Homeຂ່າວຕ່າງປະເທດສາຍການບິນໂຄຣຽນແອ ຕົກຂຸມອາກາດ

ສາຍການບິນໂຄຣຽນແອ ຕົກຂຸມອາກາດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ເມື່ອວັນທີ 22 ມິຖຸນາທີ່ຜ່ານ, ເຮືອບິນໂດຍສານ ໂບອິ້ງ 737 ແມັກ 8 ຂອງສາຍການບິນໂຄຣຽນເເອ ຖ້ຽວບິນ KE189 ຕົກຂຸມອາກາດໃນຂະນະທີ່ເດີນທາງໄປຍັງເມືອງໄຖຈົງ, ໄຕ້ຫວັນ, ເຊິ່ງໃນຖ້ຽວບິນດັ່ງກ່າວມີຜູ້ໂດຍສານທັງໝົດ 125 ຄົນ.

Boeing shares fall as investigators locate door that blew out during flight

ຜູ້ໃນເຫດການໄດ້ເລົ່າວ່າ: ຫຼັງຈາກທີ່ເຮືອບິນ ບິນອອກຈາກສະໜາມບິນອິນຊອນ (ປະເທດເກົາຫຼີໃຕ້) ໄດ້ປະມານ 50 ນາທີ, ເຮືອບິນກໍໄດ້ເກີດເຫດຕົກຂຸມອາກາດ ຈາກ 30,000 ຟຸດ ຫຼຸດລົງມາເຫຼືອພຽງ 9,000 ຟຸດ ຢ່າງກະທັນຫັນ, ຈົນເຮັດໃຫ້ນັກບິນພະຍາຍາມຄວບຄຸມເຮືອບິນໃຫ້ເດີນທາງກັບມາຍັງສະໜາມບິນຕົ້ນທາງ ອີກຄັ້ງ (ສະໜາມບິນອິນຊອນ ປະເທດເກົາຫຼີໃຕ້)

Korean Air flight

ຕໍ່ກັບເຫດການທີ່ເກີດຂຶ້ນ ເຈົ້າໜ້າທີ່ໄດ້ລະບຸວ່າ: ມີຜູ້ໂດຍສານໄດ້ຮັບບາດເຈັບ 15 ຄົນ ຈາກອາການເຈັບແກ້ວຫູ ແລະ ອາການຫາຍໃຈໄວກວ່າປົກກະຕິ (hyperventilation), ໄດ້ນຳຕົວຜູ້ບາດເຈັບສົ່ງໂຮງໝໍໂດຍດ່ວນ. ເຊິ່ງຕໍ່ມາ, ໃນວັນທີ 23 ມິຖຸນາທີ່ຜ່ານມາ ທາງ ໂຄຣຽນແອ ໄດ້ໃຊ້ເຮືອບິນລຳໃໝ່ ພາຜູ້ໂດຍສານໄປສົ່ງຍັງຈຸດໝາຍ (ເມືອງໄຖຈົງ, ໄຕ້ຫວັນ) ອີກຄັ້ງຢ່າງປອດໄພ.

ຂ່າວ: NY post

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...