spot_img
Homeຂ່າວຕ່າງປະເທດລະວັງຢາຫຼຸດນໍ້າໜັກປອມລະບາດ

ລະວັງຢາຫຼຸດນໍ້າໜັກປອມລະບາດ

Published on

ອົງການອະນາໄມໂລກອອກປະກາດເຕືອນໄພ, ຫຼັງພົບຢາໂອເຊມປິກ(ຢາຫຼຸດນໍ້າໜັກ)ປອມລະບາດໃນຫຼາຍພື້ນທີ່ທົ່ວໂລກ, ເຊິ່ງເຈົ້າໜ້າທີ່ໄດ້ມີການສືບສວນສອບສວນມາຕັ້ງແຕ່ປີ 2022 ໂດຍໄດ້ມີການຈັບກຸມຢາປອມຊະນິດດັ່ງກ່າວ ໃນປະເທດອັງກິດ, ສະຫະລັດອາເມລິກາ ແລະ ເບຊິນ.

Global alert issued over fake-Ozempic drugs - BBC News

ຢາດັ່ງກ່າວເປັນຢາທີ່ມີລັກສະນະເປັນເຂັມສີດເຂົ້າສູ່ບໍລິເວນທ້ອງ, ໃຊ້ງານເພື່ອຫຼຸດລະດັບນໍ້າຕານໃນເລືອດແກ່ຜູ້ເປັນພະຍາດເບົາຫວານ, ແຕ່ປັດຈຸບັນ ມີກຸ່ມຄົນທີ່ຢາກຫຼຸດນໍ້າໜັກທາງລັດ ນໍາມາໃຊ້ ເນື່ອງຈາກຕົວຢານີ້ຈະຊ່ວຍສ້າງຮໍໂມນກະຕຸ້ນສະໝອງ ເຮັດໃຫ້ຮ່າງກາຍຮູ້ສຶກອິ່ມ, ບໍ່ຢາກອາຫານ, ກິນໜ້ອຍລົງ, ສົ່ງຜົນໃຫ້ມີປະສິດທິພາບໃນການຫຼຸດນໍ້າໜັກ.

Ozempic for weight loss: Everything you need to know • Illuminate Skin Clinics

ດັ່ງນັ້ນ, ຈຶ່ງເປັນທີ່ນິຍົມໃນກຸ່ມຄົນທີ່ຕ້ອງການຫຼຸດນໍ້າໜັກ.ເຊິ່ງຫາກໃຜທີ່ນໍາໃຊ້ຕົວຢາດັ່ງກ່າວໃຫ້ສັງເກດ ແລະ ລະມັດລະວັງເພາະອາດຖືກຢາປອມ, ອາດຈະສ້າງອັນຕະລາຍແກ່ຮ່າງກາຍ ແລະ ຊີວິດໄດ້.

ຂ່າວ: BBC

ບົດຄວາມຫຼ້າສຸດ

ຖວທ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ

ຖວທ ສະຫຼຸບການປະຕິບັດວຽກງານ ແລະ ເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ - ບຸກຄະລາກອນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ພ້ອມທັງເຜີຍແຜ່ແຈ້ງການກ່ຽວກັບການປັບປຸງກົງຈັກ ແລະ ບຸກຄະລາກອນ...

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...