spot_img
Homeຂ່າວຕ່າງປະເທດເຮືອໂດຍສານອັບປາງ ຢູ່ຄອງໂກ ຜູ້ໂດຍສານສູນຫາຍ ຫລາຍກ່ວາ 200 ຄົນ!

ເຮືອໂດຍສານອັບປາງ ຢູ່ຄອງໂກ ຜູ້ໂດຍສານສູນຫາຍ ຫລາຍກ່ວາ 200 ຄົນ!

Published on

 

557000014830501

ສຳນັກຂ່າວຕ່າງປະເທດ ລາຍງານໃນມື້ນີ້ (15 ທັນວາ) ວ່າ ເກີດເຫດເຮືອໂດຍສານລຳໜຶ່ງອັບປາງກາງທະເລສາບ

ທັງການີກາ ສາທາລະນະລັດປະຊາທິປະໄຕຄອງໂກ ມ່ີຜູ້ສູນຫາຍຫລາຍກ່ວາ 200 ຄົນ.

 

ແຫລ່ງຂ່າວໄດ້ລາຍງານວ່າ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 26 ຄົນ ຈາກອຸບັດເຫດດັ່ງກ່າວນີ້ ໃນຂະນະທີ່ທາງການ

ສາມາດຊ່ວຍຜູ້ລອດຊີວິດໄດ້ ລະຫວ່າງ 221 – 230 ຄົນ ຈາກເຫດເຮືອໂດຍສານຫລົ້ມໃນທະເລສາບດັ່ງກ່າວ ໃນບໍລິ

ເວນນອກຊາຍຝັ່ງຂອງບ້ານເທມເວ ຢູ່ຫ່າງຈາກເມືອງຄາເລມີ ໄປທາງທິດໃຕ້ປະມານ 90 ກິໂລແມັດ.

 

ຢ່າງໃດກໍຕາມ ຈົນເຖິງຂະນະນີ້ກໍຍັງບໍ່ເປັນທີ່ຊັດເຈນວ່າ ມີຜູ້ຄົນຫລາຍ ຫລື ໜ້ອຍພຽງໃດທີ່ໂດຍສານໄປກັບເຮືອ

ລຳດັ່ງກ່າວ ເຊິ່ງເປັນເຮືອທີ່ແລ່ນໃຫ້ໂດຍສານຜູ້ຄົນລະຫວ່າງແຂວງຄາຕັງກາ ແລະ ແຂວງຄິວູໃຕ້ ທາງຕາເວັນອອກ

ຂອງປະເທດສາທາລະນະລັດປະຊາທິປະໄຕຄອງໂກ.

 

557000014830502

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...