spot_img
Homeຂ່າວພາຍ​ໃນຜູ້ຕິດເຊື້ອໄຂ້ຍຸງ 1,000 ກວ່າຄົນ

ຜູ້ຕິດເຊື້ອໄຂ້ຍຸງ 1,000 ກວ່າຄົນ

Published on

ປັດຈຸບັນ, ທົ່ວນະຄອນຫຼວງວຽງຈັນ (ນວ) ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍສະສົມ 1.000 ກວ່າຄົນ. ໃນນັ້ນ, ເມືອງໄຊເສດຖາ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 200 ຄົນ, ມີຜູ້ເສຍຊີວິດ 2 ຄົນ. ຈັດອັນດັບເປັນອັນ 4 ໃນ 9 ຕົວເມືອງ ນະຄອນຫລວງວຽງຈັນ ທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍ.

May be an image of 1 person

ທ່ານ ຈັນທະໄລ ໄຊຍະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊເສດຖາ ໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ, ພະຍາດໄຂ້ຍຸງລາຍກຳລັງລະບາດ. ສະນັ້ນ, ເພື່ອສະກັດກັ້ນ ແລະ ປ້ອງກັນພະຍາດໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ, ຫ້ອງການສາທາລະນະສຸກເມືອງໄຊເສດຖາ ຈຶ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນການປ້ອງກັນພະຍາດດັ່ງກ່າວ, ເຊິ່ງ 6 ເດືອນຕົ້ນປີ 2024 ຫ້ອງການສາທາລະນະສຸກເມືອງ ໄດ້ສົມທົບກັບອຳນາດການປົກຄອງເມືອງ, ບ້ານ, ແພດອາສາສະໝັກບ້ານ(ອສບ) ສ້າງຂະບວນການທໍາລາຍແຫຼ່ງເພາະພັນໜອນ ນໍ້າຍຸງລາຍຢູ່ບ້ານ ທີ່ມີຄວາມສ່ຽງ.

May be an image of 8 people, hospital and text

ພ້ອມນັ້ນ, ຍັງໄດ້ມອບໃຫ້ແຕ່ລະບ້ານ ເປັນເຈົ້າການໃນການເຝົ້າລະວັງດັດສະນີຂອງໜອນນໍ້າຍຸງລາຍ ເພື່ອໃຫ້ແຕ່ລະບ້ານ ໄດ້ປະຕິບັດເປັນປະຈຳທຸກໆອາທິດ ແລ້ວລາຍງານໃຫ້ຫ້ອງການສາທາລະນະສຸກເມືອງ ລົງໄປກວດກາ ແລະ ແກ້ໄຂໃຫ້ທັນເວລາ.
ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຍັງມີຂໍ້ຫຍຸ້ງຍາກ ເນື່ອງຈາກວ່າ ໃນປີນີ້, ການລະບາດຂອງພະຍາດໄຂ້ຍຸງລາຍ ຈະບໍ່ເປັນຈຸ້ມ, ເກີດກະແຈກກະຈາຍບ້ານລະຄົນ, ສອງຄົນເຮັດໃຫ້ມີຄວາມຫຍຸ້ງຍາກໃນການສ້າງຂະບວນການຕ່າງໆ ເພື່ອທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ.

May be an image of 1 person and tree

ນອກຈາກນີ້, ພະຍາດໄຂ້ຍຸງລາຍ ຍັງເປັນພະຍາດລະດູການ ທີ່ເກີດໃນຊຸມຊົນແອອັດ, ຫ້ອງແຖວ ແລະ ອື່ນໆ ທີ່ມີຄວາມເປີະເປື້ອນ ຈຶ່ງເຮັດໃຫ້ບໍ່ສາມາດເຂົ້າເຖິງໄດ້, ພ້ອມນີ້, ຍັງອີງຕາມສະພາບເສດຖະກິດໃນປັດຈຸບັນ, ຈຶ່ງເຮັດໃຫ້ບໍ່ສາມາດຕອບສະໜອງສານເຄມີ ຫຼື ຢາຕ່າງໆເພື່ອນໍາໄປພົ່ນຂ້າໜອນນໍ້າຍຸງລາຍ, ງົບປະມານບໍ່ພຽງພໍຕໍ່ວຽກງງານດັ່ງກ່າວ, ຄວາມລື້ງເຄີຍຂອງປະຊາຊົນຕໍ່ພະຍາດໄຂ້ຍຸງລາຍ ຖືວ່າເປັນເລື່ອງທຳມະດາ.

May be an image of 2 people

ໂອກາດນີ້, ທ່ານ ຍັງຝາກເຖິງປະຊາຊົນໃຫ້ເອົາໃຈໃສ່ໃນການຮັບຮູ້ຂໍ້ມູນຂ່າວສານທາງດ້ານໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ, ເປັນພະມີຄວາມອັນຕະລາຍຮ້າຍແຮງເຖິງແກ່ຊີວິດໄດ້ ໂດຍສະເພາະປັດຈຸບັນເປັນລະດູຝົນ ເປັນລະດູການພະ ຍາດໄຂ້ຍຸງລາຍ, ຈົ່ງມີສະຕິໃນການປ້ອງກັນໂດຍປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກ. ຖ້າບໍ່ສະບາຍ, ເຈັບເປັນ ບໍ່ຄວນຊື້ຢາມາກິນເອງ, ຄວນໄປປຶກສາແພດໝໍໂດຍດ່ວນເຊັ່ນ: ໂຮງໝໍສູນກາງ, ແຂວງ, ເມືອງ, ສຸກສາລາ, ສະຖານທີ່ໃຫ້ບໍລິການຕ່າງໆ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...