດ້ເຮັດບົດບັນທຶກກ່າວເຕືອນ ເພື່ອບໍ່ໃຫ້ກັບມາກະທຳຜິດອີກ, ຖ້າກະທຳຜິດອີກຈະຖືກດຳເນິນຄະດີຕາມລະບຽບກົດໝາຍ ແລະ ມອບຄືນລົດໃຫ້ໄປສ້ອມແປງສະພາບເຕັກນິກຄືນສູ່ປົກກະຕິ.

ຂ່າວ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...