spot_img
Homeນານາສາລະຕ້ອງນອນຈັກຊົ່ວໂມງ? ຈຶ່ງເໝາະສົມກັບອາຍຸ

ຕ້ອງນອນຈັກຊົ່ວໂມງ? ຈຶ່ງເໝາະສົມກັບອາຍຸ

Published on

ຮູ້ຫຼືບໍ? ຄົນເຮົາຕ້ອງນອນຈັກຊົ່ວໂມງຕໍ່ມື້ ຈຶ່ງຈະເໝາະສົມກັບອາຍຸ, ແອັດຄິດວ່າ ບາງຄົນອາດຈະຍັງບໍ່ທັນຮູ້ວ່າເວລາການນອນທີ່ເໝາະສົມຂອງແຕ່ລະຊ່ວງໄວອາຍຸນັ້ນ, ຄວນຈະຕ້ອງນອນຈັກຊົ່ວໂມງຈຶ່ງເໝາະສົມ ແລະ ພຽງພໍ, ດັ່ງນັ້ນ, ມື້ນີ້ລາວໂພສໄດ້ນຳເອົາຂໍ້ມູນສາລະໜ້າຮູ້ມາຝາກ.

  • ອີງຕາມຜົນການວິໄຈຂອງມູນນິທິການນອນຫຼັບຂອງ ສະຫະລັດອາເມລິກາ ໄດ້ເຜີຍວ່າ: ໄລຍະເວລາການນອນຫຼັບທີ່ເໝາະສົມກັບແຕ່ລະຊ່ວງໄວອາຍຸແມ່ນໄດ້ແບ່ງອອກຄື:

1. ເດັກອາຍຸ (0-3 ເດືອນ) ຄວນນອນ 14-17 ຊົ່ວໂມງຕໍ່ມື້.

2. ເດັກອາຍຸ (4-11 ເດືອນ) ຄວນນອນ 12-15 ຊົ່ວໂມງຕໍ່ມື້.

3. ເດັກອາຍຸ (1-2 ປີ) ຄວນນອນ 11-14 ຊົ່ວໂມງຕໍ່ມື້.

4. ເດັກອາຍຸ (3-5 ປີ) ຄວນນອນ 10-13 ຊົ່ວໂມງຕໍ່ມື້.

5. ເດັກອາຍຸ (6-13 ປີ) ຄວນນອນ 9-11 ຊົ່ວໂມງຕໍ່ມື້.

6. ໄວໜຸ່ມອາຍຸ (14-17 ປີ) ຄວນນອນ 8-10 ຊົ່ວໂມງຕໍ່ມື້.

7. ໄວໜຸ່ມ-ໄວກາງຄົນ (18-25 ປີ) ຄວນນອນ 7-9 ຊົ່ວໂມງຕໍ່ມື້.

8. ໄວກາງຄົນ (26-64 ປີ) ຄວນນອນ 7-9 ຊົ່ວໂມງຕໍ່ມື້.

9. ໄວສູງອາຍຸ (65 ປີຂຶ້ນໄປ) ຄວນນອນ 7-8 ຊົ່ວໂມງຕໍ່ມື້.

ຂໍ້ມູນ: sleepfoundation

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...